ສະບາຍດີແຟນລາຍການສຽງເພງຈາກແດນໄກທຸກໆທ່ານ
ວັນນະສອນດີໃຈທີ່ໄດ້ກັບມາຈັດເພງມ່ວນໆ ໃຫ້ຜູ້ຟັງໄດ້
ຮັບຟັງກັນ ເພງທຳອິດນີ້ ຂໍຈັດໃຫ້ທ່ານ ນວນຕາ
ແກ້ວມະນີ ຜູ້ຟັງອີກທ່ານນຶ່ງທີ່ຄອຍເປັນກຳລັງໃຈແລະ
ຕິດຕາມຮັບຟັງ VOA ມາຕະຫຼອດ ທ່ານນວນຕາຂໍຟັງ
ເພງ“ເສື້ອຂຽວທີ່ຮັກ" ຂອງບຸນເກີດ ໜູຫ່ວງ ເພາະ
ສະນັ້ນ ວັນນະສອນ ຈະບໍ່ເຮັດໃຫ້ທ່ານນວນຕາ ຜິດຫວັງ
ຢ່າງແນ່ນອນ ແລະກໍຫວັງວ່າ ພໍໄດ້ຮັບຟັງເພງ“ເສື້ອຂຽວ
ທີ່ຮັກ" ແລ້ວ ກໍຢ່າໝົດ ຮັກສາວເສື້ອແດງ ທີ່ຄອງຄອຍຖ້າລະ… ເວົ້າຢອກກັນຫຼິ້ນໆ
ຫົວມ່ວນນຳກັນ ຄົງຈະບໍ່ເຮັດໃຫ້ ທ່ານນວນຕານ້ອຍໃຈຜິດຫວັງແລະເລີກຟັງ VOA
ຕິເນາະ?
ສ່ວນເພງຕໍ່ໄປນີ້ຈັດໃຫ້ຜູ້ຟັງ ທ່ານບຸນເລີດ ທີ່ຝາກຂໍ້ຄວາມໄວ້ວ່າ ມັກຟັງ VOA ຫຼາຍ
ວ່າຊັ້ນ ເສຍດາຍທີ່ເວລານ້ອຍໂພດ ຝາກຂໍເວລາເພີ່ມ ເອົາວັນນະສອນ ຈະຮ້ອງຮຽນ
ໄປ ເພື່ອວ່າຈະໄດ້ມີເວລາເພີ່ມມາຈັດລາຍການດີໆ ເພງມ່ວນໆໃຫ້ທ່ານຜູ້ຟັງໄດ້ຮັບ
ຟັງກັນຢ່າງໜ່ຳໃຈໄປເລີຍ ຂໍມອບເພງ “ຮັກນ້ອງເທົ່າຟ້າ ແຕ່ອ້າຍຄາເມຍ” ເປັນ
ຜົນງານເພງຂອງ ເອກ ໄຊຍາ ທີ່ມ່ວນໜ້າຮັກ ໄປອີກແບບ.
ຂໍປິດທ້າຍລາຍການດ້ວຍເພງທີ່ຫາກໍໄດ້ຮັບລາງວັນດວງຈຳປາ ຂະແໜງເພງບ້ານນາ
ຊຶ່ງ ບຸນເກີດ ໜູຫ່ວງ ສິນລະປິນຄຸນນະພາບໄດ້ຮັບລາງວັນນີ້ ເປັນອັນທີ່ສອງແລ້ວ
ວັນນະສອນວ່າ ເພງ ຕັກບາດສະຫວັນ ນີ້ ຄົງຈະມ່ວນໜ້າຟັງສົມກັບລາງວັນດວງຈຳປາ
ຢ່າງແນ່ນອນ ເອົາໄປຮັບຟັງພ້ອມໆກັນເລີຍ ຢ່າລືມກັບມາຟັງເພງມ່ວນໆກັບວັນນະສອນ
ໄດ້ອີກໃໝ່ໃນລາຍການສຽງເພງຈາກແດນໄກ ຂອງ VOA ໃນທຸກໆຄ່ຳຄືນຂອງວັນອາທິດ
ຂໍໃຫ້ທຸກໆທ່ານນອນຫຼັບຝັນດີ.