ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງເພື່ອຫາລາຍໄດ້ຊ່ວຍເຫລືອ ພວກອຶດຫິວໃນອາຟຣິກາ - I’m Gonna Be Your Friend


ເພງ "I'm Gonna Be Your Friend"
ເພງ "I'm Gonna Be Your Friend"

ໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນນີ້ ວັນນະສອນໄດ້ນໍາເພງ ສາກົນທີ່ມີຄວາມໝາຍດີ ທີ່ມີບຸກຄົນທີ່ໂດງດັງອັນດັບໂລກຈາກຫຼາຍວົງການມາ ໂຮມຕົວກັນຫຼາຍກ່ວາ 150 ຄົນ ເພື່ອໂຄສະນາຊ່ອຍເຫຼືອຊາວອັຟຣິກາທີ່ອິດຢາກນັ້ນ ຂໍເຊີນທ່ານຜູ້ຟັງ ເຂົ້າສູ່ລາຍການໄດ້ເລີຍ.

ອາທິດນີ້​ທາງລາຍການສຽງເພງຈາກແດນໄກຂອງ VOA ຈັດເພງສາກົນ ທີ່ຫລາຍໆ
ສິນລະປິນຮ່ວມກັນຮ້ອງ ເພື່ອເປັນການກຸສົນຫາລາຍໄດ້ໄປຊ່ອຍບັນດາເດັກນ້ອຍທີ່
ອຶດຢາກ ຢູ່ອາຟຣິກາ ເປັນເພງທີ່ດັດແປງຈາກເພງຕົ້ນສະບັບ “High Tide or Low Tide,”
ຂອງ Bob Marley ແລະເພີ່ມຕື່ມເນື້ອຮ້ອງທີ່ມີຄໍາວ່າ “I’m Gonna Be Your Friend
- ຂ້ອຍຈະເປັນເພື່ອນເຈົ້າ.

ເພງທີ່ໂດ່ງດັງອີກຕື່ມເພງນຶ່ງ ທີ່ພວກສິນລະປິນຊື່ສຽງດັງໆຮ່ວມກັນຮ້ອງ ເມື່ອດົນກ່ວາ
25 ປີຜ່ານມາແລ້ວ ເພື່ອຊ່ວຍເຫລືອພວກອຶດຫິວໃນອາຟຣິກາຄືກັນນັ້ນ ແມ່ນເພງຂອງ
ມື້ລາງ​ນັກຮ້ອງ Michael Jackson ໃນບົດເພງ We Are The World."

ເຊີນທ່ານຕິດຕາມຫາຄວາມອະພິສໍາລານໄດ້.

ພົບກັນໃໝ່ໃນສັບປະດາໜ້າ.

XS
SM
MD
LG