ສະບາຍດີ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ
VOA 2 ມື້ ກ່ອນຈະເຖິງວັນທີ 4 ກໍລະກົດ ວັນເອກກະລາດຂອງສະຫະລັດ ທີ່ຊາວ
ອາເມຣິກັນພາກັນສະຫຼອງເທດການນີ້ດ້ວຍການອອກໄປສັງສັນຮ່ວມກັນເປັນຄອບຄົວ
ກິນເຂົ້າສາມະຄີ ຈູດບັ້ງກະໂພກ ທັງບັ້ງໄຟດອກແລະຟັງ concert ດົນຕີບັນເລງກາງ
ແຈ້ງ ແລະໃນຫົວເມືອງໃຫຍ່ ກໍຈະມີການສວນສະໜາມ ທີ່ໄດ້ສະແດງອອກ ຊຶ່ງຄວາມ
ປຶ້ມປິຕິຍິນດີ ແລະພູມໃຈໃນປະເທດສະຫະລັດນີ້ ທີ່ໄດ້ເປັນຄົນສັນຊາດອາເມຣິກາ
ແລະຮູ້ບຸນຄຸນເຖິງຄຸນງາມຄວາມດີຂອງປະເທດນີ້ ປະເທດທີ່ໃຫ້ໂອກາດແກ່ທຸກໆຄົນ
ມີສິດ ເສລິພາບແລະສ້າງຄວາມຝັນໃຫ້ເປັນຈິງ ແລະເພງ “God Bless The U.S.
of A.” ຂອງ Lee Greenwood ຈຶ່ງເໝາະສົມທີ່ສຸດ.
ເພງ Independence Day ກໍເປັນອີກເພງນຶ່ງທີ່ນິຍົມຮ້ອງກັນໃນວັນສຳຄັນຂອງສະຫະ
ລັດນີ້ ຂໍເຊີນໄປຮ່ວມຟັງເພງແລະສະຫຼອງວັນເອກກະລາດພ້ອມໆກັນເລີຍ ຂັບຮ້ອງໂດຍ Martina McBride.
ຂໍປິດທ້າຍລາຍການດ້ວຍເພງ “America, The Beautiful” ທີ່ຂັບຮ້ອງໂດຍສິນລະປິນ
ຮຸ່ນອາວຸໂສ ຜີວຄ້ຳ Ray Charles. ຂໍໃຫ້ທຸກໆທ່ານມ່ວນຊື່ນກັບເພງນີ້ ພົບກັນໃໝ່ໃນ
ສັບປະດາໜ້າ ນອນຫຼັບຝັນຫວານ Happy Independence Day.