ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໗ ທັນວາ ໒໐໒໕

ຂໍມອບເພງ Dance Like We're Making Love ຂອງ Ciara ໃຫ້ທ່ານ ໄດ້ອອກມາ ເຕັ້ນກັນ


Ciara ໃນງານສະແດງ BET Awards ປີ 2015
Ciara ໃນງານສະແດງ BET Awards ປີ 2015
please wait

No media source currently available

0:00 0:11:58 0:00

ສະບາ​ຍດີ​ທຸກໆທ່ານ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ
ຂອງ​ວີ​ໂອ​ເອ ​ໃນ​ 3 ມື້ຂອງການຍ່າງ​ກ້າວ​ເຂົ້າ​ສູ່​ລະດູ​ຮ້ອນ​ຢ່າງ​ເປັນ​ທາງ​ການ ​ກໍ​ຄື​ວັນ​ທີ
21 ມິຖຸນາ​ຜ່ານ​ມາ​ນີ້​ເອງ ແລະ​ເພງ​ທີ່ ວັນນະ​ສອນ​ ຕັ້ງ​ໃຈ​ຈະ​ມາ​ເປີດ​ໃຫ້​ທ່ານ​ໄດ້​ຮັບ​ຟັງ​
ເພື່ອເປັນ​ກຳລັງ​ໃຈ​ໃຫ້​ທຸກໆທ່ານ ​ໄດ້​ມີ​ກຳລັງ​ຕໍ່ສູ້​ຕໍ່​ໄປ ​ເພາະ​ຊີວິດ​ນີ້ ຍ່ອມ​ບໍ່​ສິ້ນ​ຫວັງ ​
ແບບ​ວ່າ ຂ້ອຍ​ລຸກ​ຂຶ້ນ​ສູ້ ​ເພື່ອ​ຊີວິດທີ່​ດີກ​ວ່າ​ໃນ​ວັນ​ຂ້າງ​ໜ້າ ເຖິງ​ແມ່ນ​ວ່າ ວັນ​ນີ້​ຈະ​ປາດ​
ສະ​ຈາກ​ເຈົ້າ​ກໍ​ຕາມ…​ໃນ​ບົດ​ເພງ "I Will Survive" ​ຂອງ Gloria Gaynor ຊຶ່​ງ​ເພງ​ນີ້​
ເຄີຍ​ໂດ່​ງດັງສັນ​ໃດ​ ໃນ​ຕອນ​ອອກ​ມາສູ່​ສາທາລະນະຄັ້ງ​ທຳ​ອິດນັ້ນ ຕາບ​ເທົ່າ​ເຖິງ​ປັດຈຸ
ບັນ​ນີ້ ​ເພງ "I Will Survive"ກໍຍັງ​ຄອງ​ຄວາມ​ເປັນນຶ່ງ​ຂອງ​ເພງ​ເຕັ້ນທີ່​ໂດ່​ງດັງ​ຢູ່ສັນ​ນັ້ນ...​
ເອົາ​ຢ່າ​ລໍ​ຊ້າ​ເລີຍ...​ອອກ​ມາ​ເຕັ້ນ​ລຳ​ໃນ​ເພງ​ມ່ວນໆ ມັນໆ ​ແບບ​ນີ້ ພ້ອມໆ​ກັນ​ເລີຍ.

​ເພື່ອ​ຕ້ອນຮັບ​ລະດູ​ຮ້ອນ ວັນນະ​ສອນ ກໍ​ເລີຍ​ຕ້ອງ​ຫາ​ເພງ​ມ່ວນໆ​ມາ​ໃຫ້​ທ່ານ​ຜູ້​ຟັງ ​ໄດ້​ຮັບ
​ຟັງ​ກັນ ​ເປັນ​ເພງ​ທີ່​ນິຍົມຂອງ Ciara ​ໃນ​ບົດ​ເພງ Dance Like We're Making Love...
​ເຊີນ​ຮັບ​ຟັງ​ໄດ້.

ສ່ວນ​ເພງ​ສຸດທ້າຍ ນີ້ ​ເປັນ​ເພງ​ເຕັ້ນ​ອີກ​ຕື່ມ​ເພງ​ນຶ່ງ…​ໃນ​ບົດ​ເພງ Nobody Love ​ຂອງ
Tori Kelley. ສັບປະດາ​ໜ້າ​ທ່ານ​ຈະ​ໄດ້​ຮັບ​ຟັງ​ເພງ​ທີ່​ກ່ຽວ​ກັບ​ກັບ​ວັນຊາດສະຫະລັດ…
ກະລຸນາ​ຄອຍ​ຕິດຕາມ. ຂໍ​ໃຫ້​ທຸກໆທ່ານນອນ​ຫຼັບ​ຝັນ​ຫວານ.

XS
SM
MD
LG