ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ​ Hotel California ​ຂັບ​ຮ້ອງ​ໂດຍວົງ ​ The Eagles


ສະ​ມາ​ຊິກ ຂອງວົງ The Eagles (ຈາກ​ຊ້າຍ​ຫາ​ຂວາ) Don Henley, Glenn Frey, Joe Walsh and Timothy B. Schmit ​ຮ່ວມ​ໃນ​ພິ​ທີ​ເປີດ​ງານ​ຮອບ​ປະ​ຖົມ​ຂອງ​ຮູບ​ເງົາ "History of the Eagles Part One," ນະ​ຄອນ​ລອນດອນ, 25 ເມ​ສາ 2013.
ສະ​ມາ​ຊິກ ຂອງວົງ The Eagles (ຈາກ​ຊ້າຍ​ຫາ​ຂວາ) Don Henley, Glenn Frey, Joe Walsh and Timothy B. Schmit ​ຮ່ວມ​ໃນ​ພິ​ທີ​ເປີດ​ງານ​ຮອບ​ປະ​ຖົມ​ຂອງ​ຮູບ​ເງົາ "History of the Eagles Part One," ນະ​ຄອນ​ລອນດອນ, 25 ເມ​ສາ 2013.

ຄ່ຳ​ຄືນ​ນີ້​ ວັນນະ​ສອນ ຈະມາກ່ອມທ່ານຜູ້ຟັງດ້ວຍເພງ​ລູກ​ທົ່ງ​ສາ​ກົນ​ແບບ classic​ ​
ແລະແນວເພງອື່ນໆ ນຳ​ດ້ວຍ ຂໍ​ເຊີນຮັບ​ຟັງ​ເພງ​ມ່ວນໆ ​ໃນລາຍການສຽງເພງຈາກ
ແດນໄກຂອງວີ​ໂອ​ເອ.

ສະບາຍ​ດີທຸກໆ​ທ່ານ​ ​ເປັນ​ຈັ່ງ​ໃດ​ລະ ​ເພງ​ Hotel California ຂອງວົງ ​ Eagles
ເພງ​ດັງ​ໃນ​ອະ​ດີດທີ່​ວັນນະ​ສອນ ໄດ້​ຈັດ​ໃຫ້​ທ່ານ​ຜູ້​ຟັງ ໃນ​ຕົ້ນລາຍ​ການ​ນັ້ນ ຄົງ​ເປັນ
​ທີ່ຖືກ​ໃຈ​ຂອງ​ທ່ານ​ຜູ້​ຟັງ​ເປັນ​ແນ່​ແທ້ ​ເອົາ​ໄປ​ຟັງ​ເພງມ່ວນໆ ກັນ​ອີກ​ຕື່ມ ​ວັນນະ​ສອນ ​
ຍອ​ມຮັບ​ວ່າ ບໍ່​ໄດ້​ເຕີບ​ໂຕ​ມາ​ກັບເພງ​ລູກ​ທົ່ງອາ​ເມຣິກັນພວກ​ນີ້ດອກ ​ແຕ່​ພໍ​ໄດ້​ມາ​ຈັດ​ທຳ
ລາຍ​ງານ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ​ວີ​ໂອ​ເອ​ແລ້ວ ​ເຮັດ​ໃຫ້​ວັນນະ​ສອນ ມີ​ຄວາມ​ມັກ​ຮັກ​
ໃນ​ດົນຕີປະ​ເພດນີ້​ຫຼາຍ​ຂຶ້ນ ຟັງ​ແລ້ວ​ຊຶ້ງ​ໄປ​ຕາມ​ເນື້ອ​ຮ້ອງ​ທຳນອງ ​ເພາະ​ວ່າ ບົດ​ເພງ
​ທັງ​ຫຼາຍ​ພວກ​ນີ້ ໄດ້​ກັ່ນ​ຕອງມາ​ຈາກ​ເລື້ອງ​ລາວ​ຊີ​ວິດ​ຈິງ ແຕ່ງ​ເຕີມຮ້ອຍກອນ ກາຍ​ມາ
​ເປັນເພງ ແລະ​ບົດ​ເພງ​ຕໍ່​ໄປ​ນີ້ ກໍ​ມີ​ຄວາມ​ໝາຍ​ດີໆ ເອົາ​ຢ່າ​ລໍ​ຊ້າ​ເລີຍ​ມາ​ຮັບ​ຟັງ​ເພງ​ຂອງ
Home ຂອງ Michael Buble ເພງ​ນີ້ ມີ​ທັງ​ສອງ​ແບບ ທັງ​ແນວ classic ແລະລູກ​ທົ່ງ
ຊຶ່ງ​ກໍ​ມ່ວນ​ທັງ​ສອງ​ແບບ ເອົາມາ​ຟັງ​ແບບ classic ​ກັນ​ກ່ອນ ຄັ້ງ​ໜ້າ​ຈະຈັດ​ແນວ​ເພງ​
ລູກ​ທົ່ງ​ມາໃຫ້​ທ່ານ​ຟັງ ​ເນື້ອ​ໃນ​ຄວາມ​ໝາຍ​ຂອງ​ເພງ​ນີ້ ​ກໍ​ແມ່ນ​ວ່າ ຈະ​ຢູ່​ຂອບຟ້າ​ແດນ​ໃດ
ຈະ​ມີ​ຊື່​ສຽງ​ໂດ່ງ​ດັງ​ປານ​ໃດ ແຕ່​ຂ້ອຍ ກໍ​ຍັງ​ຢາກ​ຈະ​ກັບ​ມາ​ບ້ານກັບ​ມາ​ຫາ​ຄວາມ​ຮັກ
​ອັນ​ອົບ​ອຸ່ນ​ໃນ​ບ້ານ…ທ່ານ​ຜູ້​ຟັງ​ທີ່​ກຳ​ລັງ​ຂັບ​ລົດ​ໄປ​ຟັງ​ລາຍ​ຊ​ການ​ໄປຢູ່​ນັ້ນ ກໍ​ຮີບ​ຟ້າວ
​ກັບບ້ານ​ລະ ຢ່າ​ໄດ້​ແຫວະ​ໄປ​ໃສ.

ຂໍ​ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນດ້ວຍ​ເພງ ມ່ວນໆ​ອີກ​ຕື່ມ​ເພງນຶ່ງ... ເປັນ​ເພງ​ຂອງ Keith
Urban ນັກ​ຮ້ອງ​ລູກ​ທົ່ງ​ຊາວ​ບ້ານ​ເຄນ​ກາ​ລູ​ພຸ້ນ ຊຶ່ງ​ເພງ Little Bit Of Everything ​ນີ້
ມີ​ຄວາມ​ໄນ...​ແບບ​ວ່າ ຂ້ອຍ​ບໍ່​ຕ້ອງ​ການ​ຫຍັງ​ຫຼາຍ ຂໍ​ເປັນພຽງ​ສິ່ງ​ເລັກໆ​ນ້ອຍໆ ທີ່​ເຈົ້າ​
ກະ​ທຳ​ຕໍ່ຂ້ອຍ ໃຫ້​ຄວາມ​ຮັກ​ຄວາມ​ເອົາ​ໃຈ​ໃສ່ ຂ້ອຍກໍພໍ​ໃຈ​ແລ້ວ. ຂໍໃຫ້ທຸກທ່ານນອນ
ຫຼັບຝັນຫວານ ພົບ​ກັນ​ໃໝ່​ໃນ​ສັບ​ປະດາ​ໜ້າ.

XS
SM
MD
LG