ຍິນດີຕອນຮັບທ່ານຜູ້ຟັງ ເຂົ້າສູ່ລາຍການສຽງເພງຈາກແດນໄກຂອງວີໂອເອ. ໃນຄ່ຳຄືນ
ວັນອາທິດມື້ນີ້ ວັນນະສອນ ຈະຈັດເພງສາກົນມາຝາກທ່ານຜູ້ຟັງ ຫຼັງຈາກເຮົາໄດ້ມາຟັງ
ເພງລາວ ແລະສະຫຼອງປີໃໝ່ກັນມາແລ້ວ ມື້ນີ້ ຈຶ່ງເປັນຜຽນຂອງເພງສາກົນ. ຂໍເຊີນທ່ານ
ເຂົ້າສູ່ລາຍການແລະໄປຟັງພ້ອມໆກັນເລີຍ.
ສະບາຍດີທຸກໆທ່ານ ກັບມາຟັງເພງສາກົນມ່ວນໆກັບວັນນະສອນໃນລາຍການສຽງເພງ
ຈາກແດນໄກຂອງ VOA ຕາມປົກກະຕິອີກ. ມື້ນີ້ເຮົາຂໍເລີ່ມດ້ວຍເພງສາກົນ ທຳນອງ
ລູກທົ່ງອາເມຣິກັນ ທີ່ Jennifer Nettles ຂັບຮ້ອງໃນບົດເພງ Me Without You
ກໍຄືວ່າ ຂ້ອຍ ບໍ່ມີເຈົ້າ…ຂໍເຊີນຟັງຄວາມໝາຍຂອງເພງນີ້ກັນວ່າຈະຊຶ້ງຊ່ຳໃດ.
ສ່ວນເພງຫວານໆ She Don't Love You ຂອງ Eric Paslay ນີ້ ຄົງຈະເຮັດໃຫ້
ທ່ານຜູ້ຟັງ ມັກຮັກເພງປະເພດລູກທົ່ງຫຼາຍຂຶ້ນ ເພາະເພງນີ້ ມີຄວາມໄນແອບແຝງຢູ່...
ຄົນທີ່ຮ້ອງນີ້ຄົງຈະຮັກແຟນຫຼາຍ ເຖິງຈະເລີກລາກັນໄປ ແລະແຟນຂອງລາວຈະໄປ
ມີຄົນອື່ນ ລາວກໍຍັງໝັ້ນໃຈວ່າ ແມ່ຍິງຂອງລາວຍັງບໍ່ຮັກຄົນໃໝ່ທີ່ລາວຢູ່ນຳນັ້ນດອກ
...ການທີ່ລາວຢູ່ນຳນັ້ນ ແມ່ນພຽງແຕ່ລາວເຫງົາເທົ່ານັ້ນເອງ.
ຂໍປິດທ້າຍລາຍການມື້ນີ້ດ້ວຍເພງຫວານໆ ທີ່ມີຊື່ວ່າ Maybe Someday ຂອງ
Lonestar ແລະຢ່າລືມຂຽນມາບອກແດ່ວ່າ ເພງລູກທົ່ງອາເມຣິກັນມ່ວນຂະໜາດໃດ.
ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ ແລະພົບກັນໃໝ່ໃນສັບປະດາໜ້າ.