ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຸດໃຈ ພູເຮືອງຫົງ - ຂອບໃຈ


ສຸດໃຈ ພູເຮືອງຫົງ
ສຸດໃຈ ພູເຮືອງຫົງ

ສະບາຍດີ ​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກທຸກໆທ່ານ
ໃນ​ຄ່ຳ​ຄືນ​ຂອງ​ວັນ​ອາທິດ 23 ມິຖຸນາ​ນີ້ ຫຼັງຈາກ​ທີ່​ໄດ້​ນໍາສະ​ເໜີ
​ເພງ “​ເວົ້າ​ພາສາ​ລາວ​ບໍ່​ໄດ້” ຂອງ​ວົງດົນຕີຣ໊ອກ ULUVUS
ຂອງ​ຄົນ​ຝຣັ່ງຫົວ​ໃຈ​ລາວ​ແລ້ວ ກໍ​ໄດ້​ມີ​ຫຼາຍ​ໆ​ທ່ານ​ຂຽນ​ເຂົ້າ​ມາ
​ຝາກ​ຂໍ້ຄວາມ​ໄວ້​ໃນ website ພາສາ​ລາວ​ຂອງ VOA
ວັນນະ​ສອນ​ ຈຶ່ງຕ້ອງ​ຂໍ​ຂອບ​ໃຈ​ໃນທຸກໆຂໍ້ຄວາມ​ ​ແລະ​ກໍ​ປະຕິ
ຍານ​ວ່າ​ຈ​ະພະຍາຍາມ​ຈັດ​ສັນ​ຫາເພງ​ໃໝ່ໆທັງ​ເພງ​ລາວ​ແລະ​ເພງ​
ສາກົນ ທີ່​ມ່ວນໆໜ້າ​ຟັງແລະ​ຖືກ​ໃຈ​ມາໃຫ້ທ່ານ​ຜູ້​ຟັງ ​ເພາະ​ເຮົາ
ຈະ​ໄດ້​ຟັງ​ເພງ​ມ່ວນໆ​ຮ່ວມ​ກັນໃນ​ທຸກໆ​ຄໍ່າ​ຄືນ​ວັນ​ອາທິດ. ​

ເພງ ຂອບໃຈ ​ທີ່​ປະພັນ​ໂດຍ ​ອາຈານ​ຄໍາ​ຫຼ້າ ໜໍ່​ແກ້ວ ທີ່​ຜູ້​ຟັງ​
ຂຽນ​ເຂົ້າ​ມາ​ຢາກ​ຟັງ​ສະບັບ​ຂອງອາຈານພົມມະ ພິມມະສອນ
​ແຕ່​ເສຍ​ດາຍ ​ວັນນະ​ສອນ​ໄດ້​ຕິດ​ຕໍ່​ທາງ​ອາຈານໄປແລ້ວ​ແຕ່​ເພິ່ນ​ບໍ່ໄດ້​ຮ້ອງ​ເພງ​ນີ້ຂຶ້ນ​ມາ​ໃໝ່​
ວັນນະສອນ​ຈຶ່ງ​ພະຍາຍາມ​ຄົ້ນ​ຫາ ​ເຫັນ​ແຕ່​ເພງ​ເກົ່າ​ທີ່​ຄຸນ​ນະພາ​ບບໍ່​ສູ້​ຈະ​ດີ ກໍ​ເລີຍ​ຈັດ​ຂອງ​
ສິນລະ​ປິນສາວ ສຸດ​ໃຈ ພູ​ເຮືອງ​ຫົງ ​ໃຫ້​ແທນ ຊຶ່ງທັງສອງທ່ານ ຄື​ທ່ານ​ນິນ​ທອນ ​ແສງ​ສະຫວັດ
ແລະ​ທ່ານ ທ່ານ​ສີ​ຄວນ​ ໂຄດ​ມະນີ​ວົງ ເພື່ອ​ຈັດ​ມອບ​ໃຫ້​ທ່ານ ຈັນ​ສະໝອນ ແສງ​ສະຫວັດ
ພ້ອ​ມດ້ວຍຄອບຄົວ ​ໃນ​ລັດ Gorgia ​ເອົາຫວັງ​ວ່າ ພໍ​ໄດ້​ຟັງ​ເພງ​ນີ້​ແລ້ວ​ທ່ານ ຈັນ​ສະໝອນ
ແສງ​ສະຫວັດກໍ​ຄົງ​ຕ້ອງ​ຮີບ​ຟ້າວ​ໂທລະສັບ​ທາງ​ໄກ ​ໄປ​ຂອບ​ໃຈ ທ່ານ​ທັງ​ສອງ​ທີ່​ກ່າວ​ນາມ
​ມາ​ຂ້າງ​ເພ​ທິງ​ນີ້​ແລ້ວ​ລະ.

ລິງໂດຍກົງ
ສ່ວນເພງ “Tear In Heaven ຂອງ Eric Clapton ນີ້​ຈັດ​ໃຫ້​ຕາມ​ຄໍາ​ຂໍຂອງທ່ານ​ຜູ້​ຟັງ

Phongsak Buarapha ຈາກຈັງຫວັດເລີຍ​ ປະ​ເທດ​ໄທ​ທີ່​ຂຽນເຂົ້າ​ມາ​ຜ່ານ​ທາງ FB
ທີ່ວ່າ ເປັນຄົນໄທຍ ແຕ່ມັກຟັງ VOA ພາກພາສາລາວ​ເຮັດໃຫ້ ​ໄດ້​ຮຽນຮູ້ຂ່າວສານແລະ
ສາລະມາກມາຍ ແລະວ່າຍິ່ງ ໄດ້ຍິນສໍານຽງສຽງຫຼວງພະບາງ ກໍຍິ່ງໜ້າຟັງແລະປະທັບໃຈ
ວ່າຊັ້ນ… ວັນນະສອນວ່າ ແມ່ນໃຜຍ້ອງໃຜກັນແທ້​ ເພາະເທົ່າທີ່ເຂົ້າໃຈນັ້ນແມ່ນວ່າ
ສໍານຽງຄົນຈັງຫວັດເລີຍ ກໍເວົ້າສໍານຽງແບບດຽວກັບຫຼວງພະບາງ ເປັນອັນວ່າ​ມ່ວນກັນ
ທັງສອງເລີຍ…ແລະກໍຫວັງຢ່າງຍິ່ງວ່າ Phongsak ຄົງຂະຂຽນເຂົ້າມາອີກຫຼັງຈາກ
ໄດ້ຟັງເພງເສົ້າໆຂອງ Eric Clapton ຊຶ່ງເພງນີ້ Eric Clapton ໄດ້ຂຽນເຖິງລູກຊາຍທີ່
ຈາກໄປຢ່າງບໍ່ມີວັນກັບ ແລະວັນນະສອນວ່າ ພໍໄດ້ຟັງເພງນີ້ແລ້ວ… ພາໃຫ້ຄິດເຖິງຄົນທີ່
ທ່ານສູນເສຍໄປຢ່າງແນ່ນອນ. ຂໍ​ເຊີນໄປ​ຟັງ​ຮ່ວມກັນ​ເລີຍ.

ລິງໂດຍກົງ

ສ່ວນເພງສຸດ​ທ້າຍ​ນີ້ ຂໍ​ຈັດ​ໃຫ້​ແທນ​ຄໍາ​ຂອບ​ໃຈ ທຸກໆ​ທ່ານ​ທີ່​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ
ວັນນະ​ສອນ​ກໍ​ເລີຍຂໍ​ມອບ​ຜົນງານເພງຂອງ ສຸດທິ​ລິດ ກິ​ຕ້າມື້​ຊ້າຍ ທີ່ໄດ້​ທໍ​າຜົນງານ​
ເພງ​ເກົ່າ​ສຸດ​ຍອດ​ອໍາ​ມະຕະ​ເພງ​ລາວ ຫຼາຍໆ​ເພງ​ມາ​ທໍາ​ຂຶ້ນ​ໃໝ່ ຫວັງ​ວ່າ ສຸດທິ​ລິດ ​
ຄົງ​ຈະ​ສືບ​ຕໍ່​ສ້າງ​ຜົນງານ​ເພງ​ດີໆ​ອອກ​ໃຫ້​ພວກ​ເຮົາໄດ້​ຟັງ​ກັນ​ອີກ​. ​ມາຟັງ​ເພງ
“ບາງທີ ” ພ້ອມໆ​ກັນ​ເລີຍ​

ລິງໂດຍກົງ

ຂໍໃຫ້ທຸກໆ​ທ່ານຈົ່ງ​ນອນ​ຫລັບ​ຝັນ​ຫວານ​.

XS
SM
MD
LG