ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຊີນທ່ານມ່ວນຊື່ນກັບເພງ Where Are You Christmas ທີ່​ຂັບ​ຮ້ອງ​ໂດຍ Faith Hill


 Faith Hill ເປັນຜູ້ປະກາດລາງວັນເທິງເວທີຂອງການ
ສະແດງຄອນເຊີດລູກທົ່ງ ຫຼື ACM: ຊຶ່ງ Tim McGraw's ເປັນນັກຮ້ອງ ໃນເວທີ MGM ທີ່ລາສ ເວກັສ (Las Vegas), 8 ເມສາ 2013.
Faith Hill ເປັນຜູ້ປະກາດລາງວັນເທິງເວທີຂອງການ ສະແດງຄອນເຊີດລູກທົ່ງ ຫຼື ACM: ຊຶ່ງ Tim McGraw's ເປັນນັກຮ້ອງ ໃນເວທີ MGM ທີ່ລາສ ເວກັສ (Las Vegas), 8 ເມສາ 2013.

ໃນລາຍການສຽງເພງຈາກແດນໄກຂອງ VOA ​ໃນ​ຄໍ່າ​ຄືນ ກ່ອນ​ວັນ​ຄຣິສມັສ ຫຼື ບຸນ
ໂນແອລ ນີ້ ວັນນະ​ສອນ ​ມີ​ເພງ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ໝາຍ​ດີໆ ເພື່ອ​ອວຍພອນ
​ໃຫ້​ແກ່​ແຟນໆລາຍການສຽງ​ເພງ​ຈາກ​ແດນ​ໄກໃນເທດສະການ​ດ່ັງກ່າວ ຂໍ​ເຊີນທ່ານ
​ຮັບ​ຟັງ​ໄດ້​ ໃນ​ອັນ​ດັບ​ຕໍ່​ໄປ​.

ສະບາ​ຍດີ​ທ່ານ​ແຟນ​ເພງ​ທີ່​ໜ້າ​ຮັກທັງຫຼາຍ ວັນນະ​ສອນ ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງ​
ເພື່ອ​ສະ​ຫຼອງບຸນ​ຄຣິສມັສຮ່ວມ​ກັນ ​ໃນ​ຄ່ຳ​ຄືນກ່ອນວັນ​ຄຣິສມັສປີ 2017 ມື້​ນີ້
ບໍ່​ຊາບ​ວ່າ​ ທ່ານ​ຕຽ​ມພ້ອມແລ້ວ​ບໍ່ ສຳຫຼັບ​ວັນ​ຄຣິສມາດ​ປີ​ນີ້ ​ເອົາ​ມາ​ຟັງ​ເພງທີ່​ກ່ຽວ
ຂ້ອງ​ກັບເທດສະການ​ສະຫຼອງຄຣິສມັສ ກ່ອນ​ຈະ​ນັບ​ຖອຍຫຼັງລົງໄປ ຈົນ​ເຖິງ​ເວລາ​
ເປີດ​ຂອງຂວັນ​ໃນ​ບົດ​ເພງ Where Are You Christmas ທີ່​ຂັບ​ຮ້ອງ​ໂດຍ
Faith Hill.

ປີ​ນີ້​ໃນ​ນະຄອນຫຼວງ​ວໍ​ຊີງ​ຕັນ ອາກາດກໍ​ໜາວ​ຂຶ້ນ​ເລື້ອຍໆ ​ແລະ​ຫິມະຫາ​ກໍ​ຕົກ
ໃນ​ຫວ່າງ​ບໍ່ດົນ​ມາ​ນີ້ ບໍ່​ຊາບວ່າ​ປີ​ນີ້ ​ເຮົາ​ຈະ​ມີ​ຫິມະ​ຕົກ​ໃນ​ວັນ​ຄຣິສມັສກັນ​ບໍ່ ຖ້າ​ເບິ່ງ
ນຳ​ກັນ​ໄປກ່ອນເໝາະ. ຕໍ່ໄປຂໍ​ມອບ​ເພງຂອງ Michael Bouble ​ເປັນ​ຂອງຂວັນ
​ແດ່​ທຸກໆ​ທ່ານ ​ແລະ​ຂໍ​ໃຫ້​ມ່ວນ​ຊື່ນ ສະໜຸກ​ສະໜາ​ນ ​ໃນ​ຄ່ຳ​ຄືນ​ທີ່​ພິ​ເສດ ທີ່​ສະ​ຫງົບ​
ງຽບ ດັ່ງ​ຊື່​ຂອງ​ເພງ​ນີ້​ເລີຍ...Silent Night.

ດັ່ງ​ທີ່​ທຸກໆຄົນ​ໄດ້​ຊາບ​ກັນ​ນັ້ນ​ລະ ​ເທດສະການ​ບຸນ​ຄຣິສມັສນີ້ ​ເປັນ​ເທດສະການ
​ຂອງ​ການສົ່ງ​ຄວາມສຸກ ມອບຄວາມ​ຮັກ, ຄວາມອົບ​ອຸ່ນໃຫ້​ກັນ​ແລະ​ກັນ ​ເພາະສະ​ນັ້ນ
​ວັນນະ​ສອນ​ ຈຶ່ງຂໍຈັດ​ເພງມ່ວນໆນີ້ ​ມອບຄືນໃຫ້ແກ່​ທ່ານ​ຜູ້​ຟັງທີ່​ຄອຍຕິດຕາມ​
ຮັບ​ຟັງ ​ແລະ​ເປັນ​ກໍາລັງ​ໃຈ​ ຕະຫຼອດ​ມາ​ ຢ່າງ​ສະເໝີ​ຕົ້ນ​ສະ​ເໝີປາຍ ວັນນະ​ສອນ​
ຈຶ່ງ​ຂໍຖື​ໂອກາດ​ນີ້​ຂອບໃຈ​ແລະ ​ຂໍ​ສົ່ງ​ຄວາມສຸກ ມາ​ກັບ​ສຽງ​ເພງຂອງສິນລະປິນ​ຮຸ່ນ
​ອາວຸ​ໂສ ຄໍຣ໊ອກ Rod Stewart ທີ່​ມາ​ຄ່ຳ​ຄວນ​ເພງ Have Yourself A Merry
Little Christmas​ ​ໄດ້​ໜ້າ​ຮັກ​ໜ້າ​ຊັງ ​ນອນ​ຫຼັບ​ໃຫ້​ສະບາຍ​ແລະ​ວ່າ ​ວັນຄຣິສມັສ
ມື້​ອື່ນ​ນີ້ ຈະ​ເປັນ​ວັນ​ທີ່​ສົດ​ໃສ ​ແລະແຮປປີ້ ຕະຫຼອດ​ໄປ.

XS
SM
MD
LG