ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຸກຕາ ພູມິວົງ - ພໍ່


ສະບາຍດີ ຍິນ​ດີ​ຕ້ອງ​ຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ VOA
ຄໍ່າຄືນວັນ​ອາທິດມື້​ນີ້ກົງກັບ​ວັນພໍ່ແຫ່ງຊາດໃນສະຫະລັດອາເມຣິກາ ​ແລະວັນນະ​ສອນ
ກໍ​ຕັ້ງ​ໃຈ ທັງ​ດີ​ໃຈ ຍິ້ມນ້ອຍ ຍິ້ມ​ໃຫຍ່ ​ເພາະວ່າ ​ໄດ້​ມາ​ຈັດ​ເພງພິ​ເສດໆ ໃນ​ວັນ​ສຳຄັນ​ນີ້
ຊຶ່ງ​ເປັນ​ເພງທີ່ສະ​ແດງ​ອອກ​ເຖິງ​ຄວາມ​ຮັກ ຄວາມ​ຫວ່ງ​ໃຍ ຄວາມ​ເອົາ​ໃຈໃສ່ ​ແລະ​ຖະໜຸ
ຖະໜອມ ຈາກ​ພໍ່ ທີ່​ມີ​ຕໍ່​ລູກ ​ແລະ​ຈາກ​ຄວາມ​ກະຕັນຍູກະຕະ​ເວທີ ຈາກຜູ້​ເປັນ​ລູກ ​ເຖິງ​ພໍ່
​ຜູ້​ບັງ​ເກີດ​ເກົ້າ ວັນນະ​ສອນ​ຂໍ​ຕາງໜ້າ​ໃຫ້​ຄະນະ VOA ຈັດມອບເພງທີ່​ແທນ​ຄວາມ​ຮູ້ສຶກ​
ຂອງ​ພວກ​ລູກ​ທີ່​ມີ​ຕໍ່​ພໍ່ ​ເພື່ອ​ສະ​ແດງ​ເຖິງ​ຄວາມ​ຮູ້​ບຸນຄຸນ ກະຕັນຍູ ກະຕະ​ເວທີ ​ແລະ​ຕອບ
​ບຸນ​ແທນ​ຄຸນ​ແດ່​ບັນດາ​ພໍ່​ຜູ້​ບັງ​ເກີດ​ເກົ້າ ຈຶ່ງ​ຂໍ​ມອບ​ເພງ ພໍ່ ບົດ​ປະພັນ​ຂອງ​ອາຈານ
ຄຳ​ຫຼ້າ ໜໍ່​ແກ້ວ ແລະ​ຂັບ​ຮ້ອງໂດຍ​ສິນລະປິນສາວ ສຽງ​ມີ​ພະ​ລັງຢ່າງ ຕຸກ​ຕາ ພູ​ມິ​ວົງ
ຂໍ​ເຊີນ​ໄປ​ຟັງ ພ້ອມໆ​ກັນ​ເລີຍ.

ວັນນະສອນ ຕ້ອງ​ຂໍ​ຂອບ​ໃຈ ​ເບ ອິນ​ສີ​ຊຽງ​ໃໝ່ ຜູ້​ຟັງຄົນ​ສຳຄັນ ​ແລະ​ທີ່​ແນ່ໆ ກໍ​ຄືເປັນ​
ຕົວ​ຕັ້ງ​ຕົວ​ຕີ​ຜູ້​ນຶ່ງ​ໃນ​ປະຊາ​ຄົມ​ຝຣັ່ງ ທີ່​ໃຫ້ການ​ເອົາ​ໃຈ​ໃສ່ ​ແລະ​ສະໜັບສະໜຸນ​ສິນລະປິ​ນ
ລາວ​ໃນ​ທົ່ວ​ໂລກ ຈຶ່ງ​ໄດ້​ສົ່ງ​ຜົນງານ​ເພງ​ຂອງ ເປັດ ປະກາຍ​ເພັດ ​ມາ​ໃຫ້​ທາງ​ເຮົາ ເພື່ອທີ່
ຈະໄດ້​ຈັດ​ອອກ​ອາກາດ​ໃຫ້​ຊາວ​ລາວ​ໃນ​ທົ່ວ​ໂລກ ​ໄດ້​ຮັບຟັງ​ເພງ​ລາວ​ດີໆ ຊຶ່ງ​ທາງ​ເຮົາ
ກໍ​ໄດ້​ນຳ​ສະ​ເໜີ​ຜົນງານ​ຂອງ​ຜູ້ກ່ຽວ​ໄປແດ່​ແລ້ວ​ຫວ່າງ​ມໍ່ໆ​ມາ​ນີ້ ​ແລະ​ຄັ້ງ​ນີ້ ຊື່​ຂອງເພງທີ່​
ຈະ​ຫຼິ້ນ​ໃຫ້​ຟັງ​ຕໍ່​ໄປ​ນີ້ ຊ່າງ​ເຂົ້າ​ກັບ​ເທດສະການວັນ​ສະຫຼອງວັນ​ພໍ່​ພໍດີ ເພາະສະນັ້ນ​ເຮົາ​ໄປພິສູດພ້ອມໆ​ກັນເລີຍ ວ່າ​ເພງ ຮັກ​ພໍ່ ທີ່​ເປັນບົດ​ປະພັນ​ຂອງສຸ​ນິສາ ສົມ​ມີ​ໄຊ ຂອງ
​ຄ້າຍ​ເພງ Honey ນີ້ ຈະ​ມີ​ຄວາມ​ມ່ວນ​ແລະ​ຫວານ​ຊຶ້ງ​ຂະໜາດ​ໃດ ທີ່ສື່ສຳພັນລະຫວ່າງ
ລູກ ກັບພໍ່.

ເພງ ສົ່ງພໍ່ສູ່ສະຫວັນ ຂອງ​ເພງ Honey ຕໍ່ໄປນີ້ ເປັນເພງເສົ້າ ແຕ່ເນື້ອໄນຄວາມໝາຍ
ນັ້ນ ແມ່ນດີເລີດ ເພາະວັນນະສອນຄິດວ່າ ອັນຄວາມຮັກຄວາມຫັວງດີ ທີ່ມີຕໍ່ບິດາ
ຜູ້ບັງເກີດເກົ້ານັ້ນ ບໍ່ໄດ້ຈືດຈາງລົງໄປເລີຍ ເຖິງແມ່ນວ່າພໍ່ອັນເປັນທີ່ຮັກຈະຍັງມີຊີວິດຢູ່
ຫຼືລົ້ມຫາຍຕາຍຈາກກັນໄປເນີ້ນນານມາແລ້ວນັ້ນກໍຕາມ ເພງນີ້ ຈຶ່ງເໝາະສົມທີ່ສຸດ
ໃນການທີ່ລູກຈະໄດ້ສະແດງອອກຊຶ່ງຄວາມຮູ້ສຶກທີ່ດີໆໃຫ້ພໍ່ ແລະທີ່ສຳຄັນໄປກວ່ານັ້ນ
ກໍຄື ການທີ່ໄດ້ ບຸນລ້ວນ ເມືອງລາວ ສິນລະປິນທີ່ມີນ້ຳສຽງດີກັງວານ ໂດຍບໍ່ໄດ້ຫວັ່ນເກງ
ຕໍ່ຄວາມມີປົມດ້ອຍ ຄວາມພິການທາງສາຍຕາຂອງຕົວເອງເລີຍແມ່ນແຕ່ນ້ອຍ. ວັນນະ
ສອນ ຂໍສະແດງຄວາມຍິນດີ ແລະສະໜັບສະໜຸນ ໃຫ້ນ້ອງບຸນລ້ວນ ຕັ້ງໃຈສ້າງຜົນງານ
ດີໆໃຫ້ພວກເຮົາ ໄດ້ຮັບຟັງ ຢູ່ຕໍ່ໆໄປ. Happy Father’s Day. ​ພົບ​ກັນ​ໃໝ່​ໃນ​ສັບປະ
ດາ​ໜ້າ ນອນ​ຫຼັບ​ຝັນ​ຫວານ

XS
SM
MD
LG