ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອູ່ແກ້ວ ໄຊຍະວົງ: ແຄມງື່ມໃນຝັນ


ສະບາ​ຍດີ ທຸກໆ​ທ່ານ ເພື່ອ​ບໍ່​ໃຫ້​ເສຍ​ເວລາ ຂ້າພະ​ເຈົ້າ​ຂໍ​ສະ​ເໜີເພງ​ທໍາ​ອິດເລີຍ ຈັດ​ໃຫ້ຕາມ​ຄໍາ​ຂໍ​ຂອງ​ນ້ອງ​ກູດ​ຫລື​ແກ້ວ​ວຽງ​ໄຊ ກັບສາມີ ບຸນ​ຈັນ ທໍາ​ວົງສາ ອະດີດ​ອາຈານ​ສອນຢູ່​ໂຮງຮຽນ​ອຸດົມ ​ເລກ 3 ​ເມືອງ​ໄຊ​ເສດ​ຖາ ທີ່​ຂໍ​ຟາກເພງ ບໍ່​ລືມ​ວຽງ​ຈັນ ເຖິງ​ເພື່ອນໆ​ອາຈານ​ສອນ​ທີ່​ໂຮງຮຽນ​ດຽວ​ກັນ 6 ຄົນ ອັນ​ມີ ອາຈານ​ສີ​ປະ​ເສີດ ຈັນທາ ຈັນທະ​ໄລ ພິມ​ມະ​ສອນ ທອງ​ບັນ ​ແລະ​ຄໍາ​ກອງ ພ້ອມ​ກັບຄູ​ອາຈາ​ນທຸກໆ​ຄົນທີ່ ​ໂຮງຮຽນ​ອຸດົມ ​ເລກ 3 ​ເມືອງ​ໄຊ​ເສດ​ຖາ. ນີ້​ຄື​ເພງ ບໍ່​ລືມ​ວຽງ​ຈັນ ຜົນງານ​ຂອງ​ແສງ​ມະນີ ຟາກ​ເຖິງ​ບັນດາ​ອາຈານ​ເຫລົ່າ​ນັ້ນ ພ້ອມ​ກັບ​ຄວາມ​ຮັກ​ແພງ​ແລະ​ຄິດ​ຮອດຄິດ​ເຖິງ ຈາກ​ເພື່ອນ​ເກົ່າ ​ແກ້ວ​ວຽງ​ໄຊ​ກັບ​ບຸນ​ຈັນ ທໍາ​ວົງສາ ທີ່​ເມືອງ Springfield ລັດ​ເວີ​ຈີ​ເນຍ.

ລິງໂດຍກົງ


​ສອງ​ເ​ພງຕໍ່​ໄປ​ນີ້ ຂ້າພະ​ເຈົ້າ​ຂໍ​ສ​ະ​ເໜີ​ຜົນງານ​ຂອງອູ່​ແກ້ວ ​ໄຊ​ຍະ​ວົງ ຊຶ່ງ​ຂ້າພະ​ເຈົ້າ​ເອງ​
ກໍ​ຫາ​ໄດ້​ຍິນ​ເປັນ​ເທື່ອ​ທໍາ​ອິດ ກະ​ບໍ່​ຮູ້​ວ່າ​ເກົ່າ​ຫລື​ໃໝ່ ​ແຕ່ຮູ້​ສຶກວ່າ​ມ່ວນ​ດີ ຢາກ​ໃຫ້​ບັນດາ​
ທ່ານ​ໄດ້​ຟັງ​ນໍາ ຄື​ເພງ ແຄມ​ງື່ມ​ໃນ​ຝັນ ​ ຕິດຕາມ​ດ້ວຍເພງ ລື​ມ​ນ້ອງ​ບໍ່​ໄດ້ ຂໍ​ມອບ​ໃຫ້
​ທຸກ​ໆ ທ່ານ​ທີ່​ກໍາລັງ​ຟັງ​ຢູ່ ບໍ່​ວ່າ​ຕອນ​ທີ່​ກໍາລັງ​ອອກ​ອາກາດ​ທາງວິທະຍຸ​ຢູ່​ໃນ​ຂະນະນີ້ ຫລື​ທາງ​ອິນ​ເຕີ​ແນັດ ​ໃນ​ມື້​ຕໍ່ໆ​ໄປ​ກໍ​ດີ. ຂໍ​ໃຫ້ມີ​ຄວາ​ມສຸກ​ກັບສອງເພງ​ນີ້​ ແລະ​ຂ້າພະ​ເຈົ້າ​ຂໍ​ອໍາ​
ລາ​ທ່ານ​ໄປ​ພ້ອມ​ນີ້​ເລີຍ. ພົບ​ກັນ​ໃໝ່ອາທິດ​ໜ້າ ຂໍ​ໃຫ້​ທຸກ​ທ່ານ​ຈົ່ງນອນ​ຫລັບ​ຝັນ​ດີ ລາ​ຕີ​ສະຫວັດ......



XS
SM
MD
LG