ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກົງລາ: ຄິດ​ເຖິງ​ບ້ານ


ກົງລາ ວົງສໍາພັນ
ກົງລາ ວົງສໍາພັນ

​ເພງ “ຄິດ​ເຖິງ​ບ້ານ” ຂອງ ກົງ​ລາ ສິນລະ​ປິນຄຸ​ນນະພາ​ບຈາກ ສປປ ລາວ ນີ້ ຈັດ​ໃຫ້ ຄູ​ວຽງ ນັກ​ສຶກສາ ມັດ​ທະ​ຍົມສົມ​ບູນ ຈາກອຸດົມ​​ໄຊ ສປປ ລາວ ທີ່​ຂຽນ​ເຂົ້າ​ມາ​ຜ່ານ​ທາງ Facebook.

ສະບາຍດີ​ທຸກໆທ່ານ ​ແລະ​ກໍ​ກັບ​ມາ​ພົບ​ກັນ​ອີກ​ແລ້ວ​ໃນ​ລາຍການ​
ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ທຸກໆຄໍ່​າຄືນຂອງ​ວັນ​ອາທິດ
​ເປັນ​ຈັ່ງ​ໃດ ຫວັງ​ວ່າ​ ທຸກໆທ່ານຄົງ​ຈະ​ມ່ວນຊື່ນ ສຸກ​ສະບາຍດີ
ຕາມ​ເດີມ ​ເພງ “ຄິດ​ເຖິງ​ບ້ານ ຂອງ ກົງ​ລາ ສິນລະ​ປິນ
ຄຸ​ນນະພາ​ບຈາກ ສປປລາວນີ້ ຈັດ​ໃຫ້ ຄູ​ວຽງ ນັກ​ສຶກສາມັດ​ທະ​
ຍົມ ສົມ​ບູນ ຈາກອຸດົມໄຊ ສປປລາວ ທີ່​ຂຽນ​ເຂົ້າ​ມາ​ຜ່ານ​ທາງ
socisl media Facebook ຂໍ​ຟັງເພງ ຄົນ​ໄກ​ບ້ານ ​ເພາະ​
ໄດ້​ມາສຶກສາມັດ​ທະ​ຍົມຕໍ່​ທີ່​ວຽງ​ຈັນພີ້ ຝາກ​ບອກ​ມາ​ວ່າ ​ຂໍຝາກ
​ເພງນີ້​ໃຫ້​ຊາວ​ອຸດົມໄຊ ຟັງກັນ ​ໂດຍ​ສະ​ເພາະຊາວບ້ານ​ນາວາງ
​ເມືອງ​ຮຸນ ​ແລະ​ວ່າຕິດຕາມ​ຮັບ​ຟັງ VOA ຕັ້ງ​ແຕ່​ປີ 2007 ພຸ້ນ​ແລະ
ນີ້​ຂໍ​ຟັງ​ເພງ​ເປັນ​ຄັ້ງ​ທໍາ​ອິດ ຂໍ​ເຊີນ​ຮັບ​ຟັງ​ໄດ້ ​ແລະ​ຫວັງ​ວ່າ ຄົງ​ຈະ​ເຫັນ​ຄູ​ວຽງ ​ສົ່ງ​ຂໍ້ຄວາມ​
ເຂົ້າ​ມາ​ອີກ.​
ເພງ “ຄິດ​ເຖິງ​ບ້ານ ໂດຍ ກົງ​ລາ

ເພງ“​ໄທດໍາລໍາພັນ” ນີ້ ຝາກໃຫ້ຜູ້ຟັງນ້ອງຕາມໃຈ ທີ່ບອກວ່າ ມັກຟັງເກົ່າໆໃນອະດີດ
ທີ່ນັບຖືກໍນັບຫາຟັງໄດ້ຊຶ່ງຍັງບອກມາວ່າ ເປັນແຟນລາຍການຕັ້ງແຕ່ຍັງນ້ອຍພຸ້ນ
ຕາບເທົ່າເຖິງປະຈຸບັນນີ້ ເອົາຂໍມອບເພງໃຫ້ທຸກໆທ່ານທີ່ຮັບຟັງ ລາຍການສຽງເພງຈາກ
ແດນໄກຂອງ VOA ເພື່ອວ່າ ຈະໄດ້ເປັນແຟນລານການ ຕະລອດໄປ

ຂັບ: “​ໄທດໍາລໍາພັນ”
ໂດຍ ກໍ. ວິເສດ

ເພງສຸດ​ທ້າຍນີ້ ຂໍຈັດໃຫ້ ວົງໄຊ ຢົງທາວວື ນັກສຶກສາທີ່ມະຫາວິທະຍາໄລ ສຸພານຸວົງ
ຄະນະວິສະວະກໍາສາດ ສາຂາ computer ບອກວ່າ ຕິດຕາມຮັບຟັງ VOA ສະ​ເໝີ​ມາ
​ແລະ​ນີ້​ກໍ​ເປັນຄັ້ງ​ທໍາ​ອິດ​ທີ່​ໄດ້ email ມາ​ຫາ​ທາງ​ເຮົາ​ແລະ​ວ່າ ຂໍ​ຟັງເພງ​ແດ່ ​ເພງ​ຫັຍງກໍ​ໄດ້
​ວ່າ​ຊັ້ນ ​ເອົາ​ເອື້ອຍວັນນະ​ສອນ ກໍ​ເລີຍຈັດ​ເພງ “ຢ່າ​ລືມ​ບ້ານ​ເກີດ” ​ໂດຍ​ ໄພ​ວັນ​ ເມກອາ
ຣຸນ
ສິນລະປິນສາວ ​ຈາກ​ລັດ Tennessee ​ເອົາ​ຜູ້​ຟັງ​ທີ່​ຍັງ​ບໍ່​ທັນ​ເຄີຍ​ໄດ້​ຂຽນ​ມາ ກໍ​ຈົ່ງຮີບ
​ຟ້າວ​ສົ່ງ​ເຂົ້າ​ມາ

ເພງ “ຢ່າ​ລືມ​ບ້ານ​ເກີດ” ໂດຍໄພ​ວັນ​ ເມກອາຣຸນ
XS
SM
MD
LG