ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

America The Beautiful - Ray Charles


Ray Charles
Ray Charles

ສະບາຍດີ​ທ່ານແຟນລາຍການ​ສຽງ​ເພງ​ຈາກ​ອແດນ​ໄກ​ທຸກໆ​ທ່ານ ເພງ​ທີ່ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ​ເປັນເພງ​ທີ່​ມີ​ຄວາມ​ໝາ​ຍດີທີ່​ໄດ້​ອະ​ທິບາຍ​ເຖິງ​ຄວາມ​ງົດ​ງາມ​ຂອງ​ປະ​ເທດ​ສະຫະລັດ​ອາ​ເມຣິກາທີ່​ນັກ​ຮ້ອງ​ຜິວ​ຄໍ້າ Ray Charles ​ຖື​ວ່າ​ເປັນ​ສິນລະປິນອາວຸ​ໂສ​ແລະຄູ​ເພງ​ຄົນ​ສຳຄັນທ່ານ​ນຶ່ງ​ຂອງສະຫະລັດ. Ray Charles ​ຮ້ອງ​ເພງ​ນີ້​ໄດ້​ເປັນ​ຢ່າງ​ດີ ສະ​ແດງ​ອອກ​ເຖິງ​ຄວາມ​ງົດ​ງາມ​ຂອງສະຫະລັດ​ອາ​ເມຣິກາ ອັນເປັນ​ປະ​ເທດ​ ທີ່​ປະສົມ​ປະສານດ້ວຍ​ຫຼາກ​ຫຼາຍ​ຊົນ​ຊາດ​ຊົນ​ເຜົ່າ ທີ່​ແປ​ມາ​ຈາກ​ພາສາ​ອັງກິດຂອງ​ຄໍາວ່າ “Melting Pot” ​ເພງ​ນີ້​ຈະຖືກ​ໃຈ​ທຸກໆ​ທ່ານ​ຢ່າງ​ແນ່​ນອນ ຂໍ​ເຊີນ​ໄປ​ຊື່ນ​ຊົມຄວາມ​ສວຍ​ງາມ​ຂອງ​ສະຫະລັດ ​ໄປ​ພ້ອມໆກັບ​ບົດ​ເພງນີ້... America The Beautiful.​

ວັນ​ເອກ​ກະລາດ​ທີ 4 ກໍລະກົດ ​ກົງກັບວັນ​ຈັນ​ມື້​ອື່ນ​ນີ້ ເປັນ​ວັນພັກ​ລັດຖະການ ​ແລະມີ​ ການສະ​ເຫຼີ​ມສະຫຼອງກັນ​ຢ່າງ​ກ້ວາງ​ຂວາງ ຕາມ​ປະ​ເພນີ​ແລ້ວ ຈະ​ມີ​ການ​ຈັດ​ງານ​ສວນສະໜາມ​ແລະ​ຂະ​ບວນ ແຫ່ຕ່າງໆ ກິນ​ເຂົ້າ​ສາມັກ​ຄີຮ່ວມກັບ​ຄອບຄົວ ຍາດ​ມິດ​ ເພື່ອ​ນຝູງ ຫຼິ້ນ​ກິລາ ງານ​ສະ​ແດງ​ດົນຕີ ​ແລະກໍປິດ​ທ້າຍ​ດ້ວຍ​ການຈູດ​ບັ້ງ​ໄຟ​ດອກ ສະຫວ່າງ​ສະ​ໄຫວ. ການ​ຕົກ​ແຕ່ງ​ເອ້ຍ້ອງ​ນັ້ນ​ກໍ​ຈະ​ຈັດໃຫ້​ເຂົ້າ​ກັບ​ບັນຍາກາດ​ຕາມສີ ທຸງຊາດ​ອາ​ເມຣິກາ ​ຄື ​ແດງ ຂາວ ​ແລະ ຟ້າ ​ເພື່ອ​ໃຫ້ສອດ​ຄ່ອງ​ກັບ​ບັນຍາກາດ​ນີ້ ຂໍ​ເຊີນ ​ໄປ​ຟັງ​ເພງ I Love America” ພ້ອມໆ​ກັນ​ເລີຍ ວັນນະ​ສອນ​ ພ້ອມ​ດ້ວຍ​ຄະນະ​ຂອງ ວີ​ໂອ​ເອ ຈັດ​ບົດ​ເພງ​ທີ່​ມີ​ຄວາມ​ໝາຍ​ອັນ​ດີງາມ​ນີ້ ເພື່ອ​ເປັນ​ກຽດ​ໃຫ້ປະ​ເທດສະຫະລັດ ທີ່ຂັບ​ຮ້ອງ​ໂດຍ The O'Jays ຊຶ່ງ​ເປັນ​ເພງ​ທີ່​ອະ​ທິບາຍ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ຄົນ​ທີ່​ ເປັນ​ຊາວ​ອາ​ເມຣິກັນ​ມີ​ຕໍ່ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ​ອາ​ໄສ​ຢູ່. ​

ຂໍ​ສົ່ງ​ຄວາມສຸກ​ແລະ​ຄວາມ​ຂອບ​ໃຈແດ່​ທ່ານ​ຜູ້​ຟັງ​ທຸກໆ​ທ່ານທີ່​ຕິດຕາມ​ຮັບ​ຟັງ VOA ​ ແລະ​ຂໍ​ໃຫ້​ທຸກໆ​ທ່ານ ຮ່ວມມ່ວນ​ຊື່ນກັບ​ເພ​ງຕໍ່​ໄປ​ນີ້ເພື່ອ​ສະຫຼອງ​ວັນ​ເອກ​ກະລາດ ອາ​ເມຣິກາ ຮ່ວມ​ກັນ ​ເປັນ​ເພງທີ່ Lee Greenwood ຂັບຮ້ອງໄວ້ ​ແລະ​ກໍ​ມ່ວນຈັບໃຈ​ ແລະປະ​ທັບ​ໃຈ​ໃນ​ຄວາມ​ໝາຍ​ຂອງ​ເນື້ອ​ເພງ ​ໃນ​ບົດ​ເພງ God Bless The U.S.A.

XS
SM
MD
LG