ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Martina McBride - Independence's Day


Martina McBride
Martina McBride

ໃນວັນ​ສຸກ​ທີ 4 ກໍລະກົດ​ທີ່​ຫາ​ກໍ​ຜ່ານ​ມາ 2-3 ມື້​ນີ້ ​ເປັນ​ວັນ​ທີ່ຊາວ
​ອະ​ເມຣິກັນ​ທົ່ວ​ປະ​ເທດ​ໄດ້​ພາກັນສະ​ເຫຼີ​ມສະຫຼອງວັນເອກກະລາດ
ຊຶ່ງຄອບຄົວສ່ວນໃຫຍ່ ກໍມັກຈະເຮັດ Pic-Nic ຫຼັງບ້ານ ຊຸມນຸມສັງ
ສັນກັນ​ ກັບເພື່ອນມິດສະຫາຍ ​ແລະຊົມການສວນສະໝາມ​ແລະ
ການສະແດງ ແສງສີ ດົນຕີ ຈູດບັ້ງໄຟດອກຕ່າງໆ. ​ຂໍ​ໃຫ້​ທຸກໆ​ທ່ານ
​ມ່ວນ​ຊື່ນ​ກັບ​ເພງ​ນີ້ Independence's Day ຂັບຮ້ອງ
Martina McBride.

ສ່ວນ​ເພງ​ທີ່​ໂດ​ງດັງ​ອີກ​ເພງ​ນຶ່ງ​ທີ່​ໄດ້​ອະທິ​ບາຍ​ເຖິງ​ຄວາມມີ​ອິດ​ສະລະ​ເສ​ລິ​ພາບ​ແລະ​ເອກ​ກະລາດ​ຂອງ​ປະ​ເທດ​ນີ້ ​ໃນ​ບົດ​ເພງ ​"God Bless The USA" ເປັນຜົນງານຂອງນັກ
ຮ້ອງຣຸ່ນອະວຸໂສ ຊື່ສຽງໂດງດັງ ອຳມະຕະ ຕະຫຼອດການ Lee Greenwood.
ເພງ: "God Bless The USA"

​ພ້ອມ​ນີ້ ວັນນະ​ສອນຂໍ​ຈັດ​ເພງ​ພິ​ເສດ​ເພື່ອ​ມອບ​ເປັນ​ກໍ​ລັງ​ໃຈໃຫ້ທ່ານ​ຜູ້​ຟັງຍາ​ລຸງ​ບົວ​ຫອມ​ດຳລົງ ທີ່​ກຳລັງ​ຮັກສາ​ຕົວ​ຢູ່​ທີ່​ໂຮງພະຍາ​ບານ ​ແລະ​ປານ​ນີ້ ວັນນະ​ສອນ​ ຄິດ​ວ່າ​ຄົງ​ໄດ້​ຮັບຟັງ​ເພງທີ່​ຍາ​ລຸງ​ຢາກ​ຟັງ​ຢູ່​ທີ່​ບ້ານ​ແລ້ວ ວັນນະ​ສອນ​ຫວັງ​ວ່າ ຫຼັງ​ຈາກ​ທີ່​ຍາ​ລຸງ​ໄດ້​ຟັງ​ເພງ“​ເງິນ” ທີ່​ຂັບ​ຮ້ອງ​ໂດ​ຍ ອາຈານ​ຄຳ​ຫຼ້າ ໜໍ່​ແກ້ວ ທີ່​ຍາ​ລຸງ​ຂຽນ​ຂໍ​ຟັງ​ມາ​ນັ້ນ​ແລ້ວ ກໍ​ຂໍ​ໃຫ້​ຍາ​ລຸງ​ໃຫ້​ຫຼານ​ສານ​ຊື່ຣັດຕະນາ​ ຂຽນ email ​ເຂົ້າ​ມາ​ ຫຼື​ບໍ່ ຍາ​ລຸງ​ກໍ​ຂຽນ​ຈົດໝາຍ​ເຂົ້າ​ມາ​ຫາ​ທາງ​ເຮົາ​ໄດ້​ອີກ​ເຊັ່ນ​ກັນ. ວັນນະ​ສອນ​ພ້ອມ​ດ້ວຍ​ທີ​ມງານ​ VOA ຂໍ​ເປັນ​ກຳລັງ​ໃຈສົ່ງ​ຄວາມ​ຮູ້ສຶກ​ທີ່​ດີ​ໃຫ້​ຍາ​ລຸງ​ຫາຍ​ວັນ​ຫາຍ​ຄືນ ແລະ​ຢູ່​ກັບ​ລູກ​ຫຼານ ຍືນ​ຍາວ​ນານ ຕະຫຼອດ​ໄປ ​ແລະ​ພ້ອມ​ນີ້​ກໍ​ຂໍ​ໃຫ້​ເປັນ​ແຟນລາ​ຍການ​ວິທະຍຸ VOA ຂ​ອງ​ເຮົາ​ຕະຫຼອດ​ໄປ​ແລະ​ຕະຫຼອດ​ການ.​ ພົບ​ກັນ​ໃໝ່​ໃນ​ສະບັບ​ໜ້າ ກັບ​ວັນນະ​ສອນ​ພ້ອມ​ດ້ວຍສຽງ​ເພງ​ມ່ວນໆ​ ໃນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ VOA ​ ນອນ​ຫຼັບຝັນ​ດີ.

XS
SM
MD
LG