ສັບປະດານີ້ ລາຍການສຽງເພງຈາກແດນໄກຂອງວີໂອເອ ຈະພາທ່ານຜູ້ຟັງຢ້ອນກັບໄປໃນອະດີດ ຟັງເພງສາກົນເກົ່າໆຂອງຊຸມປີ 1960-70 ພຸ້ນ ແລະວ່າຈະມີເພງມ່ວນໆ ໃດແດ່ນັ້ນ ຂໍເຊີນທ່ານ ເຂົ້າໄປພິສູດພ້ອມໆກັນເລີຍ.
ສະບາຍດີທຸກໆທ່ານ ກັບມາຟັງເພງສາກົນມ່ວນໆກັບວັນນະສອນອີກ ໃນລາຍການ
ສຽງເພງຈາກແດນໄກຂອງ VOA. ເພງ You've Got A Friend ຕໍ່ໄປນີ້ ແມ່ນເພງທີ່
ເຄີຍໂດ່ງດັງມາກ່ອນແລ້ວ ທີ່ຂັບຮ້ອງຕົ້ນສະບັບແມ່ນຂອງ James Taylor ໃນປີ
1971 ຊຶ່ງກໍໄດ້ຮັບລາງວັນແກຣມມີຂອງຊຸດເພງແຫ່ງປີ ຫຼື Album of the Year.
ແຕ່ຄັ້ງນີ້ຈະເປັນສຽງຮ້ອງຂອງສິນລະປິນສາວ Carole King ເອົາຂໍເຊີນໄປຟັງເບິ່ງວ່າ
ສະບັບທີ່ເປັນຂອງຜູ້ຊາຍແລະສຽງຜູ້ຍິງນັ້ນ ຈະມ່ວນແຕກຕ່າງກັນຢ່າງໃດ.
ຢ່າງທີ່ພວກເຮົາຊາບກັນນັ້ນລະ ດົນຕີ ສຽງເພງນັ້ນ ແມ່ນໄຮ້ພົມແດນ ບໍ່ວ່າເປັນ
ເພງລາວ ເພງສາກົນ ຫຼືເພງຂອງປະເທດອື່ນ ກໍຕາມ ເຮົາສາມາດສື່ສານແລະຟັງ
ເຂົ້າເຖິງໃຈ ທັງໆທີ່ບາງເພງຂອງປະເທດອື່ນໆ ເຮົາອາດຈະບໍ່ເຂົ້າໃຈໃນເນື້ອຮ້ອງ
ພາສາ ກໍຕາມ. ແລະເພງຕໍ່ໄປນີ້ ກໍແມ່ນອີກເພງນຶ່ງທີ່ໂດ່ງດັງໃນຊຸມປີ 1970 ພຸ້ນ
ເອົາ ມາຟັງເພງຂອງວົງ Chicago ໃນບົດເພງ If You Leave Me Now. ວັນນະ
ສອນວ່າ ເພງນີ້ ຄົງຈະເຮັດໃຫ້ຜູ້ຟັງຫຼາຍທ່ານ ຢ້ອນຄິດເຖິງອະດີດ ຄັ້ງທີ່ຍັງເປັນໜຸ່ມ
ເປັນສາວ.
ຈັ່ງໃດ ວັນນະສອນ ກໍຫຼິ້ນເພງເກົ່າໆ ເພງດັງໃນອະດີດ ໃຫ້ທ່ານຜູ້ຟັງໄປແລ້ວ ກໍຂໍປິດ
ທ້າຍລາຍການດ້ວຍເພງດັງໃນອະດີດ ອີກຕື່ມເພງນຶ່ງ ເປັນເພງຂອງວົງທີ່ໂດ່ງດັງ
ກ້ອງໂລກມາແລ້ວ... ທີ່ທຸກຄົນຮູ້ຈັກເປັນຢ່າງດີ The Beatles ແລະວ່າເພງ
Yesterday ນີ້ ກໍຄົງຈະເຮັດໃຫ້ຫຼາຍໆທ່ານສາມາດຮ້ອງນຳໄດ້ ເພາະວ່າ ວັນນະ
ສອນ ເຊື່ອວ່າເພງນີ້ ຢູ່ໃນໃຈຂອງທ່ານສະເໝີ. ຂໍໃຫ້ທ່ານຜູ້ຟັງຈົ່ງນອນຫລັບຝັນດີ ແລະພົບກັນໃໝ່ ໃນສັບປະດາໜ້າ.