ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

​ເພງ​ແນວ classic - When I Fall In Love ຂັບ​​ຮ້ອງ​ໂດຍ Michael Buble ກັບ Boy II Men


Michael Buble ສະ​ແດງ​ທີ່​ງານ​ທາງ​ໂທ​ລະ​ພາບ ອີ​ຕາ​ລີ, ມິ​ລານ, 4 ພະ​ຈິກ 2018.
Michael Buble ສະ​ແດງ​ທີ່​ງານ​ທາງ​ໂທ​ລະ​ພາບ ອີ​ຕາ​ລີ, ມິ​ລານ, 4 ພະ​ຈິກ 2018.

​ຄ່ຳ​ຄືນ​ນີ້​ ວັນນະ​ສອນ ຈະມາກ່ອມທ່ານຜູ້ຟັງດ້ວຍເພງ​ສາ​ກົນ​ທີ່​ຕິດ​ອັນ​ດັບTop 10
ຢູ່ໃນ​ຂະ​ນະ​ນີ້ ຂໍ​ເຊີນຮັບ​ຟັງ​ເພງ​ມ່ວນໆ ​ໃນລາຍການສຽງເພງຈາກແດນໄກຂອງວີ​ໂອ​ເອ
ໄດ້​ເລີຍ.

ສະບາຍ​ດີທຸກໆ​ທ່ານ ຢູ່​ທາງ​ສະ​ຫະ​ລັດພີ້ຫາກໍ​ພາ​ກັນ​ສະ​ເຫຼີມ​ສະ​ຫຼອງວັນ​ເອກ​ກະ​ລາດ
ມາ​ໄດ້ 2-3 ມື້​ຜ່ານ​ມາ​ນີ້ ຊຶ່ງ​ກໍ​ຄື​ວ່າ​ເປັນ​ວັນ​ຍິ່ງ​ໃຫຍ່​ແລະ​ສຳ​ຄັນ​ວັນ​ນຶ່ງ ທີ່​ຊາວ​ອາ​ເມຣິກັນ
​ພາກັນ​ສະຫຼອງ​ເທດ​ການ​ນີ້​ດ້ວຍ​ການອອກໄປ​ສັງ​ສັນ​ຮ່ວມ​ກັນ​ເປັນ​ຄອບຄົວ ກິນ​ເຂົ້າ​
ສາມະຄີ​ ຕ່າງໆ​ນາໆ ແລະທີ່​ສຳ​ຄັນ​ສຸດ ກໍ​ຄືການ​ເບິ່ງ​ການ​ສະ​ແດງ​ແສງ​ສີ ຈູດ​ບັ້ງ​ໄຟ​ດອກ​
ແລະ​ຟັງ concert ​ດົນຕີ​ບັນ​ເລງ​ກາງ​ແຈ້ງ ​ໃນ​ຫົວ​ເມືອງ​ໃຫຍ່ຕ່າງໆ ທີ່ໄດ້ສະແດງອອກ ຊຶ່ງຄວາມປຶ້ມປິຕິຍິນດີ ແລະພູມ​ໃຈ​ໃນ​ປະ​ເທດ​ສະຫະລັດນີ້ ທີ່​ໄດ້ເປັນຄົນ​ສັນຊາດ​ອາ​ເມ
ຣິກາ ​ແລະ​ຮູ້​ບຸນຄຸນ​ເຖິງຄຸນງາມຄວາມດີ​ຂອງ​ປະ​ເທດ​ນີ້ ປະ​ເທດ​ທີ່​ໃຫ້​ໂອກາດແກ່ທຸກໆ
ຄົນມີ​ສິດ ​ເສ​ລິ​ພາບ​ແລະ​ສ້າງ​ຄວາມ​ຝັນ​ໃຫ້​ເປັນ​ຈິງ ​ສະ​ນັ້ນ​ເພງຂອງ Lee Greenwood
ໃນ​ບົດ​ເພງ ​“God Bless The U.S. of A.” ຈຶ່ງ​ເໝາະ​ສົ​ມທີ່​ສຸດ​ໃນ​ວັນ​ສຳ​ຄັນ​ຍິ່ງ​ນີ້.

ຕ້ອງ​ຂໍ​ຂອບ​ໃນ​ຜູ້​ຟັງ​ຈາກ​ປະ​ເທດ​ຍີ່​ປຸ່ນ​ທີ່​ຂຽນ​ບອກ​ມາ​ວ່າ ມັກ​ເພງ​ທີ່​ທາງ​ເຮົາ​ຫາ​ກໍ​ຈັດ​
ໃຫ້​ຟັງ ໃນ​ສັບ​ປະ​ດາ​ຜ່ານ​ມາ​ນີ້ ສະ​ນັ້ນ​ເຮົາ ຈຶ່ງ​ຂໍ​ນຳ​ສະ​ເໜີຜົນ​ງານ​ເພງ​ຂອງ Michael
Buble ໃຫ້​ທ່ານ​ໄດ້​ຟັງ​ອີກ​ຕື່ມ​ເພງ​ນຶ່ງ…Michael Buble ເປັນສິນ​ລະ​ປິນ​ສ​ຽງ​ຄຸນນ​ະ
ພາບ ທີ່ຖືວ່າ​ເປັນ​ນັກ​ຮ້ອງ​ໜຸ່ມ​ທີ່​ມີ​ອາ​ຍຸ​ຍັງ​ນ້ອຍ ແຕ່​ມີ​ຄວາມ​ສາ​ມາດ​ຮ້ອງ​ເພງ​ແນວ
classic ໄດ້ພໍໆ​ກັບ​ນັກ​ຮ້ອງ​ລຸ້ນ​ອາ​ວຸ​ໂສ ທີ່​ໂດ່ງ​ດັງ​ໃນ​ອະ​ດີດແລະ​ເພງ When I Fall
In Love ນີ້ ແມ່​ນຮ້ອງ​ປະ​ສານ​ກັບຄະ​ນະ Boy II Men. ຂໍ​ມອບ​ເພງ​ນີ້ ​ແ​ທນ​ຄຳ​ຂອບ​ໃຈ​
​ແດ່​ພີ່ນ້ອງລາວ ໃນ​ປະ​ເທດ​ຍີ່​ປຸ່ນ​ທຸກໆ​ທ່ານ ທີ່​ຕິດ​ຕາມ​ຮັບ​ຟັງວິ​ທະ​ຍຸ​ວີ​ໂອ​ເອ…ແລະ​ກໍ​
ຫວັງ​ວ່າ ຄົງ​ໄດ້​ມີ​ໂອ​ກາດ​ໄປ​ຢ້ຽມ​ຢາມປະ​ຊາ​ຄົມພີ່​ນ້ອງລາວ​ຍີ່​ປຸ່ນ. ເອົາ​ໄປ​ຟັງ​ເພງ​ມ່ວນໆ
ພ້ອມໆກັນ​ເລີຍ.

ຂໍ​ມ້ວນ​ທ້າຍ​ລາຍ​ການ​ດ້ວຍ​ເພງ​ປະ​ກອບ​ຮູບ​ເງົາ Old Town Road ຂອງ Lil Nas X ​
ຂັບ​ຮ້ອງ ຊຶ່ງ​ເພງ​ນີ້ ແບບ​ວ່າ ​ຢ້ອນ​ຍຸກ​ປະ​ສົມ​ປະ​ສານ ມີ​ຄາວບອຍ ຂີ່​ມ້າ​ເຂົ້າ​ໄປ​ໃນ​ເມືອງ
ເຮັດ​ໃຫ້​ຄົນ​ເມືອງ​ແປກ​ຕາ​ແປກ​ໃຈ ວ່າ ​ຫຼຸດ​ເຂົ້​າ​ເມືອງ​ມາ​ໄດ້​ຢ່າງ​ໃດ ກໍ​ເລີຍ​ຖື​ວ່າເປັນ
​ເລື້ອງຕະ​ລົກ​ຂົບ​ຂັນ​ໄປ​ເລີຍ ເອົາ​ເຊີນ​ຮັບ​ຟັງ​ພ້ອມໆ​ກັນ​ເລີຍ. ຂໍໃຫ້ທຸກທ່ານນອນຫຼັບ
ຝັນຫວານພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG