ສະບາຍດີທ່ານແຟນເພງທັງຫຼາຍ. ມື້ນີ້ ວັນນະສອນດີໃຈ ທັງຍິ້ມນ້ອຍ ຍິ້ມໃຫຍ່ ເພາະວ່າ
ໄດ້ມາຈັດເພງພິເສດແລະມີຄວາມໝາຍ ທີ່ສະແດງອອກ ເຖິງຄວາມຮັກ ຄວາມຫວ່ງໃຍ
ຄວາມເອົາໃຈໃສ່ ແລະຖະນຸຖະໜອມ ຂອງຜູ້ເປັນພໍ່ ທີ່ມີຕໍ່ລູກ ໃນຄໍ່າຄືນມື້ນີ້ ຊຶ່ງກົງກັນ
ກັບວັນພໍ່ແຫ່ງຊາດ ໃນສະຫະລັດອາເມຣິກາ. ວັນນະສອນຂໍຕາງໜ້າໃຫ້ຄະນະ VOA ຈັດມອບເພງ ແທນຄວາມຮູ້ສຶກຂອງພວກລູກໆທີ່ມີຕໍ່ພໍ່ເພື່ອສະແດງເຖິງຄວາມຮູ້ບຸນຄຸນ
ແລະຕອບບຸນແທນຄຸນ ແດ່ບັນດາພໍ່ ຜູ້ບັງເກີດເກົ້າ ຈຶ່ງຂໍມອບເພງ “ພໍ່”ບົດປະພັນຂອງ
ອາຈານ ຄຳຫຼ້າ ໜໍ່ແກ້ວ ໂດຍ ໄດ້ນັກຮ້ອງສາວ ສຽງມີພະລັງ ຢ່າງ ຕຸກຕາ ພູມິວົງ ມາຂັບ
ຮ້ອງ ກໍຍິ່ງເຮັດໃຫ້ເພງນີ້ມ່ວນແບບມີພະລັງ. ຂໍເຊີນມາຟັງພ້ອມໆກັນເລີຍ.
3 ສັບປະດາ ກວ່າຈະໄດ້ຮັບຟັງເພງລາວ ສະນັ້ນ ວັນນະສອນ ຈະຫາເພງມ່ວນໆ
ຂອງສິນລະປິນຄຸນນະພາບມາຝາກ ໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ. ເພງຈົດໝາຍສະບັບ
ສຸດທ້າຍ ນີ້ ເປັນບົດປະພັນຂອງອາຈານ ສ. ແສງສິຣິວັນ ທີ່ຂັບຮ້ອງໂດຍສິນລະປິນ
ສຽງດີຈາກອອສເຕຣເລຍ ອຸດອນ ວົງສີ ທ່ານຜູ້ຟັງຈະບໍ່ຜິດຫວັງຢ່າງແນ່ນອນ.
ວັນນະສອນ ຂໍຕາງໜ້າໃຫ້ພວກລູກໆທຸກໆຄົນ ສົ່ງຄວາມສຸກ ສົ່ງຄວາມຮູ້ສຶກທີ່ດີ
ຄວາມຮັກ ຄວາມຮູ້ສຶກກະຕັນຍູກະຕະເວທີ ມອບແດ່ ບັນດາພໍ່ ທີ່ຄອຍເອົາໃຈໃສ່
ແລ ລ້ຽງລູກໃຫ້ເຕີບໃຫຍ່ເປັນທີ່ໜ້າຮັກແລະຊື່ນຊົມຂອງຜູ້ຄົນທີ່ໄດ້ພົບເຫັນ ຂໍວິ້ງ
ວອນພຣະສິລັດຕະນະໄຕ ຈົ່ງປົກປັກຮັກສາແລະຄຸ້ມຄອງໃຫ້ບັນດາພໍ່ ຈົ່ງມີອາຍຸໝັ້ນ
ຂວັນຍືນ ຄຽງຄູ່ກັບພວກລູກໆຕະຫຼອດໄປ ຕາບນານເທົ່ານານ ແລະຂໍອໍາລາທ່ານ
ດ້ວຍເພງຂອງ ໃນບົດເພງ“ຮັກພໍ່” ທີ່ຂັບຮ້ອງໂດຍ ປຸກກີ້ ເງິນລ້ານ ພົບກັນໃໝ່
ໃນສັບປະດາໜ້າ ນອນຫຼັບຝັນຫວານ.