ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

"ຄົນ​ທີ່ຫວັງດີ" - ຕ້ອມ ​ເຣນ​ໂບວ໌


"ຄົນ​ທີ່ຫວັງດີ" - ຕ້ອມ ​ເຣນ​ໂບວ໌
"ຄົນ​ທີ່ຫວັງດີ" - ຕ້ອມ ​ເຣນ​ໂບວ໌

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນນີ້ ວັນນະສອນກໍຈະມາ ຈັດເພງ ໃຫ້ຕາມຄໍາຂໍຂອງທ່ານຜູ້ຟັງທີ່ຂຽນເຂົ້າມາຂໍຟັງອີກ ເນື່ອງຈາກວ່າຍັງມີຈົດໝາຍຫຼາຍໆ ສະບັບທີ່ຍັງບໍ່ທັນໄດ້ຕອບ. ຂໍເຊີນເຂົ້າສູ່ລາຍການໄດ້ເລີຍວ່າ ຄັ້ງນີ້ຈະແມ່ນເພງທີ່ທ່ານ ຂໍມາຫຼືບໍ່?

ສະບາ​ຍດີ​ທຸກໆທ່ານ​ ອາກາດ​ໃນນະຄອນ​ຫຼວງ Washington DC ນີ້ ​ແມ່ນ​ຄື້ມຟ້າ
ຄື້ມຝົນ​ຕົກ​ມາ​ປອຍໆ​ເປັນ​ໄລຍະໆ​ໄປ ຊຶ່ງ​ເປັນ​ຊ່ວງ​ລະດູ​ໃບ​ໄມ້​ຫລົ່ນ​ພໍດີ​ຫຼື​ທີ່​ຊາວ
ອະ​ເມຣິກັນ ​ເອີ້ນ​ວ່າ"Fall"ນັ້ນ. ​ແຕ່​ຢ່າງໃດ​ກໍ​ດີ ຂໍ​ໃຫ້​ແ​ຟນ​ລາຍການ ຮັກສາ​ສຸກຂະ
ພາບ​ໃຫ້​ເຂັ້ມ​ແຂງ ​ເພາະ​ຈະ​ໄດ້​ຢູ່ເປັນເພື່ອນ​ຟັງ​ເພງ​ກັບວັນນະ​ສອນ ຕະ​ຫຼອດ​ໄປ
ເວົ້າ​ໄປ​ເວົ້າ​ມາ ຄວາມ​ໝາຍ​ກໍ​ຄື "ຄົນ​ທີ່ຫວັງດີ" ຊຶ່ງ​ຊ່າງປະຈວບ​ເໝາະ​ກັບ​ຊື່​ຂອງ​
ເພງ​ທີ່​ຈະ​ຈັດ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຈັດ​ໃຫ້ຕາມ​ຄໍາ​ຂໍ​ຂອງ​ເຈົ້າ ອິນ​ທະສອນກຸນ​ລະ​ວຸດ ທີ່​ຂຽນ
ມາ​ຈາກ ຫຼວງ​ພະ​ບາງ ວ່າ​ຂໍ​ຟັງ​ເພງ "ຄົນ​ທີ່ຫວັງດີ" ທີ່​ເຈົ້າ​ຄໍາ​ຜາຍ ກຸນ​ລະ​ວຸດ ​
ເປັນ​ຜູ້​ປະພັນ ​ແລະ​ເນັ້ນ​ມາ​ເລີຍ​ວ່າ ​ເປັນ version ຂອງ ຕ້ອມ ​ເຣນ​ໂບວ ເອົາ​ວັນນະ
ສອນ ບໍ່​ເຮັດ​ໃຫ້​ຜິດ​ຫວັງ​ດອກ ​ແລະ​ຂໍ​ເປັນ​ຄົນ​ທີ່​ຫວັງ​ດີຕໍ່​ທ່ານ​ຜູ້​ຟັງ​ລາຍການອີກ​ຄົນ​ນຶ່ງ
ຄົງ​ບໍ່​ວ່າ​ກັນ.

ເພງ "ຄົນ​ທີ່ຫວັງດີ" ໂດຍ ຕ້ອມ ​ເຣນ​ໂບວ

ເພງ "ນົກ​ເຂົາ​ລືມ​ຄອນ" ຂອງ​ສິດ ສາຍ​ຮຸ້ງ ນີ້ ຈັດ​ໃຫ້​ຍາ​ລຸງ ຄໍາ​ຫອມ ຜູ້​ຟັງ​ທີ່​ຕິດຕາມ
VOA ມາ​ໄດ້​ນານ​ກວ່າ 40 ປີແລ້ວ. ຂໍ​ຂອບ​ໃຈ​ແລະ​ໃຫ້​ເປັຍ​ກໍາລັງ​ໃຈ​ຕະຫຼອດ​ໄປ ​
ແລະ​ຫວັງ​ວ່າເພງ "ນົກ​ເຂົາ​ລືມ​ຄອນ" ສະບັບ​ໃໝ່​ນີ້ ຄົງ​ຈະ​ພາ​ໃຫ້ ຍາ​ລຸງ ມີ​ສຸກຂະ
ພາບ​ເຂັ້ມ​ແຂງ​ແລະ​ໝັ່ນ​ຂຽນຈ. ມ. ເຂົ້າ​ມາ​ຫາ​ອີກ ສ່ວນ​ເພງ "ຄິດ​ຮອດ​ຄວາມ​ຮັກ"
ນັ້ນ ​ເອົາ​ໄວ້ຄັ້ງ​ໜ້າ.

ເພງ "ນົກ​ເຂົາ​ລືມ​ຄອນ" ໂດຍ ສິດ ສາຍ​ຮຸ້ງ

ສ່ວນ​ເພງ "ສວນ​ມອນ" ຂອງ​ອາ​ຈານ ຄໍາ​ຫຼ້າ ໜໍ່​ແກ້ວ ນີ້ ຈັດ​ໃຫ້​ຜູ້​ຟັງ​ທີ່​ຂຽນ​ຂໍ້ຄວາມ​
ໄວ້​ໃນ website ຂອງ VOA ຊື່ ບອນ ນັກ​ສຶກສາ​ທີ່​ຫວຽດນາມ.​ພ້ອມ​ດຽວ​ກັນ​ນີ້ ຂໍ​ຈັດ​
ໃຫ້​ຜູ້​ຟັງ ທີ່​ສົ່ງຄວາມ​ເຫັນ​ມາ​ໃຫ້​ທາງ​ເຮົາ​ອັນ​ມີ ບຸນຖະໜອມ ສີ​ປະທຸມທອງ ຈາກຣັດ
ເຊຍ, ​ແສງ​ທອງ ​ໂພທິ​ສັກ ແລະ​ທ່ານ​ເຄນ ຈາກ​ຫຼວງພະ​ບາງ ຈຶ່ງ​ຂໍ​ຖື​ໂອກາດ​ນີ້​ ກ່າວ​ຄໍາ​
ວ່າ​ "ຂອບ​ໃຈ" ​ແລະ​ຫວັງ​ວ່າ​ຄົງຈະ​ໄດ້​ເຫັນ​ລາຍ​ມື​ງາມໆ ຫຼື​ຂໍ້ຄວາມທາງ email
ຫາ​ພວກ​ເຮົາ​ອີກ ຂໍໃຫ້ທຸກໆທ່ານນອນ​ລັບ​ຝັນ​ດີ.

ເພງ "ສວນ​ມອນ"” ​ໂດຍ ຄໍາ​ຫຼ້າ ໜໍ່​ແກ້ວ

XS
SM
MD
LG