ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ​ແຈ໊ສ Boulevard of Broken Dreams ຂັບ​ຮ້ອງ​ໂດຍ Diana Krall


ນັກ​ດົນ​ຕີ ນັກ​ຮ້ອງ ແລະນັກຫຼິ້ນປີອາ​ໂນ Diana Krall
ນັກ​ດົນ​ຕີ ນັກ​ຮ້ອງ ແລະນັກຫຼິ້ນປີອາ​ໂນ Diana Krall

ຄ່ຳຄືນ​ນີ້​ ວັນນະ​ສອນ ຈະມາກ່ອມທ່ານຜູ້ຟັງດ້ວຍເພງ​ລູກ​ທົ່ງ​ສາ​ກົນ​ແນວ​ແຈ໊ສ​ ​
ແລະແນວເພງອື່ນໆ ນຳ​ດ້ວຍ ຂໍ​ເຊີນຮັບ​ຟັງ​ເພງ​ມ່ວນໆ ​ໃນລາຍການສຽງເພງຈາກ
ແດນໄກຂອງວີ​ໂອ​ເອ.

ສະບາຍ​ດີທຸກໆ​ທ່ານ​ ​ເປັນ​ຈັ່ງ​ໃດ​ລະ ​ເພງ​ລາວ ທີ່​ທາງ​ລາຍ​ກາງ​ສຽງ​ເພງ​ຈາກ​ແດນ​ໄກ
ໄດ້​ຈັດ​ໃຫ້​ໃນ​ສັບ​ປະ​ດາ​ທີ່​ແລ້ວ​ນີ້ ຄົງ​ເຮັດ​ໃຫ້​ຫຼາຍໆ​ທ່ານ​ກັບ​ມາ​ຟັງ​ເພງ​ຮ​ວ່ມ​ກັນ​ອີກ…
ຄ່ຳ​ຄືນ​ນີ້​ເປັນ​ເພງ​ສາ​ກົນ ແລະ​ວັນ​ນະ​ສອນ ຮູ້​ສຶກວ່າ ທ່ານ​ຜູ້​ຟັງ ທີ່​ຄອຍ​ຕິດ​ຕາມ​ວີ​ໂອ​ເອ
ສະ​ເໝີ​ມາ​ນັ້ນ ສ່ວນ​ໃຫຍ່​ແລ້ວ​ເປັນ​ຄົນ​ລຸ້ນ​ເກົ່າ ສະ​ນັ້ນ ວັນ​ນະ​ສອນ ຈຶ່ງ​ຂໍນຳ​ສະ​ເໜີ​ເພງ
ແບບ​ເຢັນໆ ຟັງ​ສະ​ບາຍ​ສະ​ບາຍ​ມາ​ຝາກ​ທ່ານ​ຜູ້​ຟັງ ຂໍ​ເລີ້ມ​ດ້ວຍ​ເພງ​ແຈ໊ສ​ຂອງ Diana
Krall
ນັກ​ດົນ​ຕີ ນັກ​ຮ້ອງ ນັກເ​ພຍອ​ໂນ ແລະ​ເປັນ​ນັກ​ຮ້ອງ​ແຈ໊ສ​ທີ່​ເກັ່ງ​ກາດ​ໃນ​ຍຸກ​ນີ້…
ຂໍ​ເ​ຊີນ​ໄປ​ຟັງ​ເພງ Boulevard of Broken Dreams.

ຈັ່ງ​ໃດ​ກໍ​ເລີ້ມ​ເປີດ​ສາກ​ດ້ວຍ​ເພງ​ເຢັນໆ​ແລ້ວ ພວກເຮົາກໍ​ມາຕໍ່​ກັນ​ດ້ວຍ​ເພງ​ແຈ໊ສ​ອີກຕື່ມ
​ເພງ​ນຶ່ງ​ເນາະ ເອົາ​ມາທາງ​ນີ້ກັບຂ້ອຍ…ມາ​ຟັງ​ເພງກັບ​ວັນ​ນະ​ສອນ​ເລີຍ ດັ່ງ​ຊື່​ຂອງ​ເພງ​ນີ້
Come Away With Me ເປັນ​ເພງ​ດັງ​ຂອງ​ນັກ​ແຈ໊ສ​ສາວ​ຄົນ​ເກັ່ງ​ຂອງ​ຍຸກ​ນີ້
ອີກ​ຄົນ​ນຶ່ງ… Norah Joans.

​ສ່ວນ​ເພງ We Are The World ສຸດ​ທ້າຍ​ນີ້ ເປັນ​ເພງ​ທີ່​ສ້າງ​ພະ​ລັງ ​ທີ່​ມີ​ຄວາມ​ໝາຍ​ດີ
ແລະ​ແຕ່ງ​ໂດຍມື້​ລາງ Michael Jackson ນັກ​ຮ້ອງ​ທີ່​ໂດ່ງ​ດັງ​ກ້ອງ​ໂລກ ຜູ້​ທີ່​ອຳ​ລາ​ພາ
​ຈາກ​ພວກ​ເຮົາ​ໄປ​ແລ້ວ ຄົງ​ເຫຼືອ​ໄວ້​ຜົນ​ງານ​ເພງ​ທີ່​ພວກ​ເຮົາ​ນິ​ຍົມ​ກັນ ຊຶ່ງ​ໄດ້​ຮວມ​ເອົາ​
ຫຼາຍໆ​ສິນ​ລະ​ປິນ​ເຂົ້າມາ​ຮ້ອງຮ່ວມ​ກັນ ທີ່​ໂດ່ງດັ່ງສຸດ ກໍ​ເຫັນ​ຈະ​ເປັນ Michael
Jackson, Lionel Richie, Dianna Ross, Steve Perry, Tina Turner ແລະ​ອື່ນໆ
ອີກ​ມາກ​ມາຍ ແລະ​ສຳ​ຄັນ​ສຸດ​ແມ່ນຄວບ​ຄຸມ​ໂດຍ Quincy Jones…ເພງ​ນີ້ ໄດ້​ແຕ່ງ​ຂຶ້ນ
​ມາ​ເພື່ອ​ທ້ອນ​ໂຮມ​ໃຈ​ຂອງ​ທຸກ​ໆ​ຄົນ​ທັງ​ໂລກ ໃຫ້​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ໃຫ້​ຄວາມ​ຮັກ
​ຄວາມເຂົ້າ​ໃຈ ແບ່ງ​ປັນ​ຄວາມຫວັງ​ດີແລະ​ອູ້ມ​ຊູ​ຊ່ອຍ​ເຫຼືອ ຊຶ່ງ​ກັນ​ແລະ​ກັນ ຊຶ່ງ​ສ່ວນ​ນຶ່ງ
​ຂອງ​ເພງ​ນີ້​ເ​ວົ້າ​ວ່າ…ພວກ​ເຮົາ​ແມ່ນ​ພວກ​ເດັກ​ນ້ອຍ ທີ່​ອາ​ໄສ​ຢູ່​ໃນ​ໂລກ​ດຽວ​ກັນ ​ສຳ​ລັບ​
ທ່ານ​ຜູ້​ຟັງ​ທີ່​ມັກ​ເພງ​ໃດປະ​ເພດ​ໃດ ກໍ​ຂໍ​ໃຫ້​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ດ້ວຍ. ຂໍ​ຂອບ​ໃຈ ​
ໃຫ້​ທ່ານ​ຜູ້​ຟັງ​ທີ່​ຄອຍ​ຕິດຕາມ​ຮັບ​ຟັງ​ວິທະຍຸ​ວີ​ໂອ​ເອ ​ແລະ​ຂໍໃຫ້ທຸກທ່ານນອນຫຼັບຝັນ
ຫວານ ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG