ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນເຮົາ...ຖ້າຮັກກັນແລ້ວ ຈະບໍ່ມີຄຳວ່າ "ຮັກເກີນໄປ" ດອກ


ພູເງິນ ສຸວັນດີ
ພູເງິນ ສຸວັນດີ

ສະບາຍດີແຟນ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ວັນນະສອນ​ຂໍ​ແນະນຳນັກ​ຮ້ອງ​ນ້ອງ​ໃໝ່ ​ໃນ​ວົງ​ການ​ເພງຣ໊ອກ
ພູ​ເງິນ ສຸວັນ​ດີ ທີ່​ມີ​ຄວາມ​ສາມາດ ທັງ​ຮ້ອງ ທັງ​ຫຼິ້ນ​ດົນຕີ​ແລະ​ປະພັນ​ເພງ​ນຳອີກ ​ເພງ “ຮັກ​ເກີນ​ໄປ” ນີ້ ຂໍ​ຈັດ​ໃຫ້​ຜູ້​ຟັງ ບຸນ​ທຽນ ພົມມະ​ຈັກ ຜູ້​ຟັງ​ຈາກຣັດ​ເຊຍ ທີ່​ຂຽນ​ຂໍ້ຄວາມ​ຝາກ​ໄວ້​ໃນ Face-
book ສ່ວນ​ຕົວ​ຂອງ​ວັນນະ​ສອນ ກ່ຽວ​ກັບວິທະຍຸ VOA ​ເປັນ​ພາສາຣັດ​ເຊຍ ຊຶ່ງ​ເຮັດ​ໃຫ້​ວັນ
ນະ​ສອນ​ຄິດ​ວ່າ ຄົງ​ຈະ​ຕິດຕາມ​ຮັບ​ຟັງ VOA ສະ​ເໝີ​ມາ ເພາະສະ​ນັ້ນ ວັນນະ​ສອນ ຂໍ​ມອບ​ເພງ​ລາວ​ນີ້ ​ໃຫ້​ຟັງ ​ເພາະ​ຄິດ​ວ່າ ຄົງ​ຈະ​ຄິດ​ຮອດ​ບ້ານ​ ແດນ​ດອກ​ຈຳປາ​ພຸ້ນ ຂໍ​ໃຫ້​ມ່ວນໆ​ກັບ​ເພງ​ນີ້…“ຮັກ​ເກີນ​ໄປ.”


ສ່ວນ​ເພງ​ຂອງ​ຄຳ​ເຕີມ ຊານຸ​ບານ ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຈັດ​ມອບ​ໃຫ້​ທ່ານ ຂັວນ ​ໄພບູນ ທີ່​ຂຽນ​ເຂົ້າ​ມາ​ຂໍ​ຟັງ ​ແຕ່​ບໍ່​ໄດ້​ລະບຸ​ວ່າເປັນ​ເພງ​ໃດ ​ເພາະສະ​ນັ້ນ​ເພງ​ທີ່​ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຄົງ​ຈະ​ບໍ່​ເຮັດໃຫ້ທ່ານ​ຂັວນ ຜິດ​ຫວັງ…​ໃນ​ບົດ​ເພງ “ທຳມະ​ຊາດ​ພູເຂົາຄວາຍ.”

ຂໍ​ມອບ​ເພງ​ດັງ​ໃນ​ອະດີດ​ທີ່​ຖືກ​ໃຈ​ຫຼາຍໆ​ທ່ານ ​ໂດຍ​ສະ​ເພາະ ທ່ານ​ໃດ​ທີ່​ພົບ​ຮັກ​ກັບ​ຄົນ​ທີ່​ມີ​ເຈົ້າ​ຂອງ _ ກໍ​ເລີຍຈຳ​ເປັນ ຕ້ອງຮ້ອງ​ເພງ​ນີ້​ໄປກ່ອນ “ອ້າຍ​ມາ​ທີ່​ຫຼັງ” ຊຶ່ງ​ຈັດ​ມອບ​ໃຫ້​ທ່ານ​
ຜູ້​ຟັງ ວັນ​ທອງ ກັນຫາ​ວົງ ທີ່​ຂຽນ​ເຂົ້າ​ມາ​ຜ່ານ​ທາງ Faceboook ຂໍ​ຟັງ.
ພົບ​ກັນໃໝ່ ​ໃນ​ສັບປະດາ​ໜ້າ ຂໍ​ໃຫ້​ທຸກໆທ່ານນອນ​ຫຼັບຝັນ​ຫວານ.

XS
SM
MD
LG