ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Heartbeat Song ທີ່​ມີ​ຄວາມ​ໝາຍ​ວ່າ ສຽງ​ເຕັ້ນຂອງ​ຫົວ​ໃຈ ຂັບ​ຮ້ອງ​ໂດຍ Kelly Clarkson


Kelly Clarkson ຮ້ອງ​ເພງ​ຄູ່​ກັບ Miranda Lambert
Kelly Clarkson ຮ້ອງ​ເພງ​ຄູ່​ກັບ Miranda Lambert

​ຄ່ຳ​ຄືນນີ້​ ວັນນະ​ສອນ ຈະມາກ່ອມທ່ານຜູ້ຟັງດ້ວຍເພງສາ​ກົນ​ແນວ​ຣ໊ອກ
ຂໍເຊີນເຂົ້າຮັບ​ຟັງ​ເພງ​ມ່ວນໆ ​ໃນລາຍການສຽງເພງຈາກແດນໄກຂອງວີ​ໂອ​ເອ ໄດ້​ເລີຍ.

ສະບາຍ​ດີທຸກໆ​ທ່ານ​ ກັບ​ມາ​ພົບ​ກັນ​ອີກ​ຕາມ​ເຄີຍ​ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​
ຂອງວີ​ໂອ​ເອ ຫວັງ​ວ່າທ່ານ​ຜູ້​ຟັງ​ຄົງຈະ​ມັກ​ເພງທີ່ວັນ​ນະ​ສອນ ເປີດ​ໃຫ້​ຟັງ​ກ່ອນ​ຖາມ​
ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ ເປັນ​ເພງ​ຂອງ Kelly Clarkson ນັກ​ຮ້ອງ​ສາວ ນັກ​ສິນ​ລະ​ປິນ
ແລະ ນັກ​ແຕ່ງ​ເພງ.. ທີ່​ຂັບ​ຮ້ອງ​ ​ເພງ… Heartbeat Song ຊຶ່ງ​ເປັນ​ເພງທີ່​ຟັງ​ແລ້ວ
ຕື່ນ​ເຕັ້ນ ດັ່ງ​ຊື່​ຂອງ​ເພງ​ນີ້ ສຽງ​ເຕັ້ນຂອງ​ຫົວ​ໃຈ...ເທື່ອ​ໜ້າ​ວັນ​ນະ​ສອນ ກໍ​ຈະ​ຫາ​ເພງ​
ມ່ວນໆ​ຂອງ Kelly Clarkson ມາ​ຝາກ​ໃຫ້​ທ່ານ​ຜູ້​ຟັງ​ອີກ. ເອົາ​ໄປ​ຟັງ​ເພງມ່ວນໆ
ຕໍ່​ໄປ​ເລີຍ...ເປັນ​ເພງຂອງ​ສາວ​ນ້ອຍ​ສຸດ​ເຊັກ​ຊີ Ariana Grande ໃນ​ບົດ​ເພງ
Break Free ເອົາ​ໄປ​ຮັບ​ຟັງ​ພ້ອມ​ໆ​ກັນ​ເລີຍ.

​ຂໍ​ອຳ​ລາ​ທ່ານ​ຜູ້​ຟັງ​ດ້ວຍ​ເພງທີ່ສະ​ໜຸກ​ສະ​ໜານ​ອີກ​ເພງ​ນຶ່ງ ເປັນ​ເພງ​ຂອງ​ນັກ​ຮ້ອງ​ສາວ
Sia ໃນ​ບົດ​ເພງ Alive ຢ່າ​ລືມ​ກັບ​ມາ​ຟັງ​ເພງ​ມ່ວນໆ ໃນ​ຊ່ວງ​ເທດ​ການ​ຄ​ຣິ​ສ​ມັ​ສ​ດ້ວຍ
ໃນລາຍການສຽງເພງຈາກແດນໄກ ຂອງພວກເຮົາອີກ ໃນສັບປະດາໜ້າ. ຂໍໃຫ້ທຸກທ່ານ
ນອນຫຼັບຝັນຫວານ.

XS
SM
MD
LG