ໃນຄ່ຳຄືນວັນອາທິດມື້ນີ້ ທາງລາຍການສຽງເພງຈາກແດນໄກຂອງວີໂອເອ ຈະພາ
ທ່ານຜູ້ຟັງ ຢ້ອນກັບໄປຟັງເພງດັງໃນ ຊ່ວງ 1970-1980 ພຸ້ນ...ຂໍໃຫ້ມ່ວນໆກັບເພງ
ທີ່ວັນນະສອນຈັດໃຫ້ ດັ່ງຕໍ່ໄປນີ້.
ສບາຍດີທ່ານແຟນເພງທັງຫຼາຍ ແລະກໍຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການສຽງເພງ
ຈາກແດນໄກຂອງວີໂອເອ. ກັບມາຟັງເພງໃນຊ່ວງຊຸມປີ 1970 ຫາ 1980 ກັນກ່ອນ
ເພາະວັນນະສອນຄິດວ່າ ຫຼາຍໆ ທ່ານທີ່ເຕີບໂຕມາກັບເພງ ໃນຊ່ວງນີ້ ຄົງຈະຕິດ
ຮອດແລະຢາກຫວນເຖິງຄວາມເກົ່າຄວາມຫຼັງ. ເອົາມາຟັງເພງ Always ຂອງກຸ່ມ
Atlantic ຊຶ່ງວັນນະສອນວ່າ ເພງນີ້ ທ່ານຜູ້ຟັງຄົງພໍໃຈຫຼາຍ.
ສ່ວນສິນລະປິນ Diana Ross ທີ່ຮ້ອງເພງ The Boss ນີ້ ກໍເປັນທີ່ຊາບກັນແລ້ວວ່າ
ເປັນສິນລະປິນລຸ້ນໃຫຍ່ ທີ່ຢູ່ໃນວົງການເພງອາເມຣິກັນມາເນີນນານ ແລະຫວັງວ່າ
ເພງ The Boss ນີ້ ກໍຄົງພາໃຫ້ ທ່ານຜູ້ຟັງຫາຍຄິດເຖິງ Diana Ross ໄປອີກນານ.
ເຊີນໄປຮັບຟັງພ້ອມໆກັນເລີຍ.
ຂໍປິດທ້າຍດ້ວຍເພງເຢັນໆ ທີ່ແສນຈະໂຣແມນຕິກຂອງ Lionel Richie ໃນບົດເພງ
Easy Like Sunday Morning ຂໍໃຫ້ທຸກໆທ່ານນອນຫຼັບຝັນຫວານ ແລະພົບກັນໃໝ່
ໃນສັບປະດາໜ້າ.