ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ ຮັກ​ແທ້​ຈາກ​ເຈົ້າ ກໍເປັນອີກເພງນຶ່ງທີ່ມີຄວາມໝາຍ ກິນໃຈ ຂອງ ໄກ່ Overdance


Kai Over Dance
Kai Over Dance
ລິງໂດຍກົງ

ສະບາຍ​ດີ​ແລະຍິນ​ດີ​ຕ້ອນຮັບທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ສັບປະດານີ້ກໍ​ເຊັ່ນ​ກັນ ​ວັນນະ​ສອນ​ ຈະ​ມາ​ຈັດ​ເພງ​ໃຫ້​ຕາມ​ຄຳ​ຂໍຂອງ​ທ່ານ​ຜູ້​ຟັງ​ທີ່​ຂຽນ​ເຂົ້າ​ມາ ຂໍ​ເລີ້ມ​ດ້ວຍ​ເພງ ຮັກ​ແທ້​ຈາກ​ເຈົ້າ ​ເປັນເພງ​ຊິ້ງ​ໂກ້​ໃໝ່​ຂອງ​ນັກ​ຮ້ອງ​ສາວ​ ໄກ່ Overdance ສປປ ລາວ ​ຜູ້​ຊຶ່ງ​ມີ​ຄວາມ​ສາມາດ​ຫຼາກ​ຫຼາຍ​ແລະ​ເພງ​ນີ້ ​ໄກ່ ໄດ້​ແຕ່ງ​ໄວ້ ຊຶ່ງ​ນຳ​ເອົາ​ຄວາມ​ຮູ້​ສຶກຈາກ​ຫ້ວງ​ນຶກ​ຂອງ​ຫົວ​ໃຈ​ໃສ່​ລົງ​ໄປ​ໃນ​ເພງ ກໍ​ຍິ່ງ​ເຮັດ​ໃຫ້​ເພງ​ນີ້​ມີ​ຄວາມ​ໝາຍ​ແລະ​ໜ້າ​ຟັງ​ຍິ່ງ​ຂຶ້ນ​ ຂໍ​ມອບ​ໃຫ້​ທ່ານ Feu Xiong Chong Muoa ທີ່​ຂຽນ​ເຂົ້າ​ມາ​ທາງ Facebook Fan Club ຈະ​ສາມາດ​ຮັບ​ຟັງ VOA ​ໄດ້​ຢ່າງ​ໃດ ງ່າຍໆ ພຽງ​ແຕ່​ທ່ານ download app ​ໃສ່​ໂທລະ
ສັບ​ມື​ຖື​ຂອງ​ທ່ານ ທັງ Iphone ​ແລະ Androi ​ຫຼື​ບໍ່ ກໍ​ເຂົ້າ​ໄປ​ໃນ website ທີ່ lao.voa​news.com ຫວັງ​ວ່າ​ເພງ ຮັກ​ແທ້​ຈາກ​ເຈົ້າ ຄົງ​ຈະ​ເຮັດໃຫ້ທ່ານ Feu ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ສ່ວນ​ທ່ານ ​ເຄນ ກຸນ​ລະ​ວົງ ກໍ​ໄດ້​ຂຽນ​ເຂົ້າ​ມາ​ຜ່ານ​ມາງ Facebook ຂໍ​ຟັງ​ເພງ​ທີ່​ກ່ຽວຂ້ອງ​ກັບ​ຫຼວງ​ພະ​ບາງ ວັນນະ​ສອນ​ ຈຶ່ງຈັດ​ເພງ​ດັງ​ໃນ​ອະດີດ ຫຼວງ​ພະ​ບາງທີ່​ຝັງ​ໃຈ ທີ່ໄດ້ມີ​ຫຼາຍໆ​ທ່ານ​ສິນລະປິນ​ນຳ​ມາ​ຂັບ​ຮ້ອງ ຮວມທັງ ກ. ວິ​ເສດ ​ສ່ວ​ນຕົ້ນ​ສະບັບ​ນັ້ນ ​ແມ່ນ​ຂອງມື້​ລາງ ທ່ານ ສຸນທອນ ​ເທວາ ຂໍ​ເຊີນ​ໄປ​ຟັງສະບັບຂອງ​ສິນລະປິນ​ຈາກ​ສປປ ລາວ ​ຄຳ​ຜ່ານ ດິນ​ດາ​ວົງ ​ແລະ​ວ່າ​ພໍ​ໄດ້​ຮັບ​ຟັງ​ເພງ​ນີ້​ແລ້​ວ ​ທ່ານ​ເຄນ ຄົງ​ຈະ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ.

ກອນ​ອຳ​ລາ​ທານ​ຜູ​ຟັງ​ໄປ​ໃນ​ຄ​ຄືນ​ນ​ ວັນນະ​ສອນ​ຂໍ​ມອບເພງ ​ເທພີ​ສາວ​ຜູ້ໄທ ຂອງ​ພາ​ວັນ​ດີ
ມີ​ໄຊ
ສິນລະປິນ​ສຽງ​ດີ​ຈາກ​ຍີ່ປຸ່ນ ຈັດ​ໃຫ້​ຕາມ​ຄຳ​ຂໍ​ຂອງ​ ນ້ອງ​ເຊນ ​ເພຍ​ລາດ ຜູ້​ຟັງ​ຈາກ​ຍີ່ປຸ່ນເຊັ່ນ​ກັນ ທີ່​ຄອຍ​ຕິດຕາມ​ຮັບ​ຟັງ ​ແລະ​ຂຽນ​ຂໍ້ຄວາມ​ເຂົ້າ​ມາ​ຫາລາຍການຂອງ VOA ຢູ່​ບໍ່​ຂາດ ຂໍໃຫ້​ມ່ວນ​ຊື່ນ​ກັບ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ ​ແລະ​ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

XS
SM
MD
LG