ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

Hilary Duff - Chasing The Sun


ນັກຮ້ອງ ນັກສະແດງ Hilary Duff ກຳລັງໂຄສະນາເພງຊຸດໃໝ່ "Breathe In. Breathe Out." ໃນນິວ ຟອກ, 17 ພຶດສະພາ 2015.

ວັນນະສອນ ໄດ້ຕຽມເພງມ່ວນໆ ໄວ້ກ່ອມອາລົມທ່ານຜູ້ຟັງ ສຳລັບ​ຄ່ຳ​ຄືນ​ວັນ​ອາທິດ​ມື້​ນີ້ ສ່ວນວ່າຈະ​ມີເພງປະ​ເພ​ດໃດ​ແດ່ນັ້ນ ຂໍເຊີນ​ເຂົ້າ​ມາ​ຟັງ​ພ້ອມໆ​ກັນ​ເລີຍ​ ໃນລາຍການສຽງເພງຈາກແດນໄກຂອງວີໂອເອ ​ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງວີໂອເອ...ດົນແລ້ວທີ່ບໍ່ໄດ້ຮັບຟັງເພງພວກນີ້ ແນວເພງ R&B ຂອງນັກຮ້ອງ August Alsina ໃນບົດເພງ No Love ຂໍເຊີນມາຟັງພ້ອມໆກັນເລີຍ ແລະວ່າ ເພງນີ້ ເປັນທີ່ຮື​ຮາ​ແລະຖືກໃຈໄວຮຸ້ນ​ຢ່າງແນ່ນອນ ​ໂດຍ​ສະ​ເພາະ​ພວກ​ນ້ອງ​ໆທີ່ມັກຮັກໃນແນວເພງນີ້.


ສ່ວນ​ເພງໜ້າຮັກໆ Chasing The Sun ຂອງ Hilary Duff ທີ່ມີຄວາມໝາຍວ່າ ແລ່ນໄລ່ຕາມຫາພະອາທິດ ຕາມ​ຊາຍ​ຫາດທະ​ເລ ທີ່ເຕັມ​ໄປ​ດ້ວຍ​ແສງ​ແດດແບບ ເພີ້ຝັນ ທັງໆທີ່ໄດ້ຢູ່ບ່ອນເຮັດວຽກເຮັດການ ແຕ່ກັບຝັນເຟື້ອງໄປຫາຫາດຊາຍ ຝັ່ງທະເລ ແຫຼ່ງຕາກອາກາດທີ່ມີພະອາທິດຮ້ອນແຮງ.

ວັນນະ​ສອນ​ຂໍ​ມ້ວນທ້າຍລາຍການ ສົ່ງ​ທ່ານ​ຜູ້​ຟັງ​ເຂົ້າ​ນອນ​ແຕ່​ຫົວ​ຄ່ຳ ​ດ້ວຍເພງ Piano
Man
​ເພງ​ຫວານຂອງ Billy Joel ​ທີ່​ເປັນບົດເພງທີ່ເຄີຍໂດ່ງດັງໃນອະດີດ ຊຶ່ງເປັນເພງທີ່
ຟັງແລ້ວສະບາຍໆ ​ຜ່ອນຄາຍ​ອາລົມ ​ແລະ​ພາ​ໃຫ້​ຫວນ​ຄິດ​ເຖິງ​ອະດີດ ຂໍໃຫ້ທຸກໆທ່ານ
ຈົ່ງນອນ​ຫຼັບ​ຝັນ​ຫວານ ​ແລະພົບ​ກັນ​ໃໝ່​ໃນ​ສະບັບໜ້າ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG