ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງດັງໃນອະດີດ ຄິດຮອດຄວາມຮັກ ທີ່ ໄພທູນ ຂັບຮ້ອງ ຄົງເຮັດໃຫ້ທ່ານຜູ້ຟັງ ຄິດເຖິງຄວາມເກົ່າຄວາມຫຼັງ


ໄພທູນ ກອງ​ໄຊ​ຍະ​ສັກ
ໄພທູນ ກອງ​ໄຊ​ຍະ​ສັກ

ເພງ​ທຳ​ອິດ​ນີ້ ຂໍ​ຈັດ​ໃຫ້​ແຟນລາຍການ​ຂະໜານ​ແທ້​ຍາ​ລຸງ ບົວ​ຫອມ ດຳຣົງ ທີ່​ຍັງ​ຂຽນ​ຈົດໝາຍ​ເຂົ້າ​ມາ​ເປັນ​ປະຈຳ​ເກືອບ​ວ່າ​ທຸກໆ2-3 ​ເດືອນ ​ເພາະວ່າ ກວ່າ​ຈົດໝາຍ​ຈະ​ມາ​ຮອດ​ກະ​ເສຍ​ເວລາ​ຫຼາຍ​ສັບປະດາ..ຍາ​ລຸງ​ຂຽນ​ບອກ​ມາ​ວ່າ…ບໍ່​ມີ​ຫຍັງ​ຫຼາຍ…ຮູ້​ແຕ່​ວ່າ ຖ້າ​ບໍ່​ໄດ້​ຟັງ VOA ​ເໝືອນ​ກັບ​ວ່າ​ຂາດ​ບາງ​ສິ່ງ​ບາງ​ຢ່າງ​ໄປ…ປະມານ​ວ່າ ກິນ​ເຂົ້າ​ບໍ່​ແຊບ​ພຸ້ນ​ລະ…ຍາ​ລຸງ​ຍັງ​ບອກ​ມາ​ອີກ​ວ່າ​ໃຫ້​ເກັບ​ກຳ​ຜົນງານເພງເກົ່າໆ ອະ​ມະຕະ​ເພງ​ລາວ​ໄວ້…ນີ້ ອາດ​ຈະ​ເປັນ​ເຫດຜົນ​ນຶ່ງ​ທີ່​ຍາ​ລຸງ​ພະຍາຍາມ​ຂຽນ​ເຂົ້າ​ມາ​ຂໍ​ຟັງ​ເພື່ອ​ຈະ​ໄດ້​ສືບ​ສານ​ຕຳນານ​ເພງ​ລາວ​ໄວ້…ຖ້າ​ໝັ່ນ​ເປີດ ໝັ່ນ​ຟັງ​ເລື້ອຍໆ ​ເພງ​ເກົ່າໆ​ເປັນ​ຕຳນານ​ພວກ​ນີ້ ກໍ​ຈະ​ບໍ່ໄດ້ສູນ​ຫາຍ​ໄປ​ໃສ ມັນ​ຈະ​ຢູ່​ຄຽງ​ຄູ່​ກັບ​ພວກ​ເຮົາ​ໄປ​ຈົນ​ວັນ​ທີ່​ພາກ​ຈາກ​ກັນ​ໄປ​ນັ້ນ​ລະ ວ່າ​ບໍ່​ຍາ​ລຸງ? ​ເອົາ​ໄປ​ຟັງ​ເພງ ຄິດ​ຮອດ​ຄວາມ​ຮັກ ຂອງ​ປະພັນອາຈານ​ຄຳ​ຫຼ້າ ໜໍ່​ແກ້ວ ​ແລະ​ນຳ​ມາ​ຂັບ​ຮ້ອງ​ໃໝ່ ​ໂດຍ​ໄພທູນ ກອງ​ໄຊ​ຍະ​ສັກ ເພາະວັນນະ​ສອນ ​ຄິດ​ວ່າ​ເພງ​ນີ້ ຄົງ​ຈະ​ໃຫ້​ຫຼາຍໆ​ທ່ານ…ຄິດ​ຮອດ​ຄວາມ​ຮັກ​ຂຶ້ນ​ມາ​ກໍອາດ​ເປັນ​ໄດ້…


ວັນນະສອນຂໍຖືໂອກາດນີ້ຂອບໃຈແລະຈັດເພງມອບໃຫ້ທ່ານຜູ້ຟັງທີ່ຂຽນຂໍ້ຄວາມຝາກ
​ໄວ້​ໃນ website ຂອງ VOA ຢ່າງ​ມາກ​ມາຍ​ກ່າຍ​ກອງທັງ​ໃຫ້ຂໍ້​ຄິດ ຕິ​ຊົມ ຊຶ່ງ​ໂດຍ​ສ່ວນ​ຕົວ​ວັນນະ​ສອນ​ແລ້ວ ​ແມ່ນ​ວ່າຄວາມ​ເຫັນ​ພວກ​ນີ້​ເປັນ​ຢາ​ຊູ​ກຳລັງ ​ແລະ​ມີ​ຄວາມ​ໝາຍ​ຫຼາຍ​ສຳ​ຫຼັບ​ຜູ້​ຈັດ​ລາຍການ​ທຳ​ມະ​ດາ​ຄົນ​ນຶ່ງ​ເພາະວ່າ ການ​ທີ່​ຈະ​ເຮັດ​ໃຫ້​ຄົນ​ຕິດຕາມ​ຮັບ​ຟັງ​ນັ້ນ
ບໍ່​ແມ່ນ​ຂ​ອງ​ງ່າຍ ຍ່ອມ​ຈະ​ມີ ທັງສາຣະຄວາມຮູ້ແລະຄວາມ​ບັນ​ເທີ​ງ ຄຽງ​ຄູ່​ກັນ​ໄປ​ ຈຶ່ງ​ຂໍ​ຖື​ເປັນ​ພະ​ຄຸນ​ຢ່າງລົ້ນ​ເຫຼືອສຳ​ຫຼັບ​ທຸກ​ຖ້ອຍ​ຄຳ…​ຂໍ​ມອບ​ເພງມ່ວນ​ໆນີ້​ໃຫ້​ທ່ານ ​ແກ້ວ ​ແສງ​ສະຫວ່າງ
ພອນ​ປະ​ເສີດ ທ່ານ​ທີ່ໃຊ້​ນາມ​ແຝງ​ວ່າ ນິຍົມ​ຊາດ​ລາວ Lao People ​ແລະ​ທ່ານ​ຄຳ​ມີ...ຖ້າ​ທ່ານ​ໃດ​ຢາກ​ຈະ​ຊາບ​ວ່າ ທ່ານ​ໃດ​ຂຽນ​ຂໍ້ຄວາມ​ໄວ້​ຢ່າ​ງ​ໃດນັ້ນ ກໍ​ຮີບ​ເຂົ້າ​ໄປ​ຄົ້ນ​ຫາ​ເບິ່ງ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໄດ້​ທີ່ lao.voanews.com ເອົາ​ມາ​ຟັງເພງ​
ມ່ວນໆ​ພ້ອມ​ກັນ​ເລີຍ ຊຶ່ງ​ເພງ​ນີ້ ມັກ​ກັນ​ທຸກ​ຜູ້​ທຸກ​ຄົນ​ນັ້ນ​ລະ…


ນອກຈາກ​ທີ່​ມີ​ແຟນລາຍການວິທະຍຸ VOA ທີ່​ເປັນ​ຄົນ​ລາວ​ແລ້ວ ຍັງ​ມີ​ທ່ານ​ຜູ້​ຟັງ​ບໍ່​ໜ້ອຍ​ທີ່​ເປັນ​ຄົນ​ເຊື້ອສາຍ​ລາວ​ໃນ​ທົ່ວ​ໂລກ ຕິດຕາມ​ຮັບ​ຟັງລາຍການຂອງ​ພວກ​ເຮົາ ​ແລະ​ໄດ້​ຕິດ​ຕໍ່​ຂຽນ​ຈົດໝາຍ​ເຂົ້າ​ມາ​ເປັນ​ພາສາ​ໄທ ກໍ​ມີ​ມາກ​ມາຍ...ຂໍ້ຄວາມ​ຂອງ​ສົມ​ຈັນ ດວງ​ບຸດ​ດີ ຂຽນ​ມາ​ວ່າ ​ເພ​ງຊຶ້ງໆ ມ່ວນ​ຫຼາຍໆ​ແທ້ ​ເປັນ​ເພງ​ທີ່​ອະ​ມະ​ຕະ ​ແລະ​ຍືນຍົງ​ຢູ່​ໃນ​ໃຈ​ທ່ານ​ຜູ້​ຟັງ ຂອບ​ໃຈ ທີ່​ມີ​ເພງ​ມ່ວນໆ ຖ້າ​ຍັງ​ມີອີກ ຂໍ​ໃຫ້​ນຳ​ມາຈັດ​ໃຫ້​ຟັງ​ອີກ​ແດ່​ເດີ ກ່ອນ​ປິດ​ທ້າຍ​ລາຍການ​ນີ້
ຂໍ​ມອບ​ເພງ​ຂອງ​ສາວ​ນ້ອຍ​ທີ່​ຫ່າງ​ຫາຍ​ຈາກ​ວົງ​ການ​ໄປ​ນົມ​ນານ…ຫັວງວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະ​ຈົດ​ຈຳ​ສຽງ​ຫວານ​ໆຂອງ Alexandra ທິ​ດາ​ວັນ ບຸນ​ຊ່ວຍ ​ໃນ​ບົດ​ເພງ ບໍ່​ລືມ​ສັນຍາ ຂໍ​ໃຫ້
ທຸກໆທ່ານນອນ​ຫຼັບ​ຝັນ​ດີ ແລະພົບກັນໃຫມ່ໃນສັບປະດາຫນ້າ.

ການສະແດງສົດ

Music Video

XS
SM
MD
LG