ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເພງຫາດຊາຍສະຫວັນ ທີ່ ໄພວັນ ເມກອາຣຸນ ຂັບຮ້ອງນີ້ ຄົງເຮັດໃຫ້ ທ່ານຜູ້ຟັງຄິດເຖິງ ອະດີດທີ່ຫວານຊື່ນ


ໄພວັນ ເມກອາຣຸນ
ໄພວັນ ເມກອາຣຸນ
ລິງໂດຍກົງ

ສະບາຍດີແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ກ່ອນ​ອື່ນ​ຕ້ອງ​ຂໍ​ກ່າວ​ຄຳ​ວ່າ ຂໍ​ສະ​ແດງ​ຄວາມຍິນ​ດີຕໍ່​ບັນດາ​ແມ່ຍິງ​ທັງຫຼາຍ...​ເນື່ອງ​ຈາກ​ວ່າ​ມື້​ນີ້ ​ເປັນ​ວັນ​ທີ່​ທາງອົງກາ​ນສະຫະ​ປະຊາ​ຊາດຈັດ​ໃຫ້​ເປັນ ວັນ​ແມ່ຍິງ​ນາໆ​ຊາດ
ຫຼື International Women Day ທີ່​ຈັດ​ສະຫຼອງ​ກັນວັນ​ທີ 8 ມີນາ ​ທຸກໆ​ປີ ມື້​ນີ້ ຊຶ່ງ​ກໍ​ຕົງ​ກັບ​ວັນສະ​ເຫຼີ​ມສະຫຼອງ​ດັ່ງກ່າວນີ້ ພໍດີ.ວັນນະ​ສອນ​ ກໍ​ເລີຍຂໍຈັດ​ເພງນີ້ ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ຍິ່ງ​ໃຫຍ່​ຂອງ​ຄວາມ​ເປັນ​ແມ່ ​ເປັນ​ຜູ້​ກຳກັບ​ດູ​ແລ​ ໃຫ້ຄວາມ​ຮັກ​ແກ່​ຄົນ​ຮອບ​ຂ້າງ ນັ້ນ​ລະ​ຄື​ຄວາມ​ເປັນ​ຜູ້ຍິງ​ທີ່​ພຽບພ້ອມ ວັນນະສອນ ຕ້ອງຂໍສະ​ແດງ​ຄວາມ​ຍິນ​ດີ ຕໍ່​ແມ່ຍິງ ທຸກໆ​ຄົນ​ ຂໍ​ມອບ​ເພງ “I Am Woman” ທີ່​ຂັບ​ຮ້ອງ​ໂດຍ Helen Reddy ຊຶ່ງ​ເປັນ​ເພງ​ເກົ່າ ​ແລະ​ທີ່​ສຳຄັນ​ສຸດ ກໍ​ຄືເປັນ​ເພງ​ທີ່​ມີ​ເນື້ອ​ຫາ​ດີ ທີ່​ສະ​ແດງອອກ ​ເຖິງ​ຄວາມ​ເກັ່ງ​ກ້າ​ສາມາດ ​ແລະ​ພາລະ​ໜ້າ​ທີ່​ຂອງ​ຄວາມ​ເປັນ​ແມ່ຍິງ ຂໍ​ເຊີນ​ໄປ​ຮັບ​ຟັງ​ຮ່ວມກັນ.


ສ່ວນ​ເພງ​ຕໍ່​ໄປ​ນີ້ ຈັດ​ໃຫ້​ທ່ານ​ຜູ້​ຟັງ ທ່ານ​ນິດ ມີ​ທະ​ລະມຸດ ທີ່​ຂຽນ​ຜ່ານ​ທາງ FB ບອກ​ມາ​ວ່າ
ຂໍ​ຟັງ​ເພງ​ລາວ​ສະ​ໄໝ ທີ່​ຂັບ​ຮ້ອງ​ໂດຍ ອຸດອນ ວົງ​ສີ​ ຈະເປັນເພງ​ຫຍັງ​ກໍ​ໄດ້…ວັນນະ​ສອນ​ ວ່າ​ເປັນ​ເພງ​ນີ້ເໝາະ​ທີ່​ສຸດ ​ໃຫ້​ເຂົ້າ​ກັບ​ບັນຍາກາດ​ຂອງ​ວັນ​ແມ່ຍິງ​ນາໆ​ຊາດ…​ເຊີນ​ຮັບ​ຟັງ​ໄດ້…ບໍ່​ຜິດ​ຫວັງ​ແນ່ນອນ…


ວ່າ​ຈັ່ງ​ໃດ​ລະ ​ເພງ​ນີ້​ມ່ວນ​ສົມ​ກັບ​ຄຳ​ຍ້ອງຍໍ​ຫຼື​ບໍ່?​ ​ແລະນັ້ນ​ແມ່ນ​ເພງ ​ເທພີ​ລຸ່ມ​ແມ່​ນ້ຳຂອງ ຂອງ​ອຸດອນ ວົງ​ສີ...ສ່ວນ​ທ່ານ​ທີ່​ຂໍຟັງ​ເພງ​ ທ່ານ​ອື່ນ​ໆນັ້ນ ວັນນະ​ສອນຈະ​ຈັດ​ຕອບ​ໃຫ້
​ໃນ​ສັບປະດາ​ໜ້າ...ຈັງ​ໃດ​ກໍ​ຈັດ​ເພງ​ກ່ຽວ​ກັບ​ວັນແມ່ຍິງສາກົນ​ແລ້ວວັນນະ​ສອນ​ ຂໍ​ຈັດໃຫ້
​ເອື້ອຍ​ຄຳ​ຈັນ ອຸດົມ ​ເປັນ​ພະຍາບານ​ທີ່​ສປປ ລາວ​ ຂໍ​ໃຫ້​ຂະ​ຍັນ​ແລະ​ເປັນ​ແບບຢ່າງ​ຂອງ​ແມ່ຍິງ​ເກັ່ງ​ຕໍ່​ໄປ..ຈຶ່ງ​ມອບ​ເພງ​ ຫາດຊາຍສະຫວັນ ທີ່​ມີຟັງ​ແລ້ວ ສະບາຍ​ໃຈ...ທີ່ຂັບ​ຮ້ອງ​ໂດຍ​ສິນລະປິນແມ່ຍິງ​ເຊັ່ນ​ກັນ ​ໄພ​ວັນ ​ເມກ​ອາ​ລຸນ.

XS
SM
MD
LG