ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

Keith Urban - A Song For Dad (Karaoke)


NASA astronaut Scott Kelly took a series of seventeen photographs from the International Space Station during a single flyover of Australia on Oct. 12-13, 2015. This first photo of the series was posted with the caption, "#EarthArt in one pass the #Australian continent.
NASA astronaut Scott Kelly took a series of seventeen photographs from the International Space Station during a single flyover of Australia on Oct. 12-13, 2015. This first photo of the series was posted with the caption, "#EarthArt in one pass the #Australian continent.
ລິງໂດຍກົງ


ສະບາຍດີແຟນລາຍການ​ທຸກຖ້ວນ​ໜ້າ​ ມາບິດ​ດຽວ​ກໍ​ຢ່າງ​ເຂົ້າ​ເດືອນ​ມິຖຸນາ-ກາງ​ປີແລ້ວ
ວັນນະສອນຫວັງ​ວ່າ​ຄົງ​ເປັນ​ເຄິ່ງ​ປີ​ທີ່​ປະສົບ​ຜົນ​ສຳ​ເລັດ ແລະທີ່ສຳຄັນໄປກວ່ານັ້ນ ກໍຄື
ການທີ່ມີສຸກຂະພາບແຂງແຮງ ມີຄວາມສຸກຍິ່ງໆຂຶ້ນໄປ ​ແລະ​ຂໍໃຫ້​ອີກເຄິ່ງປີຂ້າງໜ້ານີ້
ກໍ​ຍິ່ງສົມ​ຫວັງພອກ​ພູນ ສົມ​ປະສົງ​ທຸກ​ປະການ.​ ​ທາງ​ສະຫະລັດ​ຫາກໍ​ສະຫຼອງ​ວັນ​ແມ່ ​
ໄປ​ເມື່ອ​ບໍ່​ດົນ​ມາ​ນີ້​ເອງ ​ແລະຄໍ່າ​ຄືນ​ນີ້​ເປັນວັນ​ສະ​ເຫຼີມສະຫຼອງ​ວັນ​ພໍ່​ ຢູ່ໃນ​ສະຫະລັດ ວັນນະ​ສອນ​ຈຶ່ງຂໍຈັດ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ​ມອບໃຫ້ບັນດາພໍ່ທັງຫຼາຍ ໃນບົດ​ເພງ
“A Song For Dad,” ທີ່ມີ​ທັງ​ເນື້ອ​ຮ້ອງ​ແລະ​ທໍານອງ​ໜ້າ​ຟັງ​ ​ແລະ​ມີ​ຄວາມ​ໝາຍ ຊຶ່ງ​ຂັບ​ຮ້ອງ​ໂດຍ​ນັກ​ຮ້ອງ​ໜຸ່ມອອ​ສ​ເຕຣ​ເລຍ Keith Urban ​ເປັນແນວ​ເພງ country rock…​ຂໍເຊີນໄປ​ຟັງເພງ​ມ່ວນໆ​ນຳກັນເລີຍ​.

​ເພງທີ່​ມີ​ຄວາມ​ໝາຍ​ດີ​ໆ​ທີ່ກ່ຽວຂ້ອງ​ກັບ​ພໍ່​ນັ້ນ​ ແມ່ນມີ​ຫຼາກ​ຫຼາຍ ທັງ​ພາສາ​ອັງກິດ​ແລະ​ພາສາລາວ ວັນນະ​ສອນ​ຂໍ​ມອບເພງທີ່​ມີ​ຄວາມ​ໝາຍ ​ກ່ຽວກັບ​ພໍ່​ອີກ​ຕື່ມ​ເພງ​ນຶ່ງ​ ຊື່ເພງ ພໍ່​ທີ່ອາຈານ ຄຳ​ຫຼ້າ ໜໍ່​ແກ້ວ​ ປະພັນ ​ທີ່ສະທ້ອນ​ໃຫ້​ເຫັນ​ເຖິງ​ຄຸນງາມຄວາມດີຂອງ
ບົດບາດແລະ​ໜ້າ​ທີ່​ຂອງ​ບິດາ​ທັງ​ໂລກ ຊຶ່ງ​ບຸນຄຸນ​ລົ້ນ​ເກົ້າ​ເຫຼືອແຜ່ນດິນຂອງ​ພໍ່​ນີ້ ພວກ​ລູກໆ​ຄົງ​ອາດ​ທົດ​ແທນ ບໍ່​ໝົດ​ບໍ່​ສິ້ນ ​ນອກຈາກ​ຈະ​ເຮັດ​ໃຫ້​ທ່ານ​ມີສຸຂະພາບແຂງແຮງ
ແລະມີ​ຄວາມ​ສຸກ​ກາຍ​ສະ​ບາຍ​ໃຈ​ ໃນ​ຊ່ວງ​ທີ່​ເພິ່ນ​ຍັງ​ມີ​ຊີວິດ​ຢູ່ ຊຶ່ງເພ​ງ ພໍ່ ນີ້​ ຂັບຮ້ອງ
​ໂດຍ​ສິນລະປິນ ຕຸກ​ຕາ ພູ​ມິວົງ ຈາກ​ລັດ Tennesse

ວັນນະ​ສອນ ຂໍກ່າວ​ອວຍພອນ​ໃຫ້ບັນດາ​ພໍ່​ທັງຫຼາຍ ຈົ່ງ​ມີຄ​ວາ​ມສຸກ​ກາຍ​ສະບາຍ​ໃຈ
​ແລະ​ຄອຍ​ເປັນ​ຮົ່ມ​ໂພ​ຮົ່ມ​ໄຊ​ໃຫ້​ພວກ​ລູກ​ຫຼານຕໍ່ໆ​ໄປ ​ແລະ​ຂໍ​ຝາກ​ເພງ​ນີ້ ​ປິດ​ທ້າຍລາຍ
ການ ​ທີ່​ມີ​ຄວາມ​ໝາ​ຍອີ​ກຕື່ມ​ເພງ​ນຶ່ງ ມອບພິ​ເສດສຸດ ຈັດໃຫ້ຕາມ​ຄຳຂໍ​ຂອງທ່ານ ນວນ​ຕາ ​ແກ້ວມະນີ ຜູ້​ຟັງທີ່​ຄອຍ​ຕິດຕາມ​ລາຍການສຽງເພງຈາກແດນໄກ​ຂອງ VOA ມາ ຕະຫຼອດ ເຖິງແມ່ນວ່າບໍ່ໄດ້ຂຽນ email ເຂົ້າມາຫາເລື້ອຍໆກໍຕາມ ແຕ່ກໍບໍ່ໄດ້ໝາຍ
ຄວາມວ່າ ທ່ານນວນ​ຕາ ​ ບໍ່ໄດ້ຕິດຕາມຮັບຟັງ ຂໍຖືໂອກາດນີ້ຈັດເພງ“ປູ່​ຈັນ” ທີ່ປະພັນ
ໂດຍອາຈານ ຄຳ​ພູ ​ທະວີ​ວັນ ແລະຂັບຮ້ອງໂດຍ ບຸນຄໍ້າ ສິດທິເດດ. ຂໍໃຫ້ມີຄວາມສຸກ
ກັບວັນພໍ່ ໝົດທຸກຜູ້ທຸກຄົນ - Happy Father’s Day.
XS
SM
MD
LG