ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຂໍມອບເພງ ນາງຟ້າ ຂອງວົງ ເມດູເຊຍ ໃຫ້ເປັນຂອງຂວັນ ພິເສດ ແດ່ບັນດາແມ່ຍິງທັງໂລກ


Meduzia
Meduzia
ລິງໂດຍກົງ

ສບາຍດີແລະກັບມາພົບກັນເຊັ່ນເຄີຍໃນຣາຍການສຽງເພງຈາກແດນໄກ ຄ່ຳຄືນນີ້ ວັນນະ
ສອນຕັ້ງໃຈທີ່ຈະມາເປີດເພງລາວ​ມ່ວນໆ​ທີ່​ມີ​ຄວາມ​ໝາຍ​ດີ ກ່ຽວ​ກັບ​ວັນແມ່ຍິງ​ສາກົນ​ ​ວັນ​ທີ 8 ມີນາ ຜ່ານ​ມາ​ນີ້ ເພງ​ນີ້​ເໝາະ​ສົມ​ທັງ​ຊື່ເພງ​ແລະ​ຄວາມ​ໝາຍ ຂໍ​ມອບ​ເປັນ​ກຳລັງ​ໃຈ​ໃຫ້​ແກ່​ແມ່ຍິງ​ລາວ​ທຸກໆທ່ານ​ໃນ​ສາກົນ​ລະ​ໂລກ​ນີ້ ວັນນະ​ສອນ​ພ້ອມ​ດ້ວຍ​ຄະນະ​ວິທະຍຸ VOA
ຂໍ​ອວຍພອນ​ໃຫ້​ບັນດາແມ່ຍິງ​ທັງຫຼາຍຈົ່ງ​ມີ​ແຕ່​ຄວາມ​ຈະ​ເລີ​ນກ້າວໜ້າ​ແລະສວມ​ບົດບາດ​ແມ່ຍິງ​ໃຫ້​ຖືກຕ້ອງ ​ຂໍໃຫ້​ມີ​ກຳລັງ​ໃຈ​ຕໍ່ສູ້​ໃນ​ທຸກໆ​ສະຖານະ​ການ ບໍ່​ຕ້ອງຫວັ່ນ​ໄຫວ​ກັບ​ສຽງ​ນິນທາ​ອື່ນໆ ຂໍ​ໃຫ້​ມີ​ຄວາມຕັ້ງ​ໃຈ ອົດທົນ​ແລະ​ຢືນ​ຢັດຢູ່ບົນ​ພື້ນຖານ​ຂອງ​ຄວາມ​ເປັນ​ຈິງ ດວ້ຍຄວາມ​ສະງ່າ​ງາມ​ແລະ​ພູ​ມ​ໃຈ ບໍ່​ໄດ້​ດ້ອຍ​ໄປ​ກວ່າເພດ​ໃດໆ​ທັງ​ນັ້ນ ​ເອົາ​ຂໍ​ເຊີນ​ໄປ​ຟັງ​ເພງ ນາງ​ຟ້າ ຂອງ​ວົງ​ເມ​ດູ​ເຊຍ ພ້ອມໆ​ກັນ​ເລີຍ ວ່າ​ຈະ​ເໝາະສົມ​ກັບ​ກັບ​ຊື່​ຂອງ​ເພງ​ນີ້​ບໍ່​……

ສ່ວນ​ເພງ​ຕໍ່ໄປ​ນີ້ ຂໍ​ຈັດມອບ​ໃຫ້​ທ່ານຕາມ​ຄຳ​ຂໍ​ຂອງ​ Samone Sky ທີ່​ຂຽນ​ເຂົ້າ​ມາ​ໃນ​ໜ້າ FB ຂອງ VOA ຂໍ​ຟັງ​ເພງພະຄຸນແມ່ ຂອງວົງ Unicon​ ວັນນະສອນວ່າເພງ ພະຄຸນແມ່ ກໍເປັນອີກເພງນຶ່ງທີ່ໄດ້ອະທິບາຍເຖິງຄຸ່ນຄ່າແລະຄຸນງາມຄວາມດີ ຂອງແມ່ຍິງໃນທຸກໆ
ບົດບາດ ຊຶ່ງບາງຄັ້ງກໍຮັບພາລະຢ່າງໃຫຍ່ຫຼວງ ແບບລົ້ນເກົ້າເຫຼືອແຜ່ນດິນ. ຂໍເຊີນຮັບ
ຟັງໄດ້...

ສ່ວນເພງສຸດທ້າຍນີ້ ວັນນະສອນ ຂໍຈັດມອບເປັນກຳລັງໃຈໃຫ້ແກ່ບັນດາແມ່ຍິງລາວ ໂດຍສະເພາະພວກທີ່ຮັບພາລະເປັນທັງແມ່ພິມຂອງຊາດ ເປັນທັງແມ່ ແລະພັນລະຍາ ທີ່ດີຕໍ່ຄອບຄົວ ແລະເປັນທັງຄູບາອາຈານ ສິດສອນ ໃຫ້ຄວາມຮູ້ ຄວາມສາມາດ ຕໍ່ພວກ
ເດັກນ້ອຍທັງຫຼາຍ ຂໍຂອບໃຈສຳຫຼັບຄວາມບາກບັ່ນອົດທົນໃນພາລະໜ້າທີ່ທີ່ໄດ້ຮັບມາ
ຂໍສັນລະເສີນແລະຂໍເປັນກຳລັງໃຈໃຫ້ສືບຕໍ່ ໃນບົດບາດນີ້ ຕໍ່ໆໄປ... ຈຶ່ງຂໍມອບເພງນີ້
ໃຫ້ແກ່ແມ່ຍິງລາວທຸກໆທ່ານເລີຍ ໃນບົດເພງ ດວງຈຳປາ ທີ່ຂັບຮ້ອງໂດຍ ນ້ອຍ ແສງສຸຣິຍາ.

XS
SM
MD
LG