ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໗ ພຶດສະພາ ໒໐໒໔

Dolly Parton​ - Nine to Five


Dolly Parton Dolly Parton ຊະນະລາງວັນຜົນງານ
ປະສົບຜົນສະເລັດທີ່ສູງສຸດ ໃນຊີວິດ ຫຼື Willie Nelson Lifetime Achievement Award ໃນພິທີມອບລາງວັນ CMA Awards ຄັ້ງທີ 50 ທີ່ສະໜາມກິລາ Bridgestone ໃນນະຄອນ Nashville, Tennessee, 2 ພະຈິກ 2016.
Dolly Parton Dolly Parton ຊະນະລາງວັນຜົນງານ ປະສົບຜົນສະເລັດທີ່ສູງສຸດ ໃນຊີວິດ ຫຼື Willie Nelson Lifetime Achievement Award ໃນພິທີມອບລາງວັນ CMA Awards ຄັ້ງທີ 50 ທີ່ສະໜາມກິລາ Bridgestone ໃນນະຄອນ Nashville, Tennessee, 2 ພະຈິກ 2016.

ສະບາຍດີທ່ານແຟນລາຍການ​ທັງຫຼາຍ ສໍາລັບ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ວັນ​ອາທິດ​ຕົ້ນເດືອນ​ກັນຍາ​ນີ້ ​ເຮົາ​ຈະ​ເລີ່​ມດ້ວຍເພງ Nine to Five ຊຶ່ງເປັນ​ເພງ​ທີ່​ໂດ່​ງດັງ​ແລະ​ຂຶ້ນ​ຊື່ ​ເພາະ​ເປັນ​ເພງ​ທີ່​ສະ​ແດງ​ອອກ ​ເຖິງ​ຄວາມພະຍາຍາມ ທຸກໆຢາດ​ເຫື່ອ​ແລະ​ແຮງ​ງານ​ຂອງ​ທຸກ​ໜ້າ​ທີ່​ການ​ງານຂອງ​ຊາວ​ອາ​ເມຣິກັນ ທີ່​ຊ່ອຍ​ສ້າງສາ​ປະ​ເທດ​ສະຫະລັດອາ​ເມຣິກາ​ນີ້ ​ທີ່ມີ​ຄວາມ​ໝາຍວ່າ ​ເຮັດ​ວຽກ​ຕາມ​ເວລາ ​ແບບ ​ເຂົ້າ 9 ​ໂມງ​ເຊົ້າ ​ເຖິງ 5 ​ໂມງ​ແລງ ຂໍ​ເຊີນ​ໄປ​ຟັງ​ເພງ Nine to Five ຊຶ່ງ​ເປັນ​ເວລາ​ລັດຖະ​ການຂອງ​ຜູ້​ຄົນ ​ໂດຍ​ສ່ວຍ​ໃຫຍ່ ​ຂັບ​ຮ້ອງໂດຍ Dolly Parton​ ລາ​ຊີ​ນີລູກ​ທົ່ງຂອງ​ສະຫະລັດ ນີ້ພ້ອມໆ​ກັນ​ເລີຍ.

ເຮັດ​ວຽກ​ມາໝົດ​ທັງ​ສັບ​ປະດາ​ແລ້ວ ບັດ​ນີ້​ກັບ​ມາ​ນັ່ງ​ຟັງ​ເພງ​ສາກົນ​ແບບ​ສະ​ບາຍ​ໆກັນ​
ດີກ​ວ່າ ​ເປັນເພງ​ທີ່​ວັນນະ​ສອນ​ ຄິດ​ວ່າ ຄົງຈະ​ເປັນ​ທີ່​ຖືກ​ໃຈ​ຂອງ​ຫຼາຍໆ​ຄົນ​ເລີຍ...​ເຊີນ​ຮັບ​ຟັງ​ໄດ້ ຈາກວົງ Rascal Flatts ຊຶ່ງ​ເປັນ​ບົດ​ປະພັນ​ຂອງ Lauren Alaina. ​ເວລາໄດ້​ຟັງ​ເພງ​ນີ້​ແລ້ວ ຂໍໃຫ້ທ່ານ​ຜູ້​ຟັງ​ ​ຖາມ​ຕົວ​ທ່ານເອງວ່າ ​ສະຖານະ​ໃນ​ປັດຈຸ​ບັນ​ນີ້ ທ່ານ​ມີ​ຄວາມສຸກ​ແລ້ວ​ບໍ່ ບໍ່​ວ່າກ່ຽວ​ກັບ​ໜ້າ​ທີ່​ການ​ງານ​ແລະ​ຄວາມ​ຮັກ ຄວາມ​ສຳພັນ ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້​ເລີຍ ​ໃນ​ພາສາ​ອັງກິດ ວ່າ “Are You Happy Now?”

​ເພງ “Holiday” ຜົນງານ​ເພງ​ຂອງນັກ​ຮ້ອງ​ທີ່​ກ້າ​ເຮັດ​ກ້າ​ທໍາ ກ້າ​ປາກກ້າ​ເວົ້າຢ່າງ ​ Madonna ​ກໍ​ຖື​ວ່າເປັນ​ເພງ​ທີ່​ສະໜຸກ​ສະໜາ​ນ ມ່ວນ​ຊື່ນ​ທີ່ມັກ​ຈະ​ເປີດ​ໃນ​ງານ​ປາ​ຕີ ທຸກ​ຮູບ​ແບບ ​ເອົາ​ຂໍ​ໃຫ້​ມ່ວນ​ຊື່ນ​ກັບ​ເພງ​ນີ້ ທີ່​ມີ​ຄວາມ​ໝາຍວ່າ​ເປັນ​ວັນ​ພັກ ດັ່ງ​ຊື່​ຂ​ອງ​ເພງ​ນີ້ “Holiday” ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ລັບ​ຝັນ​ຫວານ.

XS
SM
MD
LG