ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ເພງ Cold Water ຂັບ​ຮ້ອງ​ໂດຍ Major Lazer ​ທີ່​ຮ້ອງ​​ປະ​ສານ​ສຽງກັບ Justin Bieber ແລະ Mo​


Justin Bieber ສະ​ແດງໃນ​ປະ​ເທດ​ອັງ​ກິດ
Justin Bieber ສະ​ແດງໃນ​ປະ​ເທດ​ອັງ​ກິດ

ຄ່ຳ​ຄື​ນນີ້ ທ່ານ​ຈະ​ໄດ້​ຮັບ​ຟັງ​ເພງ​ສາ​ກົນ​ທີ່​ມ່ວນໆ ທີ່​ວັນ​ນະ​ສອນ​ໄດ້​ກະ​ກຽມ​ໄວ້ ມາ​ສະ​ເໜີ
​ທ່ານ​ໃນລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກຂອງວີ​ໂອ​ເອ​. ຂໍ​ເຊີນຮັບ​ຟັງ​ໄດ້ນະ​ບັດ​ນີ້.

ສບາຍດີ ແລະ​ຍິນ​ດີ​ຕ້ອນ​ຮັບ​ທ່ານ​ຜູ້​ຟັງ ເຂົ້າ​ສູ່​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ​ຂອງ
ວີ​ໂອ​ເອ ​ໃນ​ຄໍ່າ​ຄືນວັນ​ອາ​ທິດ​ມື້​ນີ້ ວັນນະ​ສອນກັບ​ມາ​ແລ້ວ ກັບ​ມາ​ຈັດ​ເພງ​ມ່ວນໆ
ຫຼັງ​ຈາກ​ທີ່​ຫ່າງ​ຫາຍ​ໄປ​ນານສອງນານ ຂໍ​ເລີ້ມ​ດ້ວຍ​ເພງ​ຂອງ Major Lazer ​ທີ່​ຮ້ອງ​ຄູ່ກັບ
Justin Bieber ແລະ Mo ໃນ​ບົດ​ເພງ Cold Water ທີ່​ແປ​ວ່າ ນ້ຳ​ເຢັນ ເອົາ​ຂໍ​ເຊີນ
ໄປ​ຟັງ​ພ້ອມໆ​ກັນ​ເລີຍ.

ຕ້ອງ​ຂໍ​ຂອບ​ໃຈ​ແຟນ​ລາຍ​ການ​ວິ​ທະ​ຍຸ​ວີ​ໂອ​ເອ​ທຸກໆ​ທ່ານ ໂດຍ​ສະ​ເພາະ​ທ່ານ​ຜູ້​ຟັງ
ທີ່​ບັງ​ເອີນ​ໄດ້​ພົບ​ພໍ້​ກັນ ໃນ​ປະ​ເທດ​ລາວ ​ຊຶ່ງກໍຫຼາຍໆ​ຄົນ ທີ່​ເຂົ້າ​ມາ​ທັກ​ທາຍ​ກັນ ວັນ​ນະ
​ສອນ ດີ​ໃຈທີ່​ໄດ້​ພົບ​ພໍ້ ທີ່​ສະ​ໜາມ​ບິນ​ອຸດົມ​ໄຊ ແມ່ນ​ນ້ອງສົມ​ຫວັງ ທີ່ບອກ​ມາ​ວ່າ​ຟັງ
ວີ​ໂອ​ເອກັບ​ພໍ່ ຕັ້ງ​ແຕ່​ອາ​ຍຸ 15 ປີ ຈົນ​ຮອດ​ປັດ​ຈຸ​ບັນ​ນີ້ ກໍ​ມີ​ອາ​ຍຸ​ຮອດ 26 ປີ ແລ້ວ ​
ເອື້ອຍ​ວັນ​ນະ​ສອນດີ​ໃຈ​ຫຼາຍໆທີ່​ວີ​ໂອ​ເອ ໄດ້​ເປັນ​ສ່ວນ​ນຶ່ງ​ໃນ​ການ​ໃຫ້​ສາ​ລະ​ແລະ​
ບັນ​ເທີງ​ແກ່​ນ້ອງ​ແລະ​ຄອບ​ຄົວມາ​ເປັນເວ​ລາ​ເນີນ​ນານ ແລະ​ກໍ​ຂໍ​ໃຫ້​ຟັງ​ວີ​ໂອ​ເອ​ຕໍ່ໆ​ໄປ.
ເອື້ອຍ​ຂໍ​ມອບ​ເພງມ່ວນໆ ແລະມີ​ຄວາມ​ໝາຍດີໆ ມອບແທນ​ຄຳ​ຂອບ​ໃຈແກ່​ນ້ອງ​
ແລະ​ຄອບ​ຄົວ ທີ່​ວ່າ​ເປັນ​ແຟນ​ວີ​ໂອ​ເອ​ຢ່າງ​ໜຽວ​ແໜ້ນ ໃຫ້ນ້ອງ​ໄປ​ຊອກ​ເອົາ​ຮູບ​ໃນ​ໜ້າ
ເຟ​ສ​ບຸກ​ຂອງ​ເອື້ອຍ​ເດີ ຕອນ​ທີ່​ຖ່າຍ​ໄວ້​ກັບ​ຄອບ​ຄົບ​ຂອງ​ນ້ອງນັ້ນ ​ໃຫ້​ເກັບ​ໄວ້​ເປັນ​
ທີ່​ລະ​ລຶກ ເອົາ​ໄປ​ຟັງ​ເພງ​ຂອງ Adele ພ້ອມໆ​ກັນ​ເລີຍໃນ​ບົດ​ເພງ When We
Were Young
ທີ່​ແປ​ເປັນ​ພາ​ສາ​ລາວ ກໍ​ແມ່ນ​ວ່າ ຕອນ​ພວກ​ເຮົາ​ຍັງ​ນ້ອຍ.

ຜູ້​ຟັງ​ອີກ​ທ່ານ​ນຶ່ງ ທີ່​ໄດ້​ພົບ​ພໍ້​ກັນ ທີ່​ສ​ປ​ປ​ລາວ ກໍ​ແມ່ນ​ທ່ານ​ສະດາ​ຄົມ ຣາ​ດ​ສະ​ບຸດ
ທີ່​ຈຳ​ວັນ​ນ​ະ​ສອນ​ໄດ້​ ທີ່​ແກ້ງເຂົ້າ​ມາ​ຂໍ​ຖ່າຍ​ຮູບ ເພາະ​ບໍ່​ຄິດ​ບໍ່​ຝັນ​ວ່າ​ຈະ​ໄດ້​ພໍ້​ກັນ​ທີ່​ລາວ
ຢາກບອກ​ທ່ານ​ສະ​ດາ​ຄົມ ວ່າ ຂອບ​ໃຈ​ຫຼາຍໆທີ່​ຈື່​ຈຳ​ກັນ​ໄດ້ ຂອບ​ໃຈທີ່ຄອຍ​ເປັນ
ກຳ​ລັງໃຈ​ແລະ​ເປັນແຫ່ງ​ຂ່າວໃຫ້ຂໍ້​ມູນກ່ຽວ​ກັບ​ປະ​ຊາ​ຄົມ​ລາວ​ໃນ​ອອສ​ເຕ​ຣ​ເລຍ​ມາ
​ໂດຍ​ຕະ​ຫຼອດຈຶ່ງຂໍມອບເພງ Perfect ທີ່​ຮ້ອງ​ໂດຍ Ed Sheeran ກັບ Beyonce.
ຫວັງ​ວ່າ​ທ່ານ​ສະ​ດາ​ຄົມຄົງ​ຈະ​ຍັງ​ສືບ​ຕໍ່​ພາ​ລະ​ໜ້າ​ທີ່​ສົ່ງ​ຂໍ້​ມູນ​ໃຫ້​ວີ​ໂອ​ເອ​ແລະ​ຟັງ​ລາຍ
​ການ​ເຮົາ​ຕະ​ຫຼອດ​ໄປ. ຂໍ​ໃຫ້​ທຸກ​ໆ​ທ່ານນອນ​ຫຼັບ​ຝັນ​ຫວານ ແລະພົບ​ກັນ​ໃໝ່​ໃນ​ສັບປະດາໜ້າ.

XS
SM
MD
LG