ສບາຍດີ ທ່ານຜູ້ຟັງທີ່ໜ້າຮັກທຸກໆທ່ານ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການ
ສຽງເພງຈາກແດນໄກຂອງວີໂອເອ ສາມສັບປະດາແລ້ວ ທີ່ທາງລາຍການຂອງພວກເຮົາ
ໄດ້ນຳສະເໜີເພງສາກົນ ແລະສັບປະດານີ້ ກໍເປັນທີຂອງເພງລາວ ສະນັ້ນ ວັນນະສອນ
ຈຶ່ງສັນຫາເພງລາວມ່ວນໆ ທີ່ທ່ານຜູ້ຟັງມັກຮັກ ແລະຢາກທີ່ຈະໄດ້ຮັບຟັງເພງອະມະຕະ
ຂອງລາວທີ່ຫາຟັງຍາກນັ້ນ ຂໍເລີ່ມດ້ວຍເພງທີ່ທຸກຄົນລໍຄອຍ...ຄົງເຊໂດນທີ່ຮັກ ທີ່ຂັບ
ຮ້ອງໂດຍມະລີຈັນສຸກ ເຈົ້າຂອງເພງຕົ້ນສະບັບ ແລະເພງນີ້ປະພັນໂດຍອາຈານ ສ. ແສງສິຣິວັນ...ຂໍຝາກໃຫ້ແດ່ມິດຮັກແຟນລາຍການທຸກໆທ່ານ ໂດຍສະເພາະທ່ານຜູ້ຟັງທີ່ຮັບ
ຟັງວີໂອເອ - ສຽງອາເມຣິກາທາງພາກໃຕ້ຂອງລາວ ແຖວຄົງເຊໂດນພຸ້ນ ເອົາເຊີນໄປຟັງ
ພ້ອມໆກັນເລີຍ.
ສ່ວນເພງ ອ້າຍອາດມາຊ້າ ຜົນງານເພງສຸດຍອດອະມະຕະອີກເພງນຶ່ງຂອງວໍຣະເດດ
ດິດທະວົງ ທີ່ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ ຊຶ່ງວັນນະສອນເຊື່ອວ່າ ເພງນີ້ ຄົງຈະເຮັດໃຫ້ຫຼາຍໆ
ທ່ານຄິດເຖິງອະດີດ ແລະຫວນຄິດເຖິງຄວາມຫວານຊື່ນໃນຄັ້ງເກົ່າກ່ອນທີ່ປະທັບໃຈ
ເພາະຢ່າງນ້ອຍ ວັນນະອນ ກໍຂໍເປັນສ່ວນນຶ່ງໃນການນຳເພງນີ້ມາຝາກໃຫ້ທ່ານຜູ້ຟັງ
ໄດ້ຈິນຕະນາການໄປຕາມຄວາມຮູ້ສຶກຈາກເພງນີ້…
ຂໍສົ່ງທ່ານຜູ້ຟັງເຂົ້ານອນ ໃນບັນຍາກາດສະບາຍໆຂອງວັນພັກຜ່ອນ ທ້າຍສັບປະດາ
ຂໍເປັນເພງເຢັນໆ ແລະແນ່ນອນທີ່ສຸດ ວັນນະສອນວ່າ ທຸກໆທ່ານຄົງຈະມີຄວາມຮູ້ສຶກ
ແບບດຽວກັນທີ່ວ່າ…ຄິດຮອດຄິດເຖິງ ແລະບໍ່ມີວັນລືມ ດັ່ງຊື່ຂອງເພງນີ້ ບໍ່ລືມວຽງຈັນ
ຂັບຮ້ອງໂດຍສິລະປິນສາວຄຸນນະພາບ ພອນ ພູມິທອນ…ຂໍໃຫ້ທຸກທ່ານນອນຫຼັບຝັນ
ຫວານແລະພົບກັນໃໝ່ໃນສະບັບໜ້າ.