ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Lady Antebellum ​- Silent Night


ຕົ້ນຄຣິສມັສ
ຕົ້ນຄຣິສມັສ



ສະບາ​ຍດີ​ທ່ານ​ແຟນ​ເພງ​ທີ່​ໜ້າ​ຮັກທັງຫຼາຍ ວັນນະ​ສອນ ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ​ເພື່ອ​ສະ​ຫຼອງບຸນ​ຄຣິສມາສຮ່ວມ​ກັນ​ ດັ່ງ​ທີ່​ທຸກໆຄົນ​ໄດ້​ຊາບ​ກັນ​ນັ້ນ​ລະ ​ເທດສະການ​ບຸນ​ຄຣິສມາສ
ນີ້ ​ເປັນ​ເທດສະການ​ຂອງ​ການສົ່ງ​ຄວາມສຸກ ມອບຄວາມ​ຮັກ, ຄວາມອົບ​ອຸ່ນໃຫ້​ກັນ​ແລະ​ກັນ ​ເພາະສະ​ນັ້ນ ​ວັນນະ​ສອນ​ ຈຶ່ງຂໍຈັດ​ເພງ​ຄຣິສມາສ ທີ່​ມ່ວນໆນີ້ ​ມອບຄືນໃຫ້ແກ່​ທ່ານ​ຜູ້​ຟັງທີ່​ຄອຍຕິດຕາມ​ຮັບ​ຟັງ ​ແລະ​ເປັນ​ກໍາລັງ​ໃຈ​ ຕະຫຼອດ​ມາ​ ຢ່າງ​ສະເໝີ​ຕົ້ນ​ສະ​ເໝີປາຍ ວັນນະ​ສອນ​ຈຶ່ງ​ຂໍຖື​ໂອກາດ​ນີ້​ຂອບໃຈ​ແລະ ຂໍ​ຈັດເພງ ຂອງກຸ່ມ​ສິນລະປິນ Lady Antebellum
ໃນ​ບົດ​ເພງ​ທີ່​ເຮັດ​ໃຫ້​ຄ່ຳ​ຄືນ​ນີ້​ເປັນ​ຄ່ຳ​ຄືນ​ທີ່​ພິ​ເສດ ​ແລະ ມະຫັດສະ​ຈັນ ດັ່ງ​ຊື່​ຂອງ​ເພງ​ນີ້
Silent Night (Lord Of My Life).

​ເພງທີ່​ກ່ຽວຂ້ອງ​ກັບເທດສະການ Christmas ນີ້​ແມ່ນ​ມີຫຼາກຫຼາຍ​ໃຫ້​ເລືອ​ກ ​ແຕ່​ແນ່ນອນ​ລະ​ ​ວັນນະ​ສອນ ​ຈະ​ຕ້ອງຄັດ​ເລືອກ​ເອົາ​ແຕ່ເພງ​ທີ່​ມ່ວນ​ສຸດ ປະ​ທັບ​ໃຈສຸດ​ແລະ​ຟັງ​ແລ້ວ​ສະບາຍ​ໃຈ​ສຸດ ມາ​ມອບ​ໃຫ້​ທ່ານ​ຜູ້​ຟັງ ​ແລະ​ນີ້​ກໍ​ເປັນ​ນຶ່ງ​ເພງ​ດັງ​ທີ່​ນິຍົມ​ກັນ​ຫຼາຍ​ທີ່​ສຸດ​ ​
ແລະ​ຫວັງ​ວ່າ​ເພງ Do You Hear What I Hear? ທີ່​ຂັບ​ຮ້ອງ​ໂດຍ Susan Boyle
ໄປ ໄປ​ຟັງ​ນີ້​ພ້ອມ​ໆກັນ​ເລີຍ...

ກ່ອນ​ຈາກ​ກັນ​ໄປ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນ ​ຂໍ​ອວຍພອນໃຫ້ທ່ານຜູ້​ຟັງ​ທີ່ຢູ່​ໃນ​ສາກົນ​ລະ​ໂລກ​ນີ້ ຈົ່ງ​ປະສົບ​ແຕ່​ຄວາມສຸ​ກ, ສົດ​ຊື່ນແລະ​ສົມຫວັງ,ໃນເທດສະການຄຣິສມາສ ດ້ວຍເທີ້ນ ​ແລະ​ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ຂອງ Andy Williams ໃນບົດ​ເພງ It's The
Most Wonderful Time Of The Year. Merry Christmas to you all.​

XS
SM
MD
LG