ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈັນ​ດາຣາ ຊນະ​ນິກອນ ​- Waiting For You


ເພງຊຸດຫຼ້າສຸດຂອງຈັນດາຣາ
ເພງຊຸດຫຼ້າສຸດຂອງຈັນດາຣາ


ນັ້ນ​ແມ່ນສຽງ​ຫວານໆ​ຂອງ​ຈັນ​ດາຣາ ຊນະ​ນິກອນ ​ໃນ​ບົດ​ເພງ “Waiting For You”
ເປັນ​ຜົນງານ​ເພງ​ຊຸດໃໝ່​ຫຼ້າ​ສຸດ​ຂອງ​ຜູ້ກ່ຽວ ຊຶ່ງວັນນະ​ສອນ​ຫວັງ​ວ່າຫຼາຍໆ​ທ່ານ​ຄົງ
ໄດ້ຮັບ​ຟັງ​ບົດ​ສໍາພາດ​ແລະ​ເພງ​ຂອງ​ຈັນ​ດາຣາ ​ໄປແດ່​ແລ້ວ ​ໃນ​ລາຍການ​ຊີວິດ​ຊາວ
​ລາວ​ໃນ​ຕ່າງ​ແດນ ຈຶ່ງ​ຂໍ​ມ​ອບ​ເພງ​ນີ້​ໃຫ້​ຟັງ​ຕື່ມ ​ແລະ​ວັນນະ​ສອນ​ວ່າ ທາງ​ທີ່​ດີ ກໍ​ຄົງ​ຕ້ອງ
​ບິນ​ໄປ​ຟັງສຽງ​ສົດໆ​ແບບ​ຕົວ​ຈິງ ສຽງ​ຈິງຂອງ​ຈັນ​ດາຣາ ທີ່​ກຸງ​ປາຣີພຸ້ນ​ລະ ​ແລະ​ຫວັງ​ວ່າ
​ປະ​ຊາ​ຄົມ​ລາວ​ອາ​ເມຣິກັນ ຄົງ​ຈະໄດ້​ມີໂອກາດ​ໄດ້​ຟັງ​ການ​ສະແດງດົນຕີ​ສົດໆຂອງ
​ຈັນ​ດາຣາ​ຢູ່ໃນ​ສະຫະລັດ​ໃນ​ອາ​ນະ​ຄົດ. ​ເພງ​ຕໍ່​ໄປ​ນີ້ຈັດ​ໃຫ້​ຕາມ​ຄໍາ​ຂໍ​ຂອງ​ທ່ານ ກົງ​ແສງ
​ແກ້ວ​ວົງກົດ ທີ່ຂໍ​ຟັງ​ເພງ “ຢ່າ​ລືມ​ກັນ” ຂອງ ວໍຣະ​ເດດ ດິດທະ​ວົງ ຊຶ່ງ​ຕອນ​ນີ້​ວັນນະ​ສອນ​
ຍັງຫາບໍ່​ພໍ້​ເທື່ອ ຈະ​ຕ້ອງ​ຕິດ​ຕໍ່ໄປທາງ​ເຈົ້າ​ຂອງ​ສຽງ​ເພງ​ນີ້​ໄປ ຈຶ່ງ​ຂໍ​ເປັນ​ເພງ “ອ້າຍ​ອາດ​
ມາ​ຊ້າ”
​ໃຫ້​ຟັງ​ໄປ​ກ່ອນ ຫວັງ​ວ່າ​ຄົງ​ຈະ​ບໍ່​ຜິດ​ຫວັງ​ແລະ​ໃຫ້​ອະ​ໄພ​ໃຫ້​ກັນ​ດ້ວຍ.
ລິງໂດຍກົງ



​ມີ​ຜູ້​ຟັງ ສຸ​ຣົດ ມ້າວ ​ແພງ​ມາ ຈາກ​ຈັງຫວັດຂອນ​ແກນ ປະ​ເທດ​ໄທ ທີ່​ເປັນ​ ແຟນລາຍ
ການ​ສຽງ​ເພງ​ຈາກ​ແດນ​ໄກ ທີ່​ຕິດຕາມ​ຮັບ​ຟັງ​ຜ່ານ​ທາງ facebook ​ແລະໄດ້​ຂຽນ​ມາ
​ຂໍ​ຟັງ​ເພງ “ກ້ຽວ​ສາວ​ແຄ​ມງື່ມ” ຊຶ່ງ​ເພງ​ຄູ່​ທີ່​ວ່າ​ນີ້ ກໍ​ໄດ້​ມີ​ຫຼາຍໆ​ທ່ານ​ນໍາ​ມາຂັບ​ຮ້ອງ
​ແຕ່​ສະບັບ​ນີ້​ເປັນ​ຂອງ ຕ. ຕາ​ວັນ​ແລະ ອະນຸສອນ ຄູ່ສິນລະປິນ​ໜຸ່ມສາວ​ຈາກປປ
ລາວ ​ແລະ​ຫວັງວ່າ ສຸໂຣດ ທ່ານ​ຜູ້​ຟັງ​ພ້ອມ​ດ້ວຍທຸກ​ທ່ານ​ທີ່​ຮັບຟັງລາຍກາ​ນນີ້​ຢູ່ກໍ​ຂໍ​ໃຫ້​
ສົ່ງ​ກໍາລັງ​ໃຈ​ມາໃຫ້​ວັນນະ​ສອນ​ແດ່ ​ເພາະ​ຈະໄດ້ມີ​ກໍາລັງ​ໃຈ ​ເບີກບານ ມາ​ຈັດ​ເພງ​ໃຫ້​ຟັງ
​ແລະ​ສັບປະດາໜ້າ​ຈະ​ມາ​ຕອບ​ຈົດໝາຍ​ແລະ​ຈັ​ດ​ເພງ​ໃຫ້​ຟັງ
​ເພງ: “ກ້ຽວ​ສາວ​ແຄ​ມງື່ມ by ຕ. ຕາ​ວັນ​ແລະ ອະນຸສອນ
XS
SM
MD
LG