ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແດງ ຈໍາພອນ ທັດຕາມະນີວົງ: ຝາກເພງແທນໃຈ


ແດງ ຈໍພອນ
ແດງ ຈໍພອນ
ສະບາຍດີທຸກໆທ່ານ ດັ່ງທີ່ອ້າຍກິ່ງສະຫວັນ ບອກກັບທ່ານຜູ້ຟັງ
ໄປແລ້ວວ່າ ວັນນະສອນ ຈະມາຈັດເພງໃຫ້ຕາມຄໍາຂໍ ເພງກຸຫຼາບ
ປາກຊັນ ຂອງກົງລາ ວົງສໍາພັນ ສິນລະປິນ ຄຸນນະພາບຈາກ
ສປປລາວ ນີ້ ຂໍຈັດໃຫ້ ມາໄລທິບ ລາສຸກັນ ທີ່ຂຽນເຂົ້າມາຂໍຟັງ
ພ້ອມກັບວ່າ ເພງສະຫວັນອດນຮັກນັ້ນ ທາງງເຮົາຫາກໍເປີດໄປ
ເມື່ອບໍ່ດົນມານີ້ຈຶ່ງຂໍມອບເພງ ກຸຫຼາບປາກຊັນໃຫ້ຟັງພ້ອມກັບ
ມິດຮັກແຟນເພງລາຍການທຸກໆທ່ານ

ເພງ: “ກຸຫຼາບປາກຊັນ” ໂດຍ ກົງລາ ວົງສໍາພັນ

ຈັງໃດກໍຟັງເພງ ກ່ຽວກັບປາກຊັນໄປແລ້ວ ວັນນະສອນວ່າ
ຂໍສະເໜີເພງ “ກ້ຽວສາວປາກຊັນ” ທີ່ສອງເອື້ອຍນ້ອງ ລັດສະໝີ
ແລະສີວິໄລ ພູດິນດົງ ຂັບຮ້ອງ ຊຶ່ງບັນລະຍາຍຂອງຄວາມສວຍ
ງາມຂອງສາວປາກຊັນເປັນຢ່າງດີ ຂໍມອບໃຫ້ແກ່ທ່ານຜູ້ຟັງຊາວປາກຊັນ ແຂວງບໍລິຄໍາໄຊ
ທັງໝົດເລີຍ.

ເພງ: “ກ້ຽວສາວປາກຊັນ” ໂດຍ ລັດສະໝີ ແລະສີວິໄລ ພູດິນດົງ

ສຸດທ້າຍນີ້ ຂໍມອບເພງເພື່ອເປັນກໍາລັງໃຈໃຫ້ແຟນລາຍການໄດ້ມີສຸກຂະພາບເຂັ້ມແຂງແລະ
ຈະເລີນງອກງາມໄພບູນ ທຸກປະການດ້ວຍເພງຂອງແດງ ຈໍາພອນ ທັດຕາມະນີວົງ
ສິນລະປິນລາວ ສຽງດີ ສຽງໃສ ຈາກ ອ໊ອສເຕຣເລຍ ໃນບົດເພງ “ຝາກເພງແທນໃຈ”
ແລະຄັ້ງໜ້າເຮົາຈະນໍາສະເໜີເງຂອງຜູ້ກ່ຽວໃຫ້ທ່ານຜູ້ຟັງໄດ້ຮັບຟັງອີກ.

ເພງ: “ຝາກເພງແທນໃຈ” ໂດຍ ແດງ ຈໍາພອນ ທັດຕາມະນີວົງ
XS
SM
MD
LG