ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Havana - ​Camila Cabello ຮ້ອງຮ່ວມກັບ Young Thug


ພິທີມອບລາງວັນ ອັງກິດ MTV Europe 2017
ພິທີມອບລາງວັນ ອັງກິດ MTV Europe 2017

ສບາຍດີ​ທ່ານແຟນເພງທີ່ຮັກແພງທັງຫຼາຍຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​
ຈາກ​ແດນ​ໄກຂອງເຮົາມື້ນີ້ຂໍ​ເລີ່​ມຕົ້ນ ດ້ວຍ​ເພງ classic ຫຼືເພງດັ້ງເດີມ ທີ່​ຟັງ​ຍາມ​ໃດ
ກໍ​ສ້າງ​ຄວາມ​ຮູ້ສຶກ​ທີ່​ດີ​ແລະ​ປະ​ທັບ​ໃຈ ​ເປັນ​ເພງອະມະຕະ ຍອດ​ນິຍົມ​ທີ່​ວັນນະ​ສອນ
ເອງ ກໍມີຄວາມປະ​ທັບ​ໃຈ…ຂໍ​ເຊີນ​ມາ​ຟັງ​ພ້ອມ​ໆ​ກັນ​ເລີຍ…​ເພງ I Love you for
sentimental reasons ຜົນງານ​ເພງ​ຂອງ Linda Ronstadt ຖ້າ​ທ່ານ​ໄດ້​ຮັບ​ຟັງ​ແລ້ວ
ກໍ​ຢ່າ​ລືມ​ຂຽນ​ເຂົ້າ​ມາ​ຫາ​ພວກ​ເຮົາ​ດ້ວຍ ບອກ​ວ່າ ທ່ານ​ມັກ​ຟັງ​ເພງ​ແນວ​ນີ້ ​ແລະ​ວັນນະ​
ສອນ ກໍ​ຈະ​ຫາ​ເພງ​ເກົ່າໆເຊັ່ນນີ້ ມາ​ເປີດ​ໃຫ້​ທ່ານ​ຟັງ​ອີກ.

ສ່ວນ​ເພງ Pull Me Back ຜົນງານ​ເພງ​ຍອດ​ຮິ​ຕ໌ຂອງ Leah Turner ສິນ​ລະປິນສາວ
ນັກ​ຮ້ອງ ນັກ​ແຕ່ງ​ເພງ ທີ່​ມີ​ແນວ​ມອງ ​ເຫັນ​ຄວາມ​ສາມາດ​ຂອງ​ນາງ ​ໃນ​ຂະນະ​ທີ່​ກຳລັງ​
ສຶກສາຢູ່ ​ທີ່​ມະຫາວິທະຍາ​ໄລ ຈຶ່ງ​ຊັກ​ຊວນ​ໃຫ້ Leah ຍ້າຍ​ເຂົ້າ​ໄປ​ນະຄອນ ລອສແອ​ນ
ເຈ​ລິ​ສເພື່ອ​ຍຶດອາຊີບເປັນນັກ​ຮ້ອງ ຈົນ ​ໃນ​ທີ່​ສຸດ Leah Turner ກໍ ​ໄດ້​ຍ້າຍ​ໄປນະຄອນ
Nashville, ລັດ TN ​ເພື່ອ​ເປັນ​ນັກ​ຮ້ອງລູກ​ທົ່ງ​ຢ່າງ​ເຕັມ​ອັດຕາ ​ໂດຍ​ທີ່​ໄດ້ເຊັນ​ສັນຍາ​
ກັບ Columbia Recordsທີ່​ເຮັດເພງ​ເພື່ອ​ໃຫ້ download ​ແລະ​ເພງ​ຂອງ Leah
ກໍ​ໄດ້​ຕິດBill Board 100 ​ແລະ​ກໍ​ໄດ້​ສ້າງ ຊື່ສຽງ​ໃຫ້​ນາງ​ດ້ວຍ. ​ເຊີນ​ມາ​ຟັງ​ເພງ Pull Me
Back ນຳກັນເລີຍເໜາະ.

ສ່ວນ​ເພງ Havana ຂອງ ​Camila Cabello Feat Young Thug ນີ້ ກໍ​ຄົງ​ເປັນ​ອີກ​
ເພງ​ນຶ່ງທີ່​ຖືກ​ໃຈໄວສະ​ລຸ້ນ ​ເພາະ​ຟັງ​ແລ້ວ​ມັນ​ໜ້າ​ຮັກ​ດີ...​ເອົາ​ຂໍ​ໃຫ້​ຟັງ​ໄປ​ ແລະ​ຄິດ​ຮອດ
​ກັນ​ໄປ. ຂໍໃຫ້ທຸກໆທ່ານນອນລັບຝັນຫວານ ພົບກັນໃໝ່ ໃນສັບປະດາໜ້າ.

XS
SM
MD
LG