ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເພງ Lady ຂັບ​ຮ້ອງ​ໂດຍ Kenny Rogers


Kenny Rogers, ໄດ້​ຮັບ​ລາງວັນ ດີ​ເດັ່ນ (lifetime achievement) ໃນ​ພິ​ທີ​ມອບ​ລາງວັນ CMA ຄັ້ງ​ທີ 47 ທີ່​ນະ​ຄອນ Nashville, Tenn. 6 ພະ​ຈິກ 2013.
Kenny Rogers, ໄດ້​ຮັບ​ລາງວັນ ດີ​ເດັ່ນ (lifetime achievement) ໃນ​ພິ​ທີ​ມອບ​ລາງວັນ CMA ຄັ້ງ​ທີ 47 ທີ່​ນະ​ຄອນ Nashville, Tenn. 6 ພະ​ຈິກ 2013.

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນ​ຄໍ່​າຄືນນີ້ ​ວັນນະ​ສອນ​ໄດ້​ນໍາ​ເພງ
ລູກ​ທົ່ງ​ສາ​ກົນ​ທີ່​ມ່ວນໆ ມາ​ຝາກ​ທ່ານ​ຜູ້​ຟັງ ຢ່າ​ລໍ​ຊ້າ​ເລີຍ ຂໍ​ເຊີນ​ທ່ານ​ຜູ້ຟັງເຂົ້າ​ສູ່
​ລາຍການ​ໄດ້​ເລີຍ.

ສບາຍດີ ທ່ານ​ແຟນລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ​ໃນ​ຄໍ່າ​ຄືນ​ນີ້
ວັນນະ​ສອນ ຈະ​ພາ​ທ່ານໄປ​ມ່ວນ​ຊື່ນ​ກັບ​ເພງລູກ​ທົ່ງ​ອາ​ເມຣິກັນ ຂໍ​ເລີ້ມ​ດ້ວຍ​ເພງ
​ທີ່​ເປັນ​ຕຳ​ນານ…ສາ​ມາດ​ກາ​ລັ​ນຕີ​ໄດ້​ເລີຍ​ວ່າ…ຖືກ​ອົກ​ຖືກ​ໃຈ​ທຸກໆ​ທ່ານ​ທີ່​ໄດ້​ຮັບ
ຟັງເພງ​ນີ້ ​ແຕ່ງ​ໂດຍ​ເຈົ້າ​ພໍ່​ວົງ​ການ​ເພງສະ​ຫະ​ລັດ Lionel Richie ຜູ້​ທີ່​ມີ​ຊື່​ສຽງ​
ໂດ່ງ​ດັງຜູ້​ນຶ່ງ ທີ່​ມີ​ຄວາມ​ມາດ​ພ້ອມ ແຕ່ງ​ເພງ​ໃດ ກໍ​ດັງ​ໄປ​ໝົດ ແລະ​ໃຫ້ Kenny
Rogers
ສິນ​ລະ​ປິນ​ອາ​ວຸ​ໂສ ຢູ່​ໃນ​ວົງ​ການ​ເພງ​ລູກ​ທົ່ງ​ອາ​ເມ​ຣິ​ກັນ ທີ່​ເປັນ​ຕຳ
​ນານ ເອົາ​ຢ່າ​ລໍ​ຊ້າ​ເລີຍ ຮີບ​ໄປ​ຟັງ​ເພງ​ທີ່​ທຸກ​ຄົນ​ລໍ​ຄອຍ…ເຊີນ​ຮັບ​ຟັງ​ໄດ້…
ໃນ​ບົດ​ເພງ Lady.

ເພງຕໍ່​ໄປເປັນ​ເພງເສົ້າຂອງ Sam Hunt ​ທີ່​ຂັບ​ຮ້ອງ​ເພງ​ນີ້ ໄດ້​ກິນ​ໃຈ ເພາະ​ວ່າ
ເພງ​ນີ້ ມີ​ເນື້ອ​ໃນ​ໃຈ​ຄວາມ​ວ່າ...ໄປ​ຫຼົງ​ຮັກ​ເຈົ້າ​ຄົນ​ທີ່​ມີ​ຄອບ​ຄົວ ມີ​ເຈົ້າ​ຂອງ...ແຕ່​ວ່າ​
ສາ​ມີ​ຂອງ​ນາງ​ແມ່ນ​ເປັນ​ຄົນ​ເສ​ເພ ທັງ​ກິນ​ເຫຼົ້າ ກ້າວ​ລ້າວ ບໍ່​ຮັບ​ຜິດ​ຊອບ ແຕ່ຜູ້​ຊາຍ
​ຄົນ​ນີ້ກໍ​ເຂົ້າ​ໃຈ​ແລະ​ເຫັນ​ໃຈ...ຢາກ​ຊ່ອຍ​ເຫຼື​ອໃຫ້ແ​ມ່​ຍິງ​ຄົນ​ນັ້ນ​ຫຼຸດ​ອອກ​ຈາກ​ ​ສະ​ພາບ
​ການ​ທີ່​ບ້ານ​ແຕກ​ສະ​ແຫຼກ​ຂາດ ອອກ​ຈາກ​ຄວາມ​ທຸກ​ທີ່​ລາວ​ໄດ້​ຮັບ ຈົນໃນ​ທີ່​ສຸດ
ກໍ​ສາ​ມາດ​ຫຼຸດ​ອອກ​ມາ​ໄດ້...ເຊີນ​ໄປ​ຟັງ​ພ້ອມໆ​ກັນ​ເລີຍ ໃນ​ບົດ​ເພງ Take Your Time
ຄື​ວ່າ ໃຊ້​ເວ​ລາ​ເທົ່າ​ທີ່​ເຈົ້າ​ຕ້ອງ​ການ ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ທີ່​ນັ້ນ.

ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍເພງ​ມ່ວນໆ ​ສະ​ນຸກ​ສະ​ໜານ ເພື່ອ​ປິດ​ທ້າຍ​ລາຍ​ການແບບ​ວ່າ
ຄ່ຳ​ຄືນ​ນີ້ ເປັນ​ຄືນ​ທີ່​ວິ​ເສດ​ທີ່​ສຸດມື້​ນຶ່ງ ດັ່ງ​ຊື່​ຂອງ​ເພງ​ນີ້…Hell Of A Night ທີ່​ຂັບ​ຮ້ອງ
​ໂດຍ Dustin Lynch ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG