ໃນຄ່ຳຄືນນີ້ທາງລາຍການສຽງເພງຈາກແດນໄກຂອງ VOA ຈະມາກ່ອມທ່ານຜູ້ຟັງ
ດ້ວຍເພງອາເມຣິກັນລູກທົ່ງມ່ວນໆ ໄປເຂົ້າໄປຮັບຟັງພ້ອມໆກັນເລີຍ.
ສະບາຍດີທຸກໆທ່ານ ກັບມາຟັງເພງມ່ວນໆກັບວັນນະສອນອີກໃນລາຍການສຽງເພງ
ຈາກແດນໄກຂອງ VOA ເຊັ່ນເຄີຍ ໃນທຸກໆຄໍ່າຄືນວັນອາທິດ ຟັງເພງແຈັສ ໄປແລ້ວ
ໃນສັບປະດາແລ້ວ ຄັ້ງນີ້ ມາຟັງເພງອາເມຣິກັນ ລູກທົ່ງກັນ ເພງທຳອິດນີ້ ແມ່ນເພງ
Night Train ທີ່ຂັບຮ້ອງໂດຍ Jason Aldean ທີ່ມີຄວາມໝາຍວ່າ ຂະບວນລົດໄຟ
ຍາມຄ່ຳຄືນ…ຊຶ່ງຈະມີເຮົາສອງຄົນ ທີ່ເດີນທາງໄປດ້ວຍກັນ ມີທີຄວາມສຸກອັນແສນ
ຫວານ. ເອົາຂໍໄປພິສູດດ້ວຍຕົວທ່ານເອງວ່າ ຈະມ່ວນດັ່ງຄຳກ່າວໄວ້ ຫຼືບໍ່?
ສ່ວນເພງຕໍ່ໄປນີ້ Lettin' The Night Roll ຂອງ Justin Moore ກໍເຊັ່ນກັນແບບວ່າ
ປ່ອຍໃຫ້ຄ່ຳຄືນນີ້ ດຳເນີນໄປ ໃຫ້ເປັນຄ່ຳຄືນຂອງເຮົາ ທີ່ຈະຂັບລົດໄປທຸກແຫ່ງຫົນ
ທີ່ຢາກໄປ ເອົາ ຖ້າທ່ານຜູ້ຟັງ ມັກເພງໃດ ແລະເພງປະເພດໃດ ກໍຂໍໃຫ້ຂຽນເຂົ້າມາຫາ
ທາງເຮົາດ້ວຍ.
ຂໍອໍາລາທ່ານຜູ້ຟັງໄປດ້ວຍເພງຂອງກຸ່ມສິນລະປິນ Lady Antebellum ທີ່ຮ້ອງເພງ
Bartender ໄດ້ໜ້າຮັກໜ້າຟັງ. ຂໍໃຫ້ນອນຫລັບຝັນດີ ແລະພົບກັນໃໝ່ ໃນສັບປະດາ
ໜ້າ.