ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄກສີ ວັງ​ເວີນ​ໂຂງ - ຊຳ​ເໜືອ​ແດນ​ງາມ (Karaoke)


ໄກສີ ວັງ​ເວີນ​ໂຂງ
ໄກສີ ວັງ​ເວີນ​ໂຂງ

ສະບາຍດີ​ທຸກໆທ່ານ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່
​ລາຍການ​ສຽງ​ເພງ​ຈາກ​ ແດນ​ໄກຂອງ VOA ຊຶ່ງ​ມື້​ນີ້ ມາ​ຈັດ​ເພງ​ໃຫ້ນ້ອງ ນຸກ ແສງຄຳຢອງ ຈາກ​ບ້ານ​ໂຊກ​ຄຳ ວຽງ​ຈັນ ທີ່​ວັນນະ​ສອນ ຕິດ​ຄ້າງ​ໄວ້​ອາທິດ​ແລ້ວ​ ຫວັງ​ວ່າ​ນ້ອງ Knouk
ຄົງ​ຈະ​ບໍ່​ວ່າ​ກັນ ນ້ອງຂໍຟັງ​ເພງ ຊຳ​ເໜືອ​ແດນ​ງາມ ​ຊຶ່ງ​ເອື້ອຍ​ວັນນະ​ສອນ​ ຂໍຈັດ​ສະບັບ​ທີ່
ໄກສີ ວັງ​ເວີນ​ຂອງ ​ເປັນ​ຄົນ​ຂັບ​ຮ້ອງ ​ເພ​າະວ່າ​ເພງ​ນີ້ ​ໄດ້​ມີ​ຫຼາຍສິນລະປິນ ນຳ​ມາ​ຂັບ​ຮ້ອງແລະ​ວ່າ ຖ້າ​ທ່ານ​ຜູ້​ຟັງ​ທ່ານໃດ ຢາກ​ຟັງ​ເພງ​ຫຍັງ​ເປັນ​ພິ​ເສດ ກໍ​ສາມາດ​ຂຽນ​ເຂົ້າ​ມາ​ຫາ​ທາງ​ລາຍການ ​ໄດ້ທີ່ lao@voanews.com…​ເພາະວ່າ​ຈະ​ໄດ້​ຈັດ​ໃຫ້​ຖືກ​ໃຈ…

ສ່ວນ​ຂໍ້ຄວາມຕໍ່​ໄປ​ນີ້ ມາ​ຈາກ​ທ່ານ ທ່ານ ສົມເພັດ ອັກຄະວົງ ປະທານສະມາຄົມຊ່ວຍ​ເຫຼືອ
ເດັກນ້ອຍພິການ (ສຊດພ), ຊຶ່ງ​ທ່ານ​ສົມ​ເພັດ​ກ​ແມ່ນຜູ້ໜຶ່ງທີ່ຕິດຕາມລາຍການວິທະຍຸ VOA ພາກພາສາລາວ ເປັນປະຈຳ ພ້ອມທັງ​ເຂົ້າ​ໄປ​ອ່ານຂ່າວຕ່າງໆຂອງ VOA ທາງ Face Book ທັງໃສ່​ນ້ຳອ້ອຍນ້ຳຕານ ຍ້ອງ​ມາວ່າ​ “ມັກສຳນຽງ​ສຽງຫຼວງພຣະບາງ ເພາະເປັນສຽງທີ່
ຫວານອ່ອນໂຍນຟັງແລ້ວແມ່ນມີຄວາມປະທັບໃຈວ່າ​ຊັ້ນ…ພ້ອມ​ນີ້ທ່ານ​ສົມ​ເພັດ ຍັງ​ຂໍປະຊາ
ສຳພັນກ່ຽວ​ກັບ​ໂຄງການ​ດັ່ງກ່າວວ່າ ຖ້າ​ຫາກ​ວ່າ​ປະຊາ​ຄົມ​ລາວ​ໃນ​ທົ່ວໂລກ ມີ​ປະສົງ​ຢາກ​ຈະ​ສົມທົບອຸບປະກອນ​ການ​ຮຽນ​ການ​ສຶກສາ ​ໃຫ້​ແກ່​ພວກ​ເດັກນ້ອຍ​ພິການ​ເຫຼົ່າ​ນີ້ ກໍຖື​ວ່າເປັນກຸສົນຜົນ​ບຸນຢ່າງ​ມະຫາສານ ​ເພາະ​ເດັກນ້ອຍ​ເຫຼົ່າ​ນີ້ ຈະ​ໄດ້​ຮ່ຳຮຽນ​ແລະ​ຍິ່ງ​ໄປ​ກວ່າ​ນັ້ນ ກໍ​ຄື​ການ​ມີ​ຄວາມ​ຮູ້ສຶກ​ທີ່​ດີ ທີ່​ວ່າ ຍັງ​ມີ​ເພື່ອນ​ມະນຸດ​ດ້ວຍ​ກັນ ​ໃຫ້​ຄວາມ​ຮັກ​ແລະ​ຫ່ວງ​ໃຍ​ເຖິງ​ພວກ​ເຂົາ​ເຫຼົ່າ​ນີ້. ທ່ານ​ສົມ​ເພັດ ​ຂໍ​ຟັງ​ເພງ ມະຍຸຣີ ຂອງ​ອາ​ຈານ ວໍຣະ​ເດດ ດິດທະ​ວົງ …ວັນນະ​ສອນ​ ຈຶ່ງ​ຂໍຈັດ​ເພງ​ນີ້ມ​ອບ​ໃຫ້​ແທນ​ຄຳຂອບ​ໃຈ ທີ່​ທ່ານ​ສົມ​ເພັດ​ຍ້ອງ​ມາ.

ສ່ວນເພງສຸດ​ທ້າຍ​ນີ້ ຂໍ​ຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ ທີ່​ມີ​ຊື່ວ່າ ລົ້ນ​ຟ້າ​ເຫຼືອແຜ່ນດິນ ທີ່​ສິນ​ລະ
ປິນ​ ລາວ-​ອາ​ເມຣິກັນ ​ເປັນ​ຄົນ​ແຕ່ງ​ແລະ​ຂັບ​ຮ້ອງໂດຍ ຕິກ ນໍຣະສິງ​ ຊຶ່ງ​ໄດ້​ບັນ​ລະ​ຍາຍ​ເຖິງ​ຄຸນ​ງາ​ມຄວາມດີ​ຂອງ​ບໍ່​ແມ່​ຜູ້​ບັງ​ເກີດ​ເກົ້າທີ່ໃຫ້​ກຳ​ເນີ​ດຂອງ​ລູກ​ທັງຫຼາຍ ເອື້​ອຍວັນນະສອນ​ ສາມາດ​ເວົ້າ​ໄດ້ເຕັມ​ປາດ​ເຕັມ​ຄຳ​ວ່າ ​ເຖິງ​ແມ່ນ​ວ່າ​ພວກ​ເຮົາ​ບໍ່​ສາມາດ​ເລືອກ​ເກີດໄດ້ ​ແຕ່​ພວກ​ເຮົາ​ກໍ​ສາມາດ​ທີ່​ຈະ​ເລືອກ​ກະທຳ​ໃນ​ສິ່ງ​ທີ່​ດີແລະ​ຊອບ​ທຳ​ໄດ້ ​ຂໍ​ສົ່ງ​ກຳ​ລັງ​ໃຈ​ໄປ​ໃຫ້ພວກ​ນ້ອງໆ​ຈົ່ງ​ຕັ້ງ​ໃຈ ​ແລະ​ອົດທົນ ຍອມຮັບ​ໃນ​ສິ່ງ​ທີ່​ເຮົາ​ເປັນ​ແລະ​ເຮັດ​ໃຫ້​ເຖິງ​ທີ່​ສຸດ ສູ້ທົນ​ທີ່​ສຸດ ​ແລະ​ຫວັງ​ວ່າເພງ​ນີ້ ຄົງ​ຈະ​ຊ່ອຍໃຫ້ພວກ​ນ້ອງໆ​ຍິ້ມ​ໄດ້​ອີກ​ນຶ່ງ​ມື້ ແລະ​ຫວັງ​ຢ່າງ​ຍິ່ງ​ວ່າ ​ຄົງ​ຈະ​ໄດ້​ມີ​ໂອກາດ​ພົບ​ພໍ້ແລະ​ປະສານ​ງານ​ຮ່ວມ​ກັນເຈົ້າ.

ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ

ຖ້າທ່ານໃດສົນໃຈ ຢາກຊ່ອຍເຫຼືອທັງເຮືອແຮງແລະປັດໃຈ ສິ່ງຂອງຢ່າງໃດກໍຕາມ
ໃຫ້ແກ່ສະມາຄົມເດັກນ້ອຍພິການ ຫຼື Aid Children With Disability Association
ກະລຸນ​ຕິດ​ຕໍ່​ສອບ​ຖາມ ທ່ານ ​ສົມ​ເພັດ ອັກ​ຄະ​ວົງໄດ້ ທີ່
www.facebook.com/somphet.akhavong.3

XS
SM
MD
LG