ໃນລາຍການສຽງເພງຈາກແດນໄກຂອງວີໂອເອ ໃນຄ່ຳຄືນວັນອາທິດມື້ນີ້ ວັນນະ
ສອນ ມີເພງພິເສດທີ່ແຕ່ງຂຶ້ນສະເພາະພີ່ນ້ອງລາວ ຊາວອັດຕະປື ທີ່ປະສົບໄພ
ພ້ອມທັງເພງສາກົນມ່ວນໆ ສ່ວນທ່ານໃດທີ່ຂໍເພງມາ ຈົ່ງຕຽມຕົວໄວ້ເລີຍ ເພື່ອຮັບ
ຟັງເພງທີ່ຂໍເຂົ້າມາ ເອົາມື້ນີ້ມາຟັງເພງເອເຣິກັນ ພ້ອມໆກັນກ່ອນ.
ສະບາຍດີທຸກໆທ່ານ ເພງທີ່ທ່ານຫາກໍໄດ້ຟັງຈົບລົງໄປນັ້ນ ແມ່ນເພງ ຫົວໃຈເປື້ອນຕົມ
ທີ່ເປັນຜົນງານເພງທີ່ຫາ ກໍແຕ່ງຂຶ້ນມາໃຫ້ສະເພາະພວກພີ່ນ້ອງຊາວລາວ ທີ່ປະສົບໄພ
ພິບັດ ເຫດເຂື່ອນແຕກ ທີ່ແຂວງອັຕະປຶ ພາກໃຕ້ຂອງລາວ ພ້ອມນີ້ ກໍຈະມີການສະແດງ
ຄອນເສີດຟຣີ ທີ່ເອີ້ນວ່າ ຮ່ວມພະລັງນ້ຳໃຈ ສົ່ງໄປອັດຕະປື ໂດຍການຮວມຕົວຂອງ
ສິນລະປິນລະດັບປະເທດ ອັນມີ ວົງ Mellallic, ວົງ Black Eyes, ວົງ Dynamic,
ສິນລະປິນ ນັກແຕ່ງເພງ ອາລູນາ ຖາວອນສຸກ, ຕ້າ ເອເພັກ, ແຊມ ອິນທະຣະພິທັກ,
Jackie The Voice, ຕ່າຍ ອາກາດ, ຕີ໋ ອຸດາໄລ, ແລະກີ້ ດາວເພັດ ໜູຫ່ວງ
ລາຍໄດ້ຈາກງານກຸສົນ ດັ່ງກ່າວ ຈະນຳສົ່ງໄປໃຫ້ພີ່ນ້ອງຊາວອັດຕະປື. ວີໂອເອ ຂໍສົ່ງ
ກຳລັງໃຈ ໄປຫາຊາວລາວທີ່ປະສົບໄພພິບັດ ຢູ່ໃນຂະນະນີ້ດ້ວຍ ແລະຂໍຂອບໃຈບັນດາສິນລະປິນລາວ ທີ່ຕັ້ງໃຈແຕ່ງເພງນີ້ຂຶ້ນມາ ແລະຫາທຶນເພື່ອເປັນສິນນ້ຳໃຈສົ່ງຊ່ອຍ
ພີ່ນ້ອງລາວ.
ດັ່ງທີ່ໄດ້ບອກທ່ານຜູ້ຟັງໄປນັ້ນລະວ່າ ພວກເຮົາຫຼິ້ນເພງສາກົນ 3 ຄັ້ງ ແລະ 1 ຄັ້ງ
ເປັນເພງລາວ ຕໍ່ເດືອນ ແລະວັນອາທິດມື້ນີ້ ກໍແມ່ນຄັ້ງສຸດທ້າຍຂອງການນຳສະເໜີ
ເພງສາກົນໃນເດືອນກໍລະກົດນີ້ ແລະວ່າທ່ານຜູ້ໃດ ທີ່ຂຽນເຂົ້າມາຂໍຟັງເພງລາວນັ້ນ
ກໍຕ້ອງໄດ້ລໍຖ້າ ຈົນເຖິງສັບປະດາໜ້າເດີ...ເພາະວ່າຈະມາຈັດເພງໃຫ້ຕາມຄຳຂໍ
ທີ່ີທ່ານຜູ້ຟັງຂຽນເຂົ້າມາ...ເພງທີ່ວັນນະສອນ ຈະຫຼິ້ນໃຫ້ຟັງຕໍ່ໄປນີ້ແມ່ນເປັນເພງຮັກ
ຫວານໆ ແລະເປັນເພງທີ່ເໝາະສົມໃນການຫັດຫຼິ້ນກິຕ້າຈີບສາວ ຖ້າຮ້ອງໄດ້ ພ້ອມກັບ
ຫຼິ້ນກິຕ້າໄປພ້ອມ...ວັນນະສອນວ່າ ຈະຈີບສາວໄດ້ແນ່ນອນ ເປັນຜົນງານເພງດັງຂອງ
Ed Sheeran ໃນບົດເພງທີ່ມີຄວາມໝາຍຈາກພາສາອັງກິດ ທີ່ຊື່ວ່າ How Would
You Feel...ທີ່ມີຄວາມໝາຍວ່າ ເຈົ້າມີຄວາມຮູ້ແບບໃດ...ເອົາລອງໄປຮັບຟັງເພງນີ້
ພ້ອມໆກັນເລີຍ ແລະຢ່າລືມຂຽນບອກມາແດ່ເດີວ່າ ຮູ້ສຶກແບບໃດກັບເພງນີ້.
ກ່ອນຈາກກັນໃນວັນນີ້ ວັນນະສອນ ຂໍສົ່ງທ່ານເຂົ້ານອນ ດ້ວຍການເປີດເພງ
Stuck On You ທີ່ເປັນເພງເຢັນໆ ຫວານໆ ຟັງສະບາຍໆ ຂອງ Lionel Richie
ສິນລະປິນ ນັກຮ້ອງ ນັກແຕ່ງເພງ ທີ່ມີຜົນງານມາກມາຍ ໃຫ້ສິນລະປິນທ່ານອື່ນນຳ
ຜົນງານບົດປະພັນຂອງຜູ້ກ່ຽວໄປຂັບຮ້ອງ...ຂໍໃຫ້ທ່ານຜູ້ຟັງຈົ່ງນອນ
ຫລັບຝັນດີ ແລະພົບກັນໃໝ່ ໃນສັບປະດາໜ້າ.