ຍິນດີຕອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງວີໂອເອ ໃນຄ່ຳຄືນ
ວັນອາທິດນີ້ ວັນນະສອນ ຈະມາຈັດເພງສາກົນມາຝາກທ່ານຜູ້ຟັງ ແລະວ່າຈະແມ່ນ
ເພງໃດແດ່ນັ້ນ ຂໍເຊີນເຂົ້າສູ່ລາຍການໄປຮັບຟັງພ້ອມໆກັນເລີຍ.
ສະບາຍດີທຸກໆທ່ານ ກັບມາຟັງເພງມ່ວນໆກັບວັນນະສອນໃນລາຍການສຽງເພງ
ຈາກແດນໄກຂອງ VOA ຕາມປົກກະຕິ ໃນຄ່ຳຄືນວັນອາທິດ ແບບສະບາຍໆ
ຫຼັງຈາກທີ່ເຮັດວຽກເຮັດການມາທັງສັບປະດາ ເມື່ອຍກັນມາແລ້ວ ພໍມາຮອດວັນອາທິດ
ກໍຈະໄດ້ພັກຜ່ອນຕາມສະບາຍ ແຖມຍັງໄດ້ມາຟັງເພງທີ່ວັນນະນສອນຕຽມຈັດໄວ້
ໃຫ້ຟັງ ເອົາ ຂໍເຊີນຮັບຟັງເພງຄູ່ ຂອງນັກຮ້ອງສາວສຸດເຊັກຊີ້ ທັງສອງຄົນ ບໍ່ວ່າຈະ
ເປັນ Shakira ແລະ Rihanna ໃນບົດເພງ Can't Remember To Forget You
ທີ່ຖ້າຈະແປພາສາລາວ ກໍປະມານວ່າ ຈື່ບໍ່ໄດ້ແລ້ວວ່າ ໃຫ້ລືມເຈົ້າ...ເອົາມາຟັງ
ເພງນີ້ພ້ອມໆກັນເລີຍວ່າ ຈະລືມເຈົ້າໄປຢ່າງໃດ ຖ້າຈື່ໄດ້.
ສ່ວນເພງຕໍ່ໄປນີ້ ເປັນກໍແມ່ນເພງຂອງນັກຮ້ອງສາວສຸດເຊັກຊີ້ອີກຄົນນຶ່ງໃນວົງການ
ບັນເທີງສະຫະລັດ ທັງຍັງເປັນລາຊີນີເຕັ້ນອີກຕ່າງຫາກ...ຈະເປັນຄົນອື່ນໄປບໍ່ໄດ້
ນອກຈາກ Jennifer Lopez ໃນບົດເພງ First Love ແລະເພງນີ້ຄົງຈະບໍ່ເຮັດໃຫ້
ທ່ານຜູ້ຟັງຜິດຫວັງແລະສຳຄັນສຸດ ແມ່ນສາມາດອອກມາເຕັ້ນໄດ້ເລີຍ.
ຂໍປິດທ້າຍລາຍການດ້ວຍເພງຫວານໆ ຂອງສິນລະປິນສຽງຄຸນນະພາບ Ed
Sheeran ໃນບົດເພງທີ່ມີຄວາມໝາຍວ່າ ຄຸ່ນຄິດຫຼາຍຈົນສຽງດັງອອກມາ...
ກໍຄົງໄດ້ຄວາມວ່າ ຄິດຢ່າງໃດ ກໍຂໍໃຫ້ບອກອອກໄປ ຢ່າໄດ້ເກັບໄວ້…ຮັກໃຜ ຊອບ
ໃຜ ກໍຂໍໃຫ້ບອກໄປເລີຍ ຢ່າໄດ້ເກັບໄວ້ຄົນດຽວ ບອກອອກໄປເລີຍ…ເພາະອີກຝ່າຍ
ຈະໄດ້ຮູ້ວ່າເຈົ້າຄິດແບບໃດ ແບບວ່າ ...Thinking Out Loud ດັ່ງຊື່ຂອງເພງນີ້ເລີຍ.
ຂໍໃຫ້ນອນຫລັບຝັນດີ ແລະພົບກັນໃໝ່ໃນສັບປະດາໜ້າ.