ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເກສອນ ວົງດາຣາ - ຮັກເຈົ້າສຸດຫົວໃຈ


ເກສອນ ວົງດາຣາ
ເກສອນ ວົງດາຣາ

ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ບິດ​ດຽວ​ກໍ​ຢ່າງ​ເຂົ້າ
​ເດືອນ​ມີນາແລ້ວ ຫວັງ​ວ່າ​ສາມເດືອນທໍາ ອິດຂອງປີ​ 2014 ນີ້ ຫຼາຍໆທ່ານຄົງຈະ​ປະສົບ
​ຜົນ​ສໍາຳເລັດ​ຕາມທີ່ຕັ້ງໃຈແລະຄາດໝາຍໄວ້ ແລະກໍຫັວງວ່າອີກ 9 ເດືອນຂ້າງໜ້າ ກໍຍິ່ງ
ຈະສົມ​ຫວັງ ພອກ​ພູນ ສົມ​ປະສົງ​ທຸກ​ປະການ​ ວັນນະສອນຂໍເ​ເນະນຳເພງດັງໃນອະດີດ
ທີ່ຫຼາຍໆທ່ານຄິດຮອດຄິດເຖິງ ຢາກຈະຟັງແຕ່ກໍຫາຟັງໄດ້ຍາກຂຶ້ນນັບມື້​ ວັນນະສອນ
ກໍຕ້ອງຂໍຂອບໃຈ ນ້ອງສຸກສາຄອນ ທີ່ໄດ້ສົ່ງຜົນງານເພງຂອງແມ່ ຍານ້າ ເກສອນ
ວົງດາຣາ
ມາໃຫ້ ຊຶ່ງເພິ່ນກໍເປັນສິນລະປິນດັງໃນອະດີດ ແລະກໍຍິ່ງນຳຜົນງານເພງ
ເກົ່າໆມາຂັບຮ້ອງໃໝ່ແລ້ວ ກໍຖືວ່າເປັນຜູ້ນຶ່ງທີ່ພະຍາຍາມຮັກສາເພງລາວ ໄວ້ໃຫ້
ລູກຫຼານລາວຕໍ່ໆໄປໄດ້ຮັບຟັງກັນ ແລະຮູ້ເຖິງທີ່ມາຂອງເພງທີ່ຫາຍາກເຫຼົ່ານີ້​
ຂໍ​ຈັດ​ເພງ “ຮັກເຈົ້າສຸດຫົວໃຈ” ໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ແລະວັນນະສອນວ່າ
ຖ້າຮັກກັນແບບສຸດຫົວໃຈແບບນີ້ແລ້ວ ກໍຢ່າໄດ້ປະຖິ້ມກັນໄປໃສ, ແລງວັນອາທິດ
ມາຮອດແລ້ວກໍຮີບຟ້າວມາຟັງເພງເປັນເພື່ອນກັນ ຈະໄດ້ຄອຍຫາຍເຫງົາໄດ້ ວ່າບໍ່​?
ເພງ ຮັກເຈົ້າສຸດຫົວໃຈ ” ​ໂດຍ ເກສອນ ວົງດາຣ

ຈັງໃດກໍຫຼິ້ນເພງຂອງຍາເອື້ອຍເກສອນ ໃຫ້ຟັງໄປແລ້ວ ບັດນີ້ ວັນນະສອນ ຂໍເປີດ
ເພງຂອງຜູ້ເປັນລູກ ສຸກສາຄອນ ວົງດາຣາ ທີ່ໄດ້ເດີນຮອຍຕາມແມ່ ແບບວ່າ
"ເຊື້ອໝາກຕ້ອງບໍ່ຮ່ອນລົ່ນໄກກົກ​ ເຊື້ອຜົມດົກ ບໍ່ຮ່ອນເປັນຄົນຫົວລ້ານ"​
ສຸກສາຄອນ ວົງດາຣາ
ກໍແມ່ນຜູ້ນຶ່ງທີ່ໄດ້ຊ່ອຍເຫຼືອປະຊາຄົມລາວໃນການາດາ
ເຂດ Toronto ແລະກໍເປັນນຶ່ງໃນຄະນະຜູ້ຈັດລາຍການວິທະຍຸບ້ານນາ. ໂອກາດ
ໜ້າວັນນະສອນ ຈະນຳການສໍາ ພາດກັບທັງສອງແມ່ນລູກ ນັກສິນລະປິນ ມາຝາກ
ທ່ານຜູ້ຟັງ…ຢ່າລືມຄອຍຕິດຕາມລະ ຊຶ່ງຄໍ່າ ຄືນນີ້ ສຸກສາຄອນຈະມາຮ້ອງເພງ
“​ຮັກເຄິ່ງທາງ” ທີ່ເປັນ ຜົນງານບົດປະພັນແລະຮຽບຮຽງດົນຕີໂດຍ ອະນຸໂລມ
ອະນຸລັກ
ສິນລະປິນສຽງດີ ຈາກ ລັດ Nevada. ເຊີນຮັບຟັງໄດ້…
ເພງ:ຮັກເຄິ່ງທາງ ” - ສຸກສາຄອນ ວົງດາຣາ

ວັນນະສອນພ້ອມດ້ວຍລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ຂໍ​ອໍາ​ ລາ
​ທ່ານ​ຜູ້​ຟັງ​ດ້ວຍ​ເພງ​ນີ້​ “ຫອມດອກຈໍາ ປາ ຜົນງານເພງຂອງສາວລາວຈາກຝຣັ່ງ
ທີ່ໄດ້ມາເປັນສາວອະເມຣິກັນແລ້ວ​ ປະກາຍຫົງ ວົງພະຈັນ​ ຂໍມອບໃຫ້ທ່ານຜູ້ຟັງ
ທຸກໆທ່ານທີ່ມັກຮັກໃນຄວາມງາມຂອງ ດອກຈໍາປາ ສັນຍາລົກດອກໄມ້ປະຈໍາຊາດ
ຂອງລາວພຸ້ນແລະອາທິດໜ້າ ວັນນະສອນຈະກັບມາຈັດເພງຕອບຈ. ມ. ທ່ານຜູ້
ຟັງ​ຜູ້ໃດທີ່ຂຽນເຂົ້າມາຂໍຟັງເພງນັ້ນ ຕຽມຕົວໄວ້ໃຫ້ດີ…ເພາະວັນນະສອນຈະມາ
ຈັດເພງມອບໃຫ້.
ເພງ: “ຫອມດອກຈໍາ ປາ - ປະກາຍຫົງ ວົງພະຈັນ
XS
SM
MD
LG