ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ສາວຕ່າງຖິ່ນ ຂອງສວຍ​ມະນີ ຈັດເພື່ອເອົາໃຈສາວໆ ທີ່ປະກອບອາຊີບ ໃນຕ່າງແດນ


ສວຍ​ມະນີ ສີ​ສົມ​ພອນ
ສວຍ​ມະນີ ສີ​ສົມ​ພອນ

ສະບາຍດີ ສໍາລັບ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ວັນ​ອາທິດ​ຕົ້ນເດືອນ​ກັນຍາ​ນີ້ ຊຶ່ງ​ວັນ​ຈັນ​ມື້​ອື່ນ​ເປັນ​ວັນ​ທີ່​ກົງກັບ​ວັນ​ແຮງ​ງານຂອງ​ສະຫະລັດ ​ແລະ​ກາ​ນາ​ດາ ວັນນະ​ສອນ​ຈຶ່ງ​ຂໍ​ນໍາ​ສະ​ເໜີ​ເພງ​ທີ່​ສະ​ແດງ​ອອກ​ເຖິງ​ຄວາມ​ບາກ​ບັ່ນ​ ອົດທົນ​ຂອງເຫື່ອທຸກ​ຢົດ​ແລະ​ແຮງ​ງານ​ຂອງ​ທຸກໆ​ໜ້າ​ທີ່​ການ​ງານ ​ແລະ​ເພງ​ທໍາ​ອິດ​ນີ້ ​ເປັນ​ເພ​ງທີ່​ໂດ່ງດັງ ປະກອບ​ອາຊີບ​ຕາມ​ເວລາ​ເຂົ້າ​ອອກ ທີ່ຫຼາຍ​ໆທ່ານນຳ​ມາ​ເວົ້າ​ຈົນ​ຄຸ້ນ​ເຄີຍ ຈົນ​ຕິດ​ປາກ ແບບ​ວ່າ
9 to 5 ​ເປັນ​ຜົນງາ​ນ​ເພງຂອງ​ລາຊີ​ນີລູກ​ທົ່ງ​ອາ​ເມຣິກັນ Dolly Parton​ ຂໍ​ມອບ​ເພງ​ນີ້​ເພື່ອ​ເປັນ​ກຳລັງ​ໃຈ​ໃຫ້​ທຸກ​ໆທ່ານ ​ໃນ​ທຸກໆພາລະກິດ.


​ສ່ວນ​ເພງ​ທີ່​ສອງ​ນີ້ ​ຂໍ​ເປັນເພງ​ Pop ສະໜຸກ​ສະໜາ​ນ ​ເພາະວ່າ ​ວັນ​ແຮງງານ​ນີ້ ຖື​ວ່າ​ເປັນ​ວັນພັກ​ຍາວ ສຸດ​ສັບປະດາ ຈຶ່ງ​ຂໍ​ມອບ​ເພງ “Holiday” ທີ່ Madonna ​ຂັບ​ຮ້ອງ​ໄວ້ ວັນນະ​ສອນ​ກໍ​ເລີຍ​ຂໍ​ຈັດ​ເພງ​ນີ້​ພິ​ເສດ​ເພື່ອ​ສະຫຼອງ​ວັນ​ພັກ-ວັນ​ເ​ເຮ​ງງານໃນ​ສັບປະດາ​ນີ້ ​ໃຫ້ມ່ວນ
​ຊື່ນ​ກັນ ​ແລະ​ແຮ​ບປີ​ກັນ​ທຸກ​ຜູ້​ທຸກ​ຄົນ​ເລີຍ. Holiday” ທີ່ Madonna


ຂໍ​ປິດ​ທ້າຍ​ລາຍການ​ດ້ວຍ​ເພງ​ນີ້ ​ສາວ​ຕ່າງ​ຖິ່ນ ທີ່​ຂັບ​ຮ້ອງໂດຍ​ສວຍ​ມະນີ ສີ​ສົມ​ພອນ ຊຶ່ງ​ໄດ້​ໃສ່​ອາລົມ ​ໃຫ້​ສົມກັບ​ການ​ເປັນ​ສິນລະປິນ​ສຽງ​ດີ ຊຶ່ງ​ເພງ​ນີ້​ມີ​ເນື້ອ​ຫາ​ແລະຄວາມໝາຍ​ດີ
ທີ່​ໄດ້​ອະທິບາຍ​ເຖິງ​ຄວາມ​ອົດທົນ ​ແລະ​ສູ້​ທົນ​ໃນ​ການ​ເຮັດ​ວຽກ​ເຮັດ​ການ ຊຶ່ງ​ຊ່າງ​ເໝາະ​ສົມ ​ເຂົ້າ​ກັບການ​ສະຫຼອງໃນ​ວັນ​ແຮງ​ງານ ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ນອນ​ຫລັບ​ຝັນ​ຫວານ.

XS
SM
MD
LG