ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການສຽງເພງຈາກແດນໄກ ຂອງວີໂອເອ ຄ່ຳຄືນວັນອາທິດ
ມື້ນີ້ ວັນນະສອນ ຈະນໍາເອົາຂັບລໍາ ອັນສະໜຸກສະໜານ ມ່ວນຊື່ນ ມາຈັດໃຫ້ຕາມຄຳຂໍ
ຂອງທ່ານຜູ້ຟັງ ຂໍເຊີນທ່ານເຂົ້າສູ່ລາຍການຂອງເຮົາໄດ້ນະບັດນີ້.
ສະບາຍດີທຸກໆທ່ານ ພົບກັນອີກຕາມເຄີຍ ພ້ອມກັບເພງມ່ວນໆໃນ ທຸກໆຄໍ່າຄືນວັນ
ອາທິດ ຫວັງວ່າຄົງມີຫຼາຍໆທ່ານເຂົ້າໄປຊົມ ເຂົ້າໄປຟັງທັງໃນ website ແລະກໍຊົມ
ການຖ່າຍທອດອອກອາກາດສົດ ຜ່ານທາງເຟສບຸກຂອງພວກເຮົາ ໃນທຸກແລງວັນ
ອັງຄານແລະວັນພຸດ ສຳລັບຄ່ຳຄືນນີ້ ວັນນະສອນ ດີໃຈທີ່ຈະໄດ້ມາຈັດເພງມ່ວນໆ
ໃຫ້ທ່ານຜູ້ຟັງ ຈາກນ້ອງ Sky ທີ່ຂຽນເຂົ້າມາຂໍຟັງເພງຜ່ານທາງເຟສບຸກ ບອກມາວ່າ
ຢາກຟັງເພງ ເຮົາເປັນຄົນລາວ ເອົາຈັດໄປເລີຍ ເພງນີ້ປະພັນໂດຍສັກກີ້ ເມກມໍຣະກົດ
ສິນລະປິນ ນັກຮ້ອງນັກດົນຕີ ລາວ-ອາເມຣິກັນ ຈາກລັດຄາລີຟໍເນຍ ເປັນເພງທີ່ມີຄວາມ
ໝາຍດີ ທັງເນື້ອຮ້ອງທຳນອງ ມີການປະສົມປະສານດົນຕີສາກົນແລະສຽງແຄນລາວ...
ຖືກໃຈທັງຄົນລາວລຸ້ນໃໝ່ ແລະຄົນລຸ້ນເກົ່າແນ່ນອນ...ເຊີນຮັບຟັງໄດ້.
ສ່ວນຜູ້ຟັງທີ່ໃຊ້ນາມແຝງວ່າ ທ້າວລາບດິບ ທີ່ຂຽນຂໍ້ຄວາມຝາກໄວ້ໃນໜ້າແວບໄຊຕ໌
ທີ່ທາງເຮົາຈັດເພງຂອງພົງສະຫວັນ ໄຊຍະວົງ ໃຫ້ຟັງໄປນັ້ນ ແລະຂຽນບອກມາວ່າ
ມັນຮູ້ສຶກແຊບຢູ່ໃນໃຈ...ສະນັ້ນຈຶ່ງຂໍຈັດເພງແນວລຳປະຍຸກຂອງພົງສະຫວັນ ໃຫ້ຟັງ
ກັນອີກ ເພາະວ່າເພງ ຂ້າອ້າຍໃຫ້ຕາຍສາ ນີ້ ເປັນເພງທີ່ກຳລັງນິຍົມ ມີແຕ່ຄົນເອົາມາ
ຮ້ອງຖ່າຍຄລິບລົງໃນຢູທູບ ຕັ້ງຫຼາຍຄົນ...ຈັ່ງໃດຖ້າໄດ້ຮັບຟັງເພງຂອງພົງສະຫວັນ
ແລ້ວກໍຂໍໃຫ້ ທ້າວລາບດິບ ຕິດຕາມຮັບຟັງ ຂຽນເຂົ້າມາຫາທາງເຮົາອີກ ແລະຂໍໃຫ້ເປັນແຟນລາຍການຂອງ VOA ຕະຫຼອດໄປ...ເອົາໄປຟັງພ້ອມໆກັນເລີຍ.
ກໍຕ້ອງຂໍຂອບໃຈມິດຮັກແຟນລາຍການວິທະຍຸວີໂອເອທີ່ໃຫ້ຄວາມເຫັນໃຈ ຕິດຕາມ
ຮັບຟັງຂ່າວສານຂອງພວກເຮົາຕະຫຼອດມາ...ຜູ້ຟັງທີ່ໃຊ້ນາມແຝງວ່າເຈົ້າພາບດອງ
ຂຽນຂໍ້ຄວາມຝາກໄວ້ວ່າ ມັກຮັກນ້ຳສຽງມະລີຈັນສຸກ ມ່ວນຫຼາຍວ່າຊັ້ນ ໂດຍສະເພາະ
ເພງ ຄົງເຊໂດນທີ່ຮັກ ທີ່ທາງເຮົາ ໄດ້ນຳສະເໜີໄປນັ້ນ ແລະເພງ ຫຼວງພະບາງເມື່ອຍາມ
ແລງ ເປັນອີກເພງນຶ່ງ ທີ່ມະລີຈັນສຸກ ຮ້ອງໄວ້ ເປັນຜົນງານບົດປະພັນຂອງເຈົ້າຄຳຜາຍ
ກຸນຣະວຸທ. ອີກຄັ້ງນຶ່ງ ຂໍຂອບໃຈທຸກໆທ່ານທີ່ຄອຍເປັນກຳລັງໃຈຕິດຕາມພວກເຮົາ
ສະເໝີມາແລະຂໍໃຫ້ຄຸນພະຄຸນເຈົ້າຈົ່ງຄຸ້ມຄອງ ແລະມີສຸຂະພາບເຂັ້ມແຂງ ແລະຢ່າລືມ
ກັບມາຟັງເພງມ່ວນໆກັບພວກເຮົາອີກໃນລາຍການສຽງເພງຈາກແດນໄກຂອງ VOA
ຂໍໃຫ້ທຸກໆຈົ່ງທ່ານນອນຫຼັບຝັນຫວານ...