ສະບາຍດີປີໃໝທຸກໆທານ ວັນນະສອນດີໃຈຢາງຖວມລນຈົນບອກບຖືກເລີຍ ທໄດມາ
ຈັດເພງພອນປີໃໝ ກອມທານຜູຟັງໃຫ້ຫຼັບສະບາຍໆໃນ ອີກບໍ່ເທົ່າໃດມື້ ກ່ອນເຖິງວັນ
ຂນປີໃໝລາວທີ່ຈະຢ່າງກ້າວເຂົ້າມາໃນໄວໆນ ຈຶ່ງຂໍອວຍພອນແລະສງຄວາມຄິດຮອດ
ຄິດເຖິງ ມາກັບສຽງເພງນ ສຸກສັນວັນປີໃໝ່ ທີ່ເປັນຜົນງານເພງຂອງ ມາລີຈັນສຸກ
ສິນລະປິນຄຸນນະພາບຈາກຝຣັ່ງ ເປັນເພງປີໃໝ່ ທີ່ບໍ່ແມ່ນແບບທຳມະດາ ທີ່ພວກເຮົາ
ໄດ້ຮັບຟັງກັນມາກ່ອນ. ຂໍເຊີນມາລຳວົງປີໃໝ່ພ້ອມໆກັນເລີຍ.
ພອນໃດທປະເສີດ ພອນໃດທລເລີດ ຈງເກີດແດທຸກໆທານ ທກຳລັງຮັບຟັງ ຢູໃນ
ຂະນະນຟັງເພງໄປ ໄດມວນຊນໄປ ໄດຮັບຄວາມຮູສຶກດີໆຈາກ ລາຍການສຽງເພງ
ຈາກແດນໄກຂອງ VOA ກໍຢາລືມວາໃຫຕງໃຈ ກະທຳໃນສງທດີງາມ ໃຫ້ກັບຕົວ
ທ່ານເອງ ຄົນໃກ້ຊິດ ແລະຄອບຄົວ ເພາະປີໃໝແລວກໍຈະໄດເປັນຄົນໃໝ່ທທັນສະໄມ
ປະກອບດ້ວຍຄຸນນະທໍາ. ທາງVOA ຂໍມອບເພງ ລຳວົງປີໃໝ່ ທີ່ເປັນຜົນງານເພງໃໝ່
ປະພັນໂດຍ ດຣ. ກາບແກ້ວ ສຸວັນຣາສີ ແລະຂັບຮ້ອງໂດຍສິດທິພອນ ສຸວັນນະສຸກ
ສິນລະປິນ ຄຸນນະພາບຈາກສປປ ລາວ. ເພງນີ້ກໍເປັນອີກເພງນຶ່ງທີ່ນຳຄວາມມ່ວນຊື່ນ
ມາຝາກທຸກໆທ່ານທີ່ກຳລັງຮັບຟັງລາຍການສຽງເພງຈາກແດນໄກຢູ່ນີ້.
ໃນວາຣະດິຖີວັນດີຂຶ້ນປີໃໝ່ລາວ ນີ້ ວັນນະສອນພອມດວຍຄະນະຂອງ VOA ທຸກຖວນ
ໜາ ຂໍຖືໂອກາດ ສງຄວາມຮູ້ສຶກທີ່ດີ ຄວາມຄິດຮອດຄິດເຖິງ ຄວາມຂອບອົກຂອບໃຈ
ແລະຄວາມປາດຖະໜາດີມາກັບສຽງເພງ ປີໃໝ່ສຸກໃຈ ທີ່ ນັກຮ້ອງ ນັກສິນລະປິນ
ແລະນັກປະພັນທີ່ມີຄວາມສາມາດ ຈາກການາດາ ອະນຸສັກ ທັມມະວົງສາ ເພື່ອມອບໃຫ
ແດທານຜູ້ຟັງລາຍການວິທະຍຸ VOA. ຂໍໃຫ້ປີໃໝ່ ລາວປີນີ້ ຈົ່ງເປັນທີ່ສົມບູນແບບ
ທີ່ສຸດ ແລະຂໍໃຫ້ຕືນຂຶ້ນມາຈາກຄວາມຝັນທີ່ກາຍເປັນຄວາມຈິງທຸກປະການ.