ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເພງ Fight Song ເປັນ​ເພງ​ທີ່​ມີ​ພະ​ລັງ ທີ່​ສົ່ງ​ກຳ​ລັງ​ໃຈ ໃຫ້​ທ່ານ​ຜູ້​ຟັງ​ຕໍ່​ສູ້​ກັບອຸບ​ປະ​ສັກ​ຕ່າງໆ ນາໆ ​ ​ຂັບ​ຮ້ອງ​ໂດຍ Rachel Platten


Rachel Platten ໃນພິ​ທີ​ມອບ​ລາງວັນດົນ​ຕີ - 2015 Radio Disney Music Awards
Rachel Platten ໃນພິ​ທີ​ມອບ​ລາງວັນດົນ​ຕີ - 2015 Radio Disney Music Awards

ໃນຄ່ຳ​ຄື​ນນີ້ ທ່ານ​ຈະ​ໄດ້​ຟັງ​ເພງ​ Fight Song ຊຶ່ງເປັນ​ນຶ່ງໃນຫຼາຍໆ​ເພງ​ ທີ່​ວັນ​ນະ​ສອນ
ໄດ້​ຕຽມໄວ້​ໃຫ້​ທ່ານ​ໄດ້​ຮັບ​ຟັງ​ກັນ ໃນລາຍການສຽງ​ເພງ​ຈາກ​ແດນ​ໄກຂອງວີ​ໂອ​ເອ​ໄດ້.

ສະບາຍດີ ທ່ານ​ແຟນລາຍການສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA ທັງຫຼາຍ ເພງ​ທີ່​ທ່ານ
​ຫາກໍ​ໄດ້​ຟັງ​ຈົບ​ລົງ​ໄປນັ້ນແມ່ນ​ເພງນັ້ນແມ່ນ​ເພງ “Fight Song​” ​ທີ່ Rachel Platten
ຂັບ​ຮ້ອງ​ ຊຶ່ງວັນ​ນະ​ສອນ​ຄິດ​ວ່າ​ເພງ​ນີ້ ເປັນ​ເພງ​ທີ່​ມີ​ພະ​ລັງ ສົ່ງ​ເສີມ​ໃຫ້​ທຸກ​ທ່ານ ມີ​ກຳ​ລັງ​
ໃຈ​ຕໍ່​ສູ້​ກັບອຸບ​ປະ​ສັກ​ຕ່າງໆນາໆ ໃຫ້​ທຸກ​ຄົນ ໄດ້​ລຸກ​ຂຶ້ນ​ສູ້​ເພື່ອ​ຊີ​ວິດ​ອັນ​ສົດ​ໃຈ ຕໍ່​ໄປ.
ບັດນີ້​ກັບ​ມາ​ຟັງເພງ​ທີ 2 ກັນເລີຍ​ເນາະ ເປັນ​ເພງທີ່​ສະ​ໜຸກ​ສະ​ໜານ ຟັງ​ແລ້ວ​ຢາກ​ເຕັ້ນ
​ໄປພ້ອມ In Your Arms ທີ່​ຂັບ​ຮ້ອງ​ໂດຍ Nico & Vinz ແລະ​ກໍ​ຫວັງວ່າ ທ່ານ​ຜູ້​ຟັງ
ຄົງ​ຈະອອກມາ​ເຕັ້ນນຳກັນ​.

ຂໍ​ມ້ວນ​ທ້າຍລົງ​ດ້ວຍ​ເພງ Night Changes ຂອງວົງດົນຕີOne Direction ເປັນ​ເພງ
ຫວານໆທີ່​ຟັງ​ແລ້ວ​ສະ​ບາຍ​ໆ ຜ່ອນ​ຄາຍ​ອາ​ລົມ​ດີ ຂໍ​ໃຫ້​ທຸກ​ໆທ່ານຈົ່ງນອນ​ຫຼັບ​ຝັນ​ຫວານ
ພົບ​ກັນ​ໃໝ່​ໃນ​ສັບປະດາ​ໜ້າ.

XS
SM
MD
LG