ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

On The Floor - Jenifer Lopez ຮ້ອງປະສານກັບ Pitbull


Jennifer Lopez
Jennifer Lopez

ສະບາຍດີທຸກໆທ່ານແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກ
ຂອງວີໂອເອ ຊຶ່ງທາງເຮົາ ກໍຄ່ອຍທະຍອຍນຳສະເໜີຜົນງານເພງສາກົນມາຝາກທ່ານ
ຜູ້ຟັງ...ຫຼາຍເດືອນແລ້ວທີ່ທ່ານຜູ້ຟັງບໍ່ໄດ້ເຫັນຂຽນຂໍ້ຄວາມເຂົ້າມາຫາທາງພວກເຮົາເລີຍ ຄິດຮອດຢູ່ເດີ...ຫວ່າງມໍ່ໆມານີ້ ກໍໄດ້ມີທ່ານຜູ້ຟັງຂຽນເຂົ້າມາວ່າ ດີແລ້ວທີ່ທາງພວກເຮົາ
ເປີດເພງສາກົນ ເພາະວ່າເພງລາວ ຜູ້ຟັງທີ່ຢູ່ທາງສປປ ລາວນັ້ນ ແມ່ນມີຫຼາຍແລ້ວ
ແລະຫາຟັງໄດ້ສະດວກກວ່າ. ຢາກຂໍບອກວ່າລາຍການສຽງເພງ ຈາກແດນໄກຂອງ
ວີໂອເອ ຕົ້ນຕໍນັ້ນ ແມ່ນເພື່ອສັນຫາເພງລາວ ທີ່ຫາຟັງກັນໄດ້ຍາກນັ້ນ ມາຝາກທ່ານຜູ້ຟັງ
ໄດ້ຮັບຟັງກັນ ແລະທາງເຮົາ ຍັງຈັດຫາເພງສາກົນ ອາເມຣິກັນ ທີ່ຍອດຮິດຕິດອັນດັບ
ທັງຫຼາຍ ທັງປວງມາຝາກທ່ານຜູ້ຟັງ. ຢາກຟັງເພງຫຍັງ ກໍຂໍໃຫ້ຂຽນເຂົ້າມາຫາທາງພວກ
ເຮົາ ເພື່ອວ່າເຮົາຈະໄດ້ຈັດໃຫ້ຖືກໃຈ. ຂໍເລີ່ມຕົ້ນດ້ວຍການດ້ວຍການເປີດເພງ classic ແນວຫວານໆ ກ່ອນ...ເພື່ອສ້າງບັນຍາກາດ ເອົາໄປຟັງເພງ “At Last” ທີ່ຂັບຮ້ອງໂດຍ
Etta James ຖ້າຢາກໃຫ້ເຂົ້າກັບບັນຍາກາດແທ້ ກໍຂໍໃຫ້ອອກມາເຕັ້ນ slow ໃນເພງນີ້
ແບບວ່າຟັງໄປເຕັ້ນລຳໄປ ໜ້າຈະດີກວ່າ.
At Last - Etta James

ນອກຈາກເພງຫວານແລ້ວ ເຮົາມາຕໍ່ກັນກັບເພງເຕັ້ນໃຫ້ມັນຄຶກຄື້ນໄປເລີຍ...
ວັນນະສອນວ່າ ພໍໄດ້ຮັບຟັງເພງນີ້ແລ້ວ ຢູ່ນິ້ງໆ ເສີຍໆ ຄົງ ບໍ່ໄດ້ແລ້ວລະ ເອົາ ອອກມາ
ເຕັ້ນເລີຍ ໃນບົດເພງ “On The Floor”ຂອງ Jennifer Lopez ທີ່ຮ້ອງຮ່ວມກັບ Pitbull.

On The Floor - Jenifer Lopez ft. Pitbull

ຂໍໃຫ້ທ່ານຜູ້ຟັງຫລັບເຄີ້ມໄປກັບເພງຫວານໆນີ້ “I’d Love You to Want Me”
ຂອງLobo ເພື່ອປິດທ້າຍລາຍການດ້ວຍເພງອະມະຕະຍອດນິຍົມຕຫຼອດການ
ຂໍໃຫ້ທຸກໆທ່ານນອນຫລັບຝັນຫວານ.

I’d Love You to Want Me by Lobo

XS
SM
MD
LG