ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ແດງ​ ຈໍາ​ພອນ - ສາວສະຫວັນຄອຍ​ຮັກ​


​ແດງ ຈໍາ​ພອນ
​ແດງ ຈໍາ​ພອນ
ສະບາຍດີ​ ​ແລະ​ຍິນ​ດີ​ຕ້ອນຮັບ​ທ່ານ​ຜູ້​ຟັງ​ເຂົ້າ​ສູ່​ລາຍການສຽງ
​ເພງ​ຈາກ​ແດນ​ໄກຂອງ VOA ​ເພງ​ ສາວສະຫວັນຄອຍ​ຮັກ
ຂອງ​ແດງ​ຈໍາ​ພອນ ນີ້​ຂໍ​ຈັດ​ມອບໃຫ້ທ່ານ​ສົມ​ທອງ ຜູ້​ຟັງ​ທີ່​ຂຽນ
​ເຂົ້າ​ມາ ​ແລະ​ບອກ​ກັບ VOA ​ແມ່ນ​ວິ​ທະ​ຍຸ​ກະຈາຍສຽງ​ທີ່​ມັກຟັງ
​ຫຼາຍ​ທີ່​ສຸດ ຊຶ່ງ​ບອກ​ມາ​ອີກ​ວ່າ ມັກ​ຕິດຕາມ​ທາງ​ອິນ​ເຕີ​ເນ໊ຕຫຼາຍ
​ກວ່າ ​ເນື່ອງ​ຈາກ​ວ່າ​ຟັງ​ທາງ​ວິທະຍຸຄື້ນ am ມັກມີສຽງ​ລົບ​ກວນ
ເອົາ..​ກໍ​ຂໍ​ໃຫ້​ໝັ່ນ​ຂຽນ​ເຂົ້າ​ມາ​ຫາ​ທາງ​ເຮົາ​ອີກ ​ເພື່ອ​ວ່າ​ຈະ​ໄດ້ຈັດ
​ເພງ​ໃຫ້​ຖືກ​ໃຈ.




ປະຈຸ​ບັນ​ນີ້ ກໍ​ໄດ້​ມີນັກ​ຮ້ອງ​ຮຸ້ນ​ໃໝ່ແຈ້ງ​ເກີດ​ຫຼາຍຄົນ ຊຶ່ງ​ວັນນະ​ສອນຈຶ່ງ​ຂໍສະໜັບສະໜູນ
​ສິນລະປິນ​ລາວ​ໃນ​ຕ່າງ​ແດນ ຊຶ່ງ​ເພງນີ້​ເປັນ​ຂອງ Sacky ສິນລະປິນ​ລາວ-ອາ​ເມຣິກັນ
ຈາກ​ລັດ California ​ໃນ​ບົດ​ເພງ Forever. ຂໍມອບ​ໃຫ້​ຄົນ​ລາວທຸກໆຄົນ ຂໍ​ໃຫ້ພາກັນ
ສົ່ງ​ເສີມ​ແລະ​ຮັກສາພາສາ​ລາວໄວ້ ​ໂດຍ​ການ​ຟັງ​ເພງ​ລາວ.



ສ່ວ​ນ​ເພງ​ສຸດ​ທ້າຍ​ນີ້ ຂໍ​ເອົາ​ໃຈ​ຊ່ອຍ ບັນດາສາວ​ລາວ​ທີ່​ກໍາລັງ​ຕຽມ​ຕົວ​ເຂົ້າ​ປະ​ກວດ​ນາງ​
ສາວ​ລາວ ປີ 201​3 ທີ່​ຈະ​ມາ​ເຖິງ​ນີ້​ ຊຶ່ງ​ເພງ​ນີ້​ແມ່ນຜົນງານຂອງ​ສິນລະປິນ​ຄົນ​ເກັ່ງ Tar
ທີ່​ໄດ້​ແຕ່​ເພງ​ນີ້​ໃຫ້​ແກ່​ແມ່ຍິງ​ລາວ ທຸກໆຄົນ ຊຶ່ງ​ເພງ​ນີ້​ໄດ້​ອະທິບາຍ​ເຖິງ​ຄວາມ​ງາມ ຄວາມ​
ສະ​ງົບ​ສະງ່ຽ​ມ​ໃນ​ທຸກໆ​ບົດບາດຂອງສາວ​ລາວໄວ້​ເປັນ​ຢ່າງ​ດີ ວັນນະ​ສອນ​ຂໍບອກອີກຄັ້ງ
​ວ່າ ພູມ​ໃຈ​ທີ່​ໄດ້​ເກີດ​ມາ​ເປັນ​ສາວ​ລາວ ​ແລະ​ວ່າ ຄົນ​ລາວ​ທຸກໆ​ຄົນ ຄົງ​ຈະ​ມີຄວາມ​ຮູ້ສຶກ
​ແບບ​ນີ້​ເຊັ່ນ​ກັນ ​ເອົາ​ຂໍ​ລາ​ທ່ານ​ດ້ວຍ​ເພງ​ນີ້ ຍອດ​ຍິງ​ຄົນ​ລາວ.

XS
SM
MD
LG