ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ເພງຫວານໆ Lady ຂັບຮອງໂດຍ Kenny Rogers


Kenny Rogers ສິນລະປິນອາວຸໂສ ໃນພິທີມອບລາງວັນລູກທົ່ງ ອາເມຣິກັນວັນປະຈຳປີ (CMA Awards) ຄັ້ງທີ 47 ທີ່ນະຄອນ Nashville, ລັດ Tennessee.

ສບາຍດີ ​ວັນນະ​ສອນຫວັງຢ່າງຍິ່ງວ່າ ທ່ານຄົງຈະສະບາຍດີ ແລະມ່ວນຊື່ນໃນການ
ສະຫຼອງວັນແຫ່ງຄວາມຮັກ ແລະສະຫຼອງວັນກຸດຈີນ ເປັນທີ່ຮຽບຮ້ອຍໄປແລ້ວ
ແລະກໍຫວັງວ່າ ທ່ານຄົງຈະໄດ້ມ່ວນຊື່ນກັບເພງຫວານໆ ທີ່ທາງເຮົາໄດ້ຈັດໃຫ້ຟັງ ໃນສັບປະດາແລ້ວນີ້. ເອົາມາຕໍ່ກັບເພງຫວານໆອີກເພງນຶ່ງຕື່ມ ທີ່ວັນນະສອນໝັ້ນໃຈ
ວ່າ ເພງນີ້ ຫຼາຍໆທ່ານຄົງຢາກໄດ້ຍິນອີກ ເພາະວ່າວັນນະສອນຟັງຍາມໃດ ກໍບໍ່ເບື່ອ
...ເອົາມາຮັບຟັງເພງຂອງນັກຮ້ອງອາວຸໂສທີ່ເກັ່ງກາດຂອງວົງການເພງຄົນນຶ່ງໃນ
ສະຫະລັດ ເຊີນໄປຟັງເພງ Lady ກັນກ່ອນ ຂໍມອບເພງຫວານໆນີ້ ໃຫ້ແກ່ແມ່ຍິງ
ທຸກຄົນໃນໂລກ...ເພາະມີພວກແມ່ໆທັງຫຼາຍທີ່ເປັນ Lady ພວກເຮົາ ຈຶ່ງມີວັນນີ້...
ຂັບຮອງໂດຍ Kenny Rogers.

​ສ່ວນ​ເພງ Love Is Your Name ທີ່ຂັບຮ້ອງໂດຍ Steven Tyler ຊຶ່ງເພງນີ້ ຂໍເພີ່ມ
ຄວາມຫວານຕໍ່ເຕີມ ຈາກວັນແຫ່ງຄວາມຮັກຕໍ່ມາ ເຖິງວັນອາທິດມື້ນີ້ ຂໍໃຫ້ຟັງມ່ວນໆ
ກັບເພງຫວານໆ ນີ້ໄປກ່ອນ ແລ້ວກັບມາຟັງເພງທີ 3 ກ່ອນປິດທ້າຍລາຍການ.

ກ່ອນຈະຈາກກັນໄປໃນຄືນນີ້ ວັນນະສອນ ຂໍມອບເພງດັງໃນອະດີດ ແລະເປັນເພງ
ຮັກອະມະຕະ ຕລອດການ Love Me Tender ທີ່ມີແຟນເພງໃນທົ່ວໂລກຍັງໂຫຍຫາ
ນ້ຳສຽງອະມະຕະຂອງຜູ້ກ່ຽວຢູ່ ນັ້ນກໍຄື Elvis Presley ຂໍ​ໃຫ້​ທຸກໆທ່ານ​ນອນ​ລັບ
​ຝັນ​ຫວານ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG