ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

In The Air Tonight ​ໂດຍ Phil Collins


Phil Collins ສິນລະປິນຊາງອັງກິດ ທີ່ມີຫຼາກຫຼາຍຄວາມສາມາດແທ້ໆ
Phil Collins ສິນລະປິນຊາງອັງກິດ ທີ່ມີຫຼາກຫຼາຍຄວາມສາມາດແທ້ໆ

ໃນຄຄືນນທາງລາຍການສຽງເພງຈາກແດນໄກຂອງ VOAຈະມານໍາເພງຂອງສິນລະ ປິນດັງກ້ອງໂລກທີ່ຫຼາຍທ່ານຄຸ້ນເຄີນມາເປັນເວລານານປີແລະເຂົາຜູ້ນີ້ກໍໄດ້ລໍ່າລາວົງ ການເພງໄປ ຊຶ່ງຜູ້ກ່ຽວມີອາຍຸ 60 ປີ ສິນລະປິນຜູ້ທີ່ມາກດ້ວຍຄວາມສາມາດຄົນນີ້ ຈະເປັນຄົນອື່ນຄົນໄກໄປບໍ່ໄດ້ ນອກຈາກ Phil Collins ຫວັງວ່າທ່ານຜູ້ຟັງຄົງຈະ ຮ່ວມຮັບຟັງເພງສາກົນ ຈາກລາຍການຂອງເຮົາໄດ້ ຕໍ່ໄປນີ້.

ເພງ: “In The Air Tonight” ​ໂດຍ Phil Collins

ເພງ In The Air Tonight ນີ້ ຄົງຈະພາໃຫ້ຫຼາຍໆ
ທ່ານຢ້ອນເຖິງຄວາມຊົງຈໍາໃນອະດີດເປັນຜົນງານເພງ
ຂອງ Phil Collins ຊາວອັງກິດ ທີ່ມີຫຼາກຫຼາຍຄວາມ
ສາມາດເປັນທັງນັກຮ້ອງ, ນັກດົນຕີ, ມືກອງ ນັກ piano
ທັງເປັນນັກສະແດງນໍາອີກ ຊຶ່ງຜູ້ກ່ຽວມີຜົນງານເດັ່ນໆ
ທີ່ໄດ້ຮັບລາງວັນຫຼາຍໆອັນ ຮວມທັງ Grammy ນໍາ
ທີ່ຖືວ່າສູງສຸດນັ້ນ. Phil Collins ກໍຄື 1 ໃນ 3 ສິນລະ
ປິນ ອັນມີ Paul McCarney ແລະ Michael
Jackson
ທີ່ມີຍອດຂາຍຫຼາຍກວ່າ 100 ລ້ານແຜ່ນ. ໃນ ປີ 2008 Phil Collins
ຕິດອັນດັບທີ 22 ຂອງສິນລະປິນ ທີ່ປະສົບຄວາມສໍາເລັດສູງສຸດ_Most Successful
Artist ຂອງ Billboard Hot 100 Top All time Artists
. ພໍເອົາໃຈແຟນເພງຣຸ່ນ
ເກົ່າແລ້ວ ວັນນະສອນກໍຕ້ອງຈັດເພງນີ້ ເພື່ອເອົາໃຈແຟນລາຍການຣຸ່ນສາວໆ ໜຸ່ມໆນໍາ.
ເອົ້າຂໍມອບເພງທີ່ຕິດອັນດັບຂອງ Jennifer Lopez ທີ່ຮ້ອງຄູ່ກັບ Pitbull ຂໍເຊີນ
ອອກມາເຕັ້ນອອກກໍາລັງກາຍກັບເພງນີ້ໄດ້ເລີຍ..."On The Floor."

ເພງ: "On The Floor" ໂດຍ Jennifer Lopez ທີ່ຮ້ອງຄູ່ກັບ Pitbull

ຂໍກ່ອມອາຣົບທ່ານຜູ້ຟັງຕື່ມອີກເພງນຶ່ງ "Against All Odds" ​ໂດຍ Phil Collins
ຊຶ່ງ​ຜູ້ກ່ຽວ​ໄດ້​ປະກາດອໍາລາວົງການໄປ ແລະວ່າຢາກຈະໃຊ້ເວລາຢູ່ກັບລູກຊາຍທັງສອງ
ທີ່ຍັງມີອາຍຸນ້ອຍຢູ່ນັ້ນ. ຫຼັງຈາກໄດ້ຟັງເພງນີ້ແລ້ວກໍຢ່າລືມຂຽນ email ​ເຂົ້າມາຫາ​ທາງ
ລາຍການ ສຽງ​ເພງ​ຈາກ​ແດນ​ໄກເພາະ​ວັນນະ​ສອນ​ຈະ​ໄ​ດ້ຈັດ​ເພງ​ໃຫ້​ຕົງ​ໃຈພໍດີ.
ຂໍ​ໃຫ້​ທຸກໆ​ທ່ານ​ຈົ່ງນອນ​ຫຼັບ​ຝັນ​ດີ.

ເພງ: "Against All Odds" ​ໂດຍ Phil Collins

ກ່ຽວຂ້ອງກັນ

XS
SM
MD
LG