ສະບາຍດີ ມື້ນີ້ ວັນນະສອນດີໃຈ ແລະຍິ້ມນ້ອຍ ຍິ້ມໃຫຍ່ ເພາະວ່າ
ໄດ້ມາຈັດເພງທີ່ພິເສດແລະມີຄວາມໝາຍດີ ທີ່ສະແດງອອກເຖິງ
ຄວາມຮັກ ຄວາມຫວ່ງໃຍ ຄວາມເອົາໃຈໃສ່ ແລະຖະນຸຖະໜອມ
ຈາກພໍ່ ທີ່ມີຕໍ່ລູກ ຄໍ່າຄືນນີ້(ອາທິດ ທີ 21 ມິຖຸນາ) ຊຶ່ງກົງກັບວັນ
ພໍ່ແຫ່ງຊາດໃນສະຫະລັດອາເມຣິກາ ວັນນະສອນຂໍຕາງໜ້າໃຫ້
ຄະນະ VOA ຈັດມອບເພງທີ່ແທນຄວາມຮູ້ສຶກຂອງພວກລູກທີ່ມີ
ຕໍ່ພໍ່ ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະຕອບບຸນແທນຄຸນແດ່
ບັນດາພໍ່ຜູ້ບັງເກີດເກົ້າ ຈຶ່ງຂໍມອບເພງ “ພໍ່” ບົດປະພັນຂອງອາຈານ
ຄຳຫຼ້າ ໜໍ່ແກ້ວ ໂດຍໄດ້ນັກຮ້ອງສາວ ສຽງມີພະລັງ ຢ່າງ ຕຸກຕາ
ພູມິວົງ ມາຂັບຮ້ອງ ກໍຍິ່ງເຮັດໃຫ້ເພງນີ້ມ່ວນແບບມີພະລັງ. ຂໍເຊີນໄປຟັງ ພ້ອມໆກັນເລີຍ.
ຕ້ອງຂໍຂອບໃຈຜູ້ຟັງ ທ່ານ ແດງ ສີຫາວົງ ຜູ້ຟັງ ທີ່ຂຽນຂໍ້ຄວາມຝາກໄວ້ໃນ website ຂອງ
VOA ທີ່ຕອບລາຍການສຽງເພງຈາກແດນໄກ ທີ່ໄດ້ຈັດເພງ ຈົດໝາຍຈາກແມ່ ໄປເມື່ອບໍ່
ນານມານີ້ເອງ ວ່າບໍ່ຊາບທັງສິນລະປິນ ແລະນັກປະພັນ ກໍຕ້ອງຂໍຂອບໃຈ ທ່ານ ແດງ ສີຫາວົງ ທີ່
ໄດ້ຂຽນມາບອກວ່າ ແມ່ນອາຈານ ສົມມີໄຊ ເຕໂຊ ຊຶ່ງເປັນອາຈານສອນປະຈຳມະຫາວິທະ
ຍາໄລແຫ່ງຊາດດົງໂດກ ເປັນຄົນຂັບຮ້ອງ ເພາະສະນັ້ນວັນນະສອນ ຕ້ອງຂໍຈັດມອບເພງ ທີ່
ມີຄວາມໝາຍດີນີ້ ໃຫ້ຟັງແທນຄຳຂອບໃຈ ແລະຂໍມອບໃຫ້ແກ່ທຸກໆທ່ານຜູ້ຟັງ ທີ່ເປັນທັງພໍ່ ທັງແມ່ດ້ວຍ ໃນບົດເພງ ບຸນຄຸນພໍ່ແມ່ ທີ່ຂັບຮ້ອງໂດຍ ກ. ສັກສີ ຊຶ່ງຄວາມຈິງແລ້ວ ວັນນະສອນ ວ່າ ວັນພໍ່ວັນແມ່ ນັ້ນກໍຢູ່ໃນໃຈພວກລູກໆສະເໝີນັ້ນລະ ແລະຮັບຮູ້ວ່າ ທັງຮັກ ທັງເຄົາຣົບ ແລະບູຊາ ເໜືອເກົ້າເໜືອຫົວຢູ່ແລ້ວ ແລະເພງນີ້ຄົງຈະສື່ຄວາມຮູ້ສຶກຂອງພວກ
ລູກໆທີ່ມີຕໍ່ພໍ່ແມ່ ຜູ້ປົກຄອງໄດ້ດີ.
ຈິງໆແລ້ວ ວັນນະສອນ ຢາກຈະມີເວລາແບບວ່າ 24 ຊົ່ວໂມງມາເປີດເພງໃຫ້ຟັງ ມາໂອ້ລົມ
ທັກທາຍຊາວລາວດ້ວຍກັນ ບໍ່ວ່າຈະຢູ່ທີ່ໃດໆໃນໂລກ ວັນນະສອນ ຂໍຖືຕາງໜ້າໃຫ້ແທນ
ລູກໆໝົດທຸກໆຄົນ ສົ່ງຄວາມສຸກ ສົ່ງຄວາມຮູ້ສຶກທີ່ດີ ຄວາມຮັກ ຄວາມກະຕັນຍູກະຕະເວທີ ມອບແດ່ ບັນດາພໍ່ ທີ່ຄອຍເອົາໃຈໃສ່ດູແລ ລຽງລູກໃຫ້ເຕີບໃຫຍ່ເປັນທີ່ໜ້າຮັກ ແລະຊື່ນຊົມ
ຂອງຜູ້ຄົນທີ່ໄດ້ພົບເຫັນ ຂໍວິ້ງວອນພຣະສຣີລັດຕະນະໄຕ ຈົ່ງປົກປັກຮັກສາ ແລະຄຸ້ມຄອງ
ໃຫ້ບັນດາພໍ່ ຈົ່ງມີອາຍຸໝັ້ນຂັວນຍືນ ຄຽງຄູ່ກັບພວກລູກໆຕະຫຼອດໄປ ຕາບນານເທົ່ານານ ແລະຂໍອໍາລາທ່ານດ້ວຍເພງຂອງ ໃນບົດເພງ "ເພງນີ້ ເພງເຈົ້າ."
ພົບກັນໃໝ່ໃນສັບປະດາໜ້າ ນອນຫຼັບຝັນຫວານ