ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ນິ​ລັນ​ດອນ ເປັນ​ເພງ​ກະ​ສັບ ​ສາຍ​ສຳ​ພັນ​ ຂອງ​ຜູ້​ຄົນ​ສອງ​ຝາກ​ຝັ່ງ ​ແມ່​ນ້ຳ​ຂອງ ຂັບ​ຮ້ອງ​ໂດຍ ໂຈໂຈ ມິ​ຣາ​ໂກ


ໂຈໂຈ ມິ​ຣາ​ໂກ ​ທີ່​ຂັບ​ຮ້ອງ​ເພງ​ນິ​ລັນ​ດອນ ແບບ​ຮ້ອງ​ດຽວ ທີ່​ຮຽບ​ຮຽງ​ດົນ​ຕີ​ໃໝ່ ໃຫ້​ເຂົ້າ​ກັບ​ສ​ໄຕ​ລ໌ ໂຈໂຈ ມິ​ຣາ​ໂກ
ໂຈໂຈ ມິ​ຣາ​ໂກ ​ທີ່​ຂັບ​ຮ້ອງ​ເພງ​ນິ​ລັນ​ດອນ ແບບ​ຮ້ອງ​ດຽວ ທີ່​ຮຽບ​ຮຽງ​ດົນ​ຕີ​ໃໝ່ ໃຫ້​ເຂົ້າ​ກັບ​ສ​ໄຕ​ລ໌ ໂຈໂຈ ມິ​ຣາ​ໂກ

ທ່ານ​ຜູ້​ຟັງ​ທີ່​ເຄົາຣົບ ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ຂອງວີ​ໂອ​ເອ ໃນ​ແລງ​ວັນ​ອາທິດມື້​ນີ້
ວັນນະ​ສອນ ​ຈະ​ມາ​ຈັດ​ເພງ​ລາວ ມາສະເໜີທ່ານ ກະລຸນາ​ເຂົ້າ​ສູ່​ລາຍການ​ຂອງ​ເຮົາ ​
ແລະ​ວ່າ​ໄດ້​ນະ​ບັດ​ນີ້

ສະບາຍດີ​ທຸກໆທ່ານ ​ແລະ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການສຽງ​ເພງ​ຈາກ​ແດນ​ໄກຂອງ VOA ໃນ​ທຸກໆ​ວັນ​ອາທິດ ຄໍ່າ​ຄືນນີ້ ແມ່ນ​ຖື​ວ່າ​ພິ​ເສດ​ສຸດ ເພາະ​ວ່າ​ທາງ​ເຮົາ​ຫາ ກໍ​ໄດ້​ຮັບ​ເພງ​ພິ​ເສດ​ນີ້​ຈາກ​ທາງ​ທີມ​ງານ​ຂອງ​ນ້ອງ​ໂຈໂຈ ມິ​ຣາ​ໂກ ມື້​ນີ້ ແລະ​ຕັ້ງ​ໃຈ​ຈະ​ມາ​ກ່ອມ​ທ່ານ​ຜູ້​ຟັງ ທີ່​ມັກ​ຮັກ​ໃນ​ດົນ​ຕີ​ແລະ​ສຽງ​ເພງ​ລາວ ນີ້​ແມ່ນ​ເພງ​ນຶ່ງ​ທີ່​ຖື​ວ່າ​ມາ​ແຮງ​ສຸດ​ຢູ່​ໃນ​ຂະ​ນະ​ນີ້ ມີ​ຍອດ Like ໃນ Youtube ເປັນ​ແສນ​ເປັນ​ລ້ານ​ໄປ​ແລ້ວຊຶ່ງ​ເພງ​ນີ້ ມີ​ຄວາມ​ພິ​ເສດ​ເພາະ​ມັນ​ເປັນ​ເພງ​ກະ​ສັບ​ສາຍ​ສ​ຳ​ພັ​ນຂອງ​ປະ​ເທດ​ລາວ​ໄ​ທ ບໍ່​ວ່າ​ທາງ​ພາ​ສາ ວັດ​ທະ​ນະ​ທຳ ແລະປະ​ເພ​ນີຂອງຜູ້​ຄົນສອງ​ຝາກ​ຝັ່ງ​ແມ່​ນ້ຳ​ຂອງ…​ເພງ​ນິ​ລັນ​ດອນ ​ແຕ່​ງໂດຍຊະ​ວັນ​ວິດ ຍິ່ງ​ຍົດ​ເສ​ນີ ແລະ​ໄດ້​ນຳ​ເອົາ ທັງ​ສອງ​ສິນ​ລະ​ປິນຕ່າຍ ອໍ​ຣະ​ໄທ ຈາກ​ປະ​ເທດ​ໄທ ແລະໂຈໂຈ ມິ​ຣາ​ໂກ ສິນ​ລະ​ປິນ R&B ຄຸນ​ນະ​ພາບ ຈາກ​
ສ​ປ​ປ ລາວ ມາ​ຮ້ອງ​ຄູ່​ກັນ ແລະສາ​ມາດແຍກ​ຮ້ອງດຽວໄດ້ ຊຶ່ງ​ສະ​ບັບ​ນີ້ ວັນ​ນະ​ສອນ ຂໍ​ເເນະນຳ
ທີ່ເປັນ​ສະ​ບັບ​ຂອງ​ນ້ອງໂຈໂຈ ມິ​ຣາ​ໂກ ແລະ​ຖ້າ​ທ່ານ​ໃດສົນ​ໃຈຢາກ​ຊົມ music video ເພີ້ມ​ຕື່ມ ກໍ​ໃຫ້​ໄປ​ເບິ່ງ​ໃນ Youtube ໄດ້ ຊຶ່ງ​ມີ​ນາງ​ເອກ​ເປັນ​ນາງ​ງາມ​ລາວ​ຈັກ​ກະ​ວານ ຫຼື Miss Lao Universe ປີ 2017 ຜູ້​ທຳ​ອິດ​ ມາ​ເປັນ​ນາງ​ເອກ ແລະ​ສ່ວນ​ພະ​ເອກ ກໍ​ແມ່ນ​ຈາກ​ປະ​ເທດ​ໄທ ​ຫວັງ​ວ່າ ເພງ​ນີ້ຄົງຈະ​ຖື​ໃຈທ່ານ​ຜູ້​ຟັງ​ບໍ່​ຫຼາຍ​ກໍ​ໜ້ອຍ ແລະ​ໂອ​ກາດ​ໜ້າ ທາງ​ເຮົາ​ຈະ​ນຳ​ສະ​ເໜີ​ເພງ​ຄູ່​ໃຫ້​ຟັງ ຂໍ​ຂອບ​ໃຈ​ທາງ​ທີມ​ງານ​ນ້ອງ​ໂຈໆ ທີ່​ສົ່ງ​ເພງ​ມາ​ໃຫ້ ແລະ​ທາງວີ​ໂອ​ເອ ຂໍ​ເປັນ​ກຳ​ລັງ​ໃຈ ໃຫ້​ໂຈໆ ສ້າງ​ຜົນ​ງານ​ດີໆ​ໃຫ້​ທຸກໆ​ຄົນ ໃນ​ທົ່ວ​ໂລກ ໄດ້​ຮັບ​ຟັງ​ເພງ​ລາວ ມ່ວນໆ​ອີກ ໃນ​ອາ​ນາ​ຄົດ​ອັນ​ໃກ້​ນີ້. ນອກ​ຈາກ​ໂຈໂຈ ຈະ​ເປັນ​ສິນ​ລະ​ປິນ​ຄຸນ​ນະ​ພາບ​ແລ້ວ ໂຈ​ໂຈ ຍັງ​ເປັນ​ຜູ້​ກຳ​ກັບ​ຮູບ​ເງົາ​ໜຸ່ມ​ໄຟ​ແຮງ​ອີກ​ດ້ວຍ ແລະ​ຂໍ​ຝາກ​ໂຈ​ໂຈ ໄວ້​ໃນ​ດວງ​ໃຈ​ຂອງ​ທ່ານ​ຜູ້​ຟັງ ອີກ​ຕື່ມ​ຄົນ​ນຶ່ງ ໃນ​ຖາ​ນະ​ສິນ​ລະ​ປິນ​ລາວ.

ສ່ວນເພງ​ ຟືນ​ດົ້ນ​ເກົ່າ​ ຂອງ​ອຸ​ດອນ ​ວົງ​ສີ ນີ້ ຈັດ​ໃຫ້​ທ່ານ​ຜູ້​ຟັງ ຈາກ​ຍີ່​ປຸ່ນ ທີ່​ຂຽນ​ເຂົ້າ​ມາ​ເພື່ອມອບໃ​ຫ້​ອ້າຍ​ເພັດ ແລະ​ເອື້ອຍ​ສູງ ທີ່​ເມືອງຮະ​ດະ​ໂນ ທີ່​ຍີ່​ປຸ່ນ ແລະ​ກໍ​ຫວັງ​ຢ່າງ​ຍິ່ງວ່າ ທັງ​ສອງ​ທ່ານ​ທີ່​ກ່າວ​ນາມ​ມາ​ນັ້ນ ຄົງ ຈະ​ດີ​ໃຈ ທີ່​ມີ​ຄົນ​ຈັດ​ເພງມອບ​ໃຫ້ ແລະ​ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ​ເດີ. ຂໍ​ຂອບ​ໃຈ​ທີ່​ຄອຍ​ຕິດ​ຕາມ.

ຂໍ​ປິດ​ທ້າຍ​ລາຍ​ການ​ດ້ວຍ​ເພງ ລົມ​ໜາວ​ທີ່​ບ້ານ​ເກີດ ທີ່​ຂັບ​ຮ້ອງ​ໂດຍສິນ​ລະ​ປິນ​ລາວ ຈາກ​ລັ​ສ​ເວ​ກັ​ສ ​ສະ​ຫະ​ລັດ Charlie ສິດ​ທິ​ຊຸມ​ພອນ ຊຶ່ງ​ເພງ single ​ນີ້ ຫາ​ກໍປ່ອຍ​ອອກ​ມາ​ເມື່ອ​ບໍ່​ດົນ​ມາ​ນີ້ ແລະ​ສົ່ງ​ໃຫ້​ທາງ​ເຮົາ​ໄດ້​ເປີດ​ຕ້ອນ​ຮັບ​ລົ​ມ​ໜາວ ໃນ​ຊ່ວງ​ນີ້ ຊຶ່ງ​ທາງລັ​ສ​ເວ​ກັ​ສ ​ກໍ​ໄດ້​ມີ​ຫິ​ມະຕົກ​ເປັນ​ປະ​ຫວັດ​ການ ຊຶ່ງ​ຄັ້ງ​ຫຼ້າ​ສຸດ ທີ່​ມີ​ຫິມ​ມະ​ຕົກ​ນັ້ນ ແມ່ນ​ເມື່ອ ນຶ່ງ​ທົດ​ສະ​ວັດ ຜ່ານ​ມາ​ແລ້ວ ເອົາຈັ່ງ​ໃດ ກໍ​ຂໍ​ໃຫ້​ຮັກ​ສາ​ສຸ​ຂະ​ພາບ ເພື່ອ​ທີ່​ທ່ານ​ຈະ​ໄດ້​ມາ​ນັ່ງ​ຟັງ​ເພງ​ຮ່ວມ​ກັນ ແລະ​ຫວັງ​ວ່າ ເພງ ລົມ​ໜາວ​ທີ່​ບ້ານ​ເກີດ ນີ້ ຄົງຈະເຮັດ​ໃຫ້​ຫຼາຍໆ​ທ່ານ​ຫາຍເຫງົາ​ແລະ​ຢາກ​ກັບ​ໄປ​ຊົບ​ອາຍ​ອຸ່ນ ຈາກ​ຜູ້​ໃດ​ບາງ​ຄົນ…​ດັ່ງ​ຄວາມ​ໝາຍ​ເນື້ອ​ຫາ​ຂອງ​ເພງ​ນີ້ ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ ແລະ​ພົບ​ກັນ​ໃໝ່ ໃນ​ສະ​ບັບ​ໜ້າ​.

XS
SM
MD
LG